刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ລາຍ​ງານ​ຂ່າວ​ຂອງ​ໜັງ​ສື​ພິມນິວ​ຢອກ​ແທມ​ສ໌ເຮັດ​ໃຫ້​ຊາວ​ໂລກໄດ້​ເຫັນທາດ​ແທ້​ທີ່ຈອມ​ປອມ​ແລະ​ຄວາມ​ຂີ້​ຮ້າຍ​ຂອງ​ອາ​ເມ​ຣິ​ກາ​ໃນ​ບັນ​ຫາ​ສິດ​ທິ​ມະ​ນຸດຢ່າງ​ຈະ​ແຈ້ງ

2019-12-07 17:22:04 CRI

 

ໂດຍ​ແນ​ໃສ່ການ​ລາຍ​ງານ​ຂ່າວ​ຂອງ​ໜັງ​ສື​ພິມ​ນິວ​ຢອກ​ແທມ​ສ໌​ກ່ຽວ​ກັບນັກ​ໂທດໃນ ຄຸກກວານຕານາໂມຖືກ​ເຈົ້າ​ໜ້າ​ທີ່​ອົງ​ການ​ສືບ​ຂ່າວ​ລັບອາ​ເມ​​ຣິ​ກາ ຫຼື CIA ​ທໍ​ລະ​ມານ, ທ່ານ​ນາງ​ຮ້​ວາ​ຊຸ່ນ​ຢິງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ກ່າວ​ໃນ​ເວ​ລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ໃນ​ວັນ​ທີ 6 ທັນ​ວາ​ນີ້​ວ່າ: ​ເຫດ​ການ​ໃນ​ບົດ​ລາຍ​ງານ​ຂ່າວ​ດັ່ງ​ກ່າວ​ເຮັດ​ໃຫ້​ຊາວ​ໂລກ​ໄດ້​ເຫັນ​ທາດ​ແທ້​ທີ່ຈອມ​ປອມ​ ແລະ ຄວາມ​ຂີ້​ຮ້າຍ​ຂອງ​ອາ​ເມ​ຣິ​ກາ​ໃນ​ບັນ​ຫາ​ສິດ​ທິ​ມະ​ນຸດ​ຢ່າງ​ຈະ​ແຈ້ງ​ຕື່ມ​ອີກ.

ວັນ​ທີ 5 ທັນ​ວາ​ນີ້, ໜັງ​ສື​ພິມ​ນິວຢອກ​ແທມ​ສ໌​ໄດ້​ເປີດ​ເຜີຍ​ຮູບ​ແຕ້ມ​ຂອງ​ນັກ​ໂທດ​ຜູ້​ໜຶ່ງ​ທີ່​ຢູ່​ຄຸ​ກວານ​ຕາ​ນາ​ໂມ ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ລາຍ​ລະ​ອຽດ​ທີ່​ລາວ​ຖືກ​ອົງ​ການ CIA ອາ​ເມ​ຣິ​ກາ​ທໍ​ລະ​ມານ​ ແລະ ການ​ລົງ​ໂທດ​ຢ່າງ​ທາ​ລຸນ​ໃນ​ຍາມ​ຖືກ​ກັກ​ຢູ່​ໃນ​ຄຸກ. ກ່ຽວ​ກັບ​ເລື່ອງ​ນີ້, ທ່ານ​ນາງ​ຮ້​ວາ​ຊຸ່ນ​ຢິງ​ກ່າວ​ວ່າ: “ບົດ​ລາຍ​ງານ​ຂ່າວນີ້​ມາ​ຖືກ​ຍາມ​ຖືກ​ເວ​ລາ​ພໍ​ດີ, ສະ​ພາບ​ການ​ທີ່​ຂຽນ​ໃນ​​ຂ່າວ​ດັ່ງ​ກ່າວ​ຕ່າງ​ກັບດ​ການຫຼອກລວງ​ຕໍ່ບັນ​ຫາ​ກ່ຽວ​ພັນ​ເຖິງ​ເຂດ​ຊິ່ງ​ຈ່ຽງ​ຈີນຂອງ​ສະ​ມາ​ຊິກ​ສະ​ພາ​ ແລະ​ນັກ​ການ​ເມືອງອາ​ເມ​ຣິ​ກາ​ທີ່​ເວົ້າ​ໃນ​ສອງມື້​ມາ​ນີ້​ ເຊິ່ງ​ເປັນ​ການ​ປຽບ​ທຽບ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງແລະການ​ສຽດ​ສີ​ຢ່າງ​ຮຸນ​ແຮງ, ເຮັດ​ໃຫ້​ຊາວ​ໂລກ​ໄດ້​ເຫັນ​ທາດ​ແທ້​ທີ່ຈອມ​ປອມ​ແລະ​ຄວາມ​ຂີ້​ຮ້າຍ​ຂອງ​ອາ​ເມ​ຣິ​ກາ​ໃນ​ບັນ​ຫາ​ສິດ​ທິ​ມະ​ນຸດ​ຢ່າງ​ຈະ​ແຈ້ງ​ຕື່ມ​ອີກ. ​ຕໍ່​ກັບ​ເລື່ອງ​ນີ້, ບໍ່​ຮູ້​ວ່າ​ລັດ​ຖະ​ສະ​ພາ​ອາ​ເມ​ຣິ​ກາ​ຈະ​ມີ​ການ​ກະ​ທຳ​ແນວ​ໃດ​ໃນ​ຕໍ່​ໜ້າ?”

ຄຳ​ເຫັນ

0