郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ໃຊ້​ມາດ​ຕະ​ການ​ຕອບ​ໂຕ້​ຕໍ່​ການຈຳ​ກັດ​​ຕໍ່ນັກ​ການ​ທູດຈີນຂອງ​ອາ​ເມ​ລິ​ກາ

2019-12-07 14:54:36 cri

  ວັນ​ທີ6ທັນ​ວານີ້ ທ່ານ​ນາງ​ຮ​ວ້າ​ຊູ່ນ​ຢີງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ໂດຍ​ແນ​ໃສ່​​ກໍ​ລະ​ນີ​ທີ່ກະ​ຊວງ​ການ​ຕ່າງ​ປ​ະ​ເທດອາ​ເມ​ລິ​ກາ​ໃຊ້​ມາດ​ຕະ​ການ​ຈຳ​ກັດ​ຕໍ່​ພະນັກ​​ງານການ​ທູດຈີ​ນ​ປະ​ຈຳ​ອາ​ເມ​ລິ​ກາ​ໃນ​ເດືອນ​ຕຸ​ລາ​ຜ່ານ​ມານັ້ນ, ຈີນ​ໄດ້ແຈ້ງ​ໃຫ້​ສະ​ຖານ​ທູດ​ອາ​ເມ​ລິ​ກາ​ປະ​ຈຳ​ຈີນຊາບ​ແລ້ວ​ໃນ​ວັນ​ທີ4ທັນ​ວານີ້​,ໂດຍ​ໄດ້​ໃຊ້ມາດ​ຕະ​ການທີ່​ສົມ​ຄູ່​ກັນ​ຕໍ່​ອາ​ເມ​ລິ​ກາ​ນັບ​ແຕ່​ວັນ​ທີ4ທັນ​ວານີ້​​ເປັນ​ຕົ້ນໄປ.

   ໃນ​ກອງ​ປະ​ຊຸມ​​ຖະ​ແຫຼງຂ່າວ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຈັດ​ຂຶ້ນ​ໃນ​ວັນ​ທີ6ທັນ​ວານີ້,ມີ​ນັກ​ຂ່າວ​ຖາມ​ທ່ານ​ນາງ​ຮ​ວ້າ​ຊູ່ນ​ຢີງ​ວ່າ: ຕາມ​ຂ່າວ​ແຈ້ງວ່າ, ໂດຍ​ແນະ​ໃສ່​​ການ​ກະ​ທຳ​ຂອງອາ​ເມ​ລິ​ກາ​ທີ່​ໃຊ້​ມາດ​ຕະ​ການ​ຈຳ​ກັດ​ຕໍ່ນັກ​ການ​ທູດ​ຈີ​ນຫວ່າ​ງ​ມໍ່ໆ​ນີ້,ຈີນ​ກໍ​ໄດ້​ໃຊ້​ມາດ​ຕະ​ການຕອບ​ໂຕ້​. ທ່ານສາ​ມາດ​ຢືນ​ຢັນ​ເລື່ອງນີ້​ແລະ​ຕອບ​ໂຕ້​ແນວ​ໃດ?

   ທ່ານ​ນາງ​ຮ​ວ້າ​ຊູ່ນ​ຢີງ​ກ່າວ​ວ່າ,​ຈີນ​ໄດ້​ສະ​ໜັບ​ສະ​ໜູນ​ນັກ​ການ​ທູດ​ຂອງ​ບັນ​ດາ​ປະ​ເທດ​ປະ​ຈຳ​ຈີນເຊິ່ງ​ລວມ​ທັງ​ອາ​ເມ​ລິ​ກາ ​ປະ​ຕິ​ບັດ​ໜ້າ​ທີ່ວຽກ​ງານອັນເປັນ​ປົກ​ກະ​ຕິ​ຕາມ​ກົດ​ໝາຍຢູ່​ຈີນ,ແລະ​ຈີນ​ໄດ້​ໃຫ້ຄວາມ​ສະ​ດວກທີ່​ຈຳ​ເປັນ​ຕໍ່​ນັກ​ການ​ທູດ​ຕ່າງ​ປະ​​ເທດ​ຕະ​ຫຼອດ​ມາ. ໂດຍ​ແນ​ໃສ່​​ກໍ​ລະ​ນີ​ທີ່ກະ​ຊວງ​ການ​ຕ່າງ​ປ​ະ​ເທດອາ​ເມ​ລິ​ກາ​ໃຊ້​ມາດ​ຕະ​ການ​ຈຳ​ກັດ​ພະນັກ​ງານ​ການ​ທູດ​ຈີ​ນ​ປະ​ຈຳ​ອາ​ເມ​ລິ​ກາ​ໃນ​ເດືອນ​ຕຸ​ລາ​ຜ່ານ​ມານັ້ນ, ຈີນ​ໄດ້ແຈ້ງ​ໃຫ້​ສະ​ຖານ​ທູດ​ອາ​ເມ​ລິ​ກາ​ປະ​ຈຳ​ຈີນຊາບ​ແລ້ວ​ໃນ​ວັນ​ທີ4ທັນ​ວານີ້ວ່າ​,​ຈີນ​ໄດ້​ໃຊ້ມາດ​ຕະ​ການເທົ່າ​ທຽມ​ກັນ​ຕໍ່​ອາ​ເມ​ລິ​ກາ​ແຕ່​ວັນ​ທີ4ທັນ​ວານີ້​​ເປັນ​ຕົ້ນໄປ. ຈີນ​ຈະ​ໃຫ້​ການ​ຕອບ​ໂຕ້​ທີ່​ສົມ​ຄູ່​ກັນ​ຕໍ່​ການ​ກະ​ທຳ​ຂອງ​ອາ​ເມ​ລິ​ກາ.

ຄຳ​ເຫັນ

0