何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສື່​ໃໝ່​ກາຍ​ເປັນ​ຈຸດ​ເຕີບ​ໂຕ​ໃໝ່​ຂອງ​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ

2019-12-07 14:03:16 CRI

ວັນ​ທີ 7 ທັນ​ວາ​ນີ້, ໃນ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ສຸດຍອດ​ວ່າ​ດ້ວຍ​ການ​ພັດ​ທະ​ນາ​ສື່ 5G+4K/8K+AI ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຊຽງ​ໄຮ​ຈີນ​ນັ້ນ, ທ່ານ​ເຊີ້ນ​ໄຫ​ຊົງ ຜູ້​ອຳ​ນວຍ​ການ​ໃຫຍ່ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ​ກ່າວ​ວ່າ, ຕ້ອງ​ຊຸກ​ຍູ້​ການ​ເຊື່ອມ​ໂຍງ​ສື່​ທຸກ​ຊະ​ນິດ​ໃຫ້​ກ້າວ​ສູ່​ລວງ​ເລິກ ແລະ ກວ້າງ​ຂວາງກວ່າ​ເກົ່າ, ບັນ​ລຸ​ການ​ພັດ​ທະ​ນາ​ແບບ​ກ້າວ​ກະ​ໂດດ. “ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ​ບໍ່​ພຽງ​ແຕ່​ເປັນ​ອົງ​ການ​ອອກ​ອາ​ກາດ​ວິ​ທະ​ຍຸ​ໂທ​ລະ​ພາບ​ເທົ່າ​ນັ້ນ, ພວມ​ກາຍ​ເປັນ​ອົງ​ການ​ສື່​ໃໝ່ທີ່​ຜະ​ລິດ ແລະ ​ເຜີຍ​ແຜ່​ຜົນ​ງານ​ທາງ​ສຽງ ແລະ ວີ​ດີ​ໂອ​ລະ​ດັບ​ສຸດຍອດ​ໃນ​ສາ​ກົນ.”

 

ໃນ​ເວ​ລາ​ປະ​ກອບ​ຄຳ​ເຫັນ, ທ່ານ​ເຊີ້ນ​ໄຫ​ຊົງ​ກ່າວ​ວ່າ, ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນຕັ້ງ​ໜ້າ​ປັບ​ຕົວ​ເພື່ອ​ສອດ​ຄ່ອງ​ກັບ​ທ່າ​ອ່ຽງ​ການ​ພັດ​ທະ​ນາ​ຂອງວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ໃນ​ປະ​ຈຸ​ບັນ ແລະ ການ​ປ່ຽນ​ແປງ​ຂອງ​ສະ​ພາບ​ແວດ​ລ້ອມ​ຫາງ​ສຽງ, ເລັ່ງ​ລັດ​ສ້າງ​ໂຄງ​ປະ​ກອບ​ການ​ເຜີຍ​ແຜ່​ຂໍ້​ມູນ​ຂ່າວ​ສານແບບ​ເຊື່ອມ​ໂຍງ​ເຂົ້າ​ກັນ​ທີ່​ສື່​ໃໝ່ ແລະ ສື່​ເກົ່າ​ພັດ​ທະ​ນາ​ຢ່າງ​ເປັນ​ເອ​ກະ​ພາບ​ກັນ. ຄົ້ນ​ຄວ້າ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ໃໝ່​ໃນ​ການ​ໂຄ​ສະ​ນາ​ຫົວ​ຂໍ້​ທີ່​ສຳ​ຄັນ ແລະ ການ​ປະ​ດິດ​​ຄິດແຕ່ງ​ລາຍ​ການ​ດີ​ເດັ່ນ, ພະ​ຍາ​ຍາມ​ສູ້​ຊົນ​ກ້າວ​ສູ່​ແຖວ​ໜ້າ​ໃນ​ການ​ເຜີຍ​ແຜ່​ໂຄ​ສະ​ນາ​ດ້ວຍ​​ພະ​ຫຸສື່​ ແລະ ຫຼາຍ​ຮູບ​ການ, ຍາດ​ເອົາ​ຄວາມ​ຄືບ​ໜ້າ​ໃໝ່​ໃນ​ການ​ນຳ​ໃຊ້ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ໃໝ່, ບຸກ​ບືນ​ສ້າງ​ສື່​ສຳ​ຄັນ​ແບບ​ໃໝ່​ລະ​ດັບ​ສຸດຍອດ​ໃນ​ສາ​ກົນ​ທີ່​ມີ​ກຳ​ລັງ​ນຳ​ພາ, ກຳ​ລັງ​ເຜີຍ​ແຜ່ ແລະ ອິດ​ທິ​ພົນ​ທີ່​ເຂັ້ມ​ແຂງ.

ຄຳ​ເຫັນ

0