黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຟີມ​ສາ​ລະ​ຄະ​ດີ: ເຫຼົ້າ​ຂາວ

2019-12-10 09:20:53 cri

ໃນ​ປະ​ຫວັດ​ສາດ​ຍາວ​ນານ​ຂອງ​ຊົນ​ຊາດ​ຈີນ​ຫຼາຍກວ່າ 5 ພັນ​ປີ, ເຫຼົ້າ​ແລະ​ວັດ​ທະ​ນະ​ທຳ​ກ່ຽວ​ກັບ​ເຫຼົ້າ​ເປັນ​ສ່ວນ​ປະ​ກອບ​ສຳ​ຄັນ​ຕະ​ຫຼອດ​ມາ. ຕັ້ງ​ແຕ່​ບູ​ຮານ​ນະ​ການ​ມາ​ຮອດ​ປັດ​ຈຸ​ບັນ, ເຫຼົ້າ​ຂາວ​ເປັນ​ສ່ວນ​ປະ​ກອບ​ສຳ​ຄັນ​ຫຼາຍ​ໃນ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ຈີນ, ເຊິ່ງ​ເປັນ​ເຄື່ອງ​ດື່ມ​ທີ່​ຂາດ​ບໍ່​ໄດ້​ກິດ​ຈະ​ກຳ​ສະ​ເຫຼີມ​ສະ​ຫຼອງ​ງານ​ຕ່າງໆ.

ເຫຼົ້າ​ຂາວ​ຂອງ​ຈີນ​ມີ​ປະ​ຫວັດ​ສາດ​ຍາວ​ນານ​ແລະ​ມີ​ກຳ​ມະ​ວິ​ທີ​ພິ​ເສດ, ໃນ​ຖາ​ນະເປັນເຫຼົ້າ​ຕົ້ມ​ກັ່ນ​ຊະ​ນິດ​ໜຶ່ງ​ທີ່​ມີ​ລັກ​ສະ​ນະ​ພິ​ເສດ​ໃນ​ໂລກ, ກຳ​ມະ​ວິ​ທີ​ຂອງ​ເຫຼົ້າ​ຂາວ​ຈີນ​ກໍ​​ເຕັມ​ໄປ​ດ້ວຍ​ສີ​ສັນແລະ​ຄວາມ​ເລິກ​ລັບ​.

ການ​ສອນ​ກຳ​ມະ​ວິ​ທີ​ຜະ​ລິດ​ເຫຼົ້າ​ຂາວ​ຈີນ​ດ້ວຍ​ປາກເປົ່າ​ລະ​ຫວ່າງ​ຊ່າງ​ຜະ​ລິດ​ເຫຼົ້າ​ຂາວ​ຫຼາຍ​ລຸ້ນ​ຄົນ​ທີ່​ມີ​ພູມປັນ​ຍາ​ແລະ​ຄວາມ​ຍຶດ​ໝັ້ນ, ກຳ​ມະ​ວິ​ທີ​ການ​ຜະ​ລິດ​ເຫຼົ້າ​ຂອງ​ຈີນ​ນັບ​ມື້​ນັບ​ດີ​ເດັ່ນ​ກວ່າ​ເກົ່າ, ເຮັ​ດ​ໃຫ້​ເຫຼົ້າ​ຂາວ​​ເຂົ້າ​ສູ່​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ປະ​ຊາ​ຊົນຈີນ​ທັງ​ຫຼາຍ, ​ໂດຍ​ໄດ້​​ນຳ​ໃຊ້​ໃນ​ເວ​ລາ​ສະ​ເຫຼີມ​ສະ​ຫຼອງ​ແລະ​ງານ​ສ້າງ​ສັນ​ຕ່າງໆ.

ຄຳ​ເຫັນ

0