黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ:ຊາວ​ໜຸ່ມ​ມາ​ກາວ​ຈະ​ກາຍ​ເປັນ​​ຄົນ​ລຸ້ນ​ໜຶ່ງ​ທີ່​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ

2019-12-19 19:48:29 cri

图片默认标题_fororder_1125366408_15767814491351n

ຕອນ​ເຊົ້າ​ວັນ​ທີ 19 ທັນ​ວາ​ນີ້, ໃນ​ໂອ​ກາດ​ສຳ​ຫຼວ​ດ​ຢູ່​ໂຮງ​ຮຽນ​ຢິ່ງ​ສາຍ ​ທີ່​ຂຶ້ນ​ກັບ​ໂຮງ​ຮຽນ​ມັດ​​ທະ​ຍົມຫາວ​ຈ່ຽງ​ຂອງ​ມາ​ກາວ, ທ່ານ​ສີ​ຈິ້​ນ​ຜິງ ກ່າວ​ວ່າ, ການ​ສຶກ​ສາກ່ຽວ​ກັບລັດ​ທິ​ຮັກ​ຊາດ​ເປັນ​ເລື່ອງ​ທີ່ສຳ​ຄັນ​ທີ່​ສຸດ. ເຊື່ອ​ວ່າ​ຊາວ​ໜຸ່ມ​ມາ​ກາວ​ຈະ​ກາຍ​ເປັນ​ຄົນ​ລຸ້ນ​ໜຶ່ງ​ທີ່​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ, ແລະ​ຈະ​ເຮັດ​ໃຫ້​ປະ​ເທດ​ຊາດຮູ້​ສຶກພາກ​ພູນ​ໃຈນຳ, ກາຍ​ເປັນ​ເສົາ​ຄ້ຳຂອງ​ມາ​ກາວ​ກໍ​ຄື​ປະ​ເທດ​ຊາດ.

ທ່ານ​ສີ​ຈິ້ນ​ຜິງ ກ່າວ​ວ່າ, ລັດ​ທິ​ຮັກ​ຊາດ​ໄດ້​ສ້າງ​ພື້ນ​ຖານ​ການ​ເມືອງ​ຢູ່ສັງ​ຄົມມາ​ກາວ​ຢ່າງ​ໜັກ​ແໜ້ນ​ເພື່ອ​ຈັດ​ຕັ້ງປະ​ຕິ​ບັດແນວ​ທາງ “ປະ​ເທດ​ດຽວ​ ສອງ​ລະ​ບອບ”, ເຮັດ​ໃຫ້​ການ​ປະ​ຕິ​ບັດ “ປະ​ເທດ​ດຽວ​ສອງ​ລະ​ບອບ” ໄປ​ຕາມ​ທິດ​ທາງ​ຖືກ​ຕ້ອງຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ. ຜົນ​ງານ​ທີ່ມາ​ກາວໄດ້​ຮັບ​ແຕ່ກັບ​ຄືນ​ສູ່​ປະ​ເທດ​ຊາດຕະ​ຫຼອດໄລ​ຍະ 20ປີ​ນັ້ນ ​ເຮັດ​ໃຫ້​ພີ່​ນ້ອງ ​ຮ່ວມ​ຊາດ​ມາ​ກາວມີ​ຄວາມເຂົ້າໃຈເປັນ​ຢ່າງດີ​ວ່າ ​ພື້ນ​ຖານ​ຂອງທິດທາງ “ປະ​ເທດ​ດຽວ​ສອງ​ລະ​ບອບ” ແມ່ນ “ປະ​ເທດ​ດຽວ”, ແລະຍິ່ງມີ​ຄວາມທະ​ນຸ​ຖະ​ໜອມ​ຕໍ່ສະ​ພາບ​ການທີ່ດີ​ງາມ​ໃນ​ປັດ​ຈຸ​ບັນ, ມີຄວາມ​ຕັດ​ສິນ​ໃຈເພີ່ມ​ຂຶ້ນ​ໃນ​ການ​ສ້າງ​ອະ​ນາ​ຄົດ​ອັນ​ດີ​ງາມ​. ຫວັງ​ວ່າ​ພາກ​ສ່ວນ​ການ​ສຶກ​ສາ​ແລະ​ໂຮງ​ຮຽນ​ຕ່າງໆ​ຂອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ມາ​ກາວ ຈົ່ງທຳ​ຄວາມ​ພະ​ຍາ​ຍາມ​ຕື່ມ​ອີກ, ເຮັດ​ວຽກ​ການ​ສຶກ​ສາ​​ກ່ຽວ​ກັບລັດ​ທິ​ຮັກ​ຊາດ​ໃຫ້​ດີກວ່າ​ເກົ່າ.

ຄຳ​ເຫັນ

0