吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈີ້ນ​ຜິງຕ້ອນຮັບການເຂົ້າຢ້ຽມຄຳນັບຂອງ​ທ່ານຊຸຍ​ໄຊ​ອອນ

2019-12-19 11:01:49 CRI

图片默认标题_fororder_1125362826_15766851673781n

   ທ່ານ​ສີ​ຈີ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ຕ້ອນ​ຮັບ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ທ່ານ​ຊຸຍ​ໄຊ​ອອນຜູ່​ວ່າ​ການ​ເຂດ​ບໍ​ລິ​ຫານ​​ພິ​ເສດ​ມາ​ກາ​ວຢູ່​ມາ​ກາວ​ໃນຕອນ​ບ່າຍ​ວັນ​ທີ 18 ທັນ​ວາ​ນີ້.

     ທ່ານ​ສີ​ຈີ້ນ​ຜິງ​ກ່າວສະ​ແດງ​ຄວາມ​ຍ້ອງ​ຍໍ​ຊົມ​ເຊີຍ​ທ່ານ​ຊຸຍ​ໄຊ​ອອນ​ວ່າ, ພາຍ​ໃຕ້​ການ​ນຳ​ພາ​ຂອງ​ທ່ານ, ອົງ​ການ​ປົກ​ຄອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ມາ​ກາວ​ໄດ້​​ຜັນ​ຂະ​ຫຍາຍ​ແນວ​ທາງ “ປະ​ເທດ​ດຽວ​ສອງ​ລະ​ບອບ” ຢ່າງຖືກ​ຕ້ອງ ແລະ ຮອບ​ດ້ານ, ບໍ່​ວ່າ​​ຈະ​ເປັນ​ດ້ານ​ການ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ຂອງຊາດ ​ກໍ​ຄື​ການ ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​, ການລົງ​ເລິກ​ການ​ແລກ​ປ່ຽນ ແລະ ການ​ຮ່ວມ​ມື​ກັບ​ແຜ່ນ​ດິນ​ໃຫຍ່​ຈີນ ແລະ ​ການເປີດກວ້າງ​ການ​ໄປ​ມາ​ກາ​ສູ່​ກັນ​ກັບ​ຕ່າງ​ປະ​ເທດ ກໍລ້ວນ​ແຕ່​ໄດ້​​ມີຜົນ​ງານ​ໃໝ່​ຈຳ​ນວນ​ຫຼວງ​ຫຼາຍ. ​ທ່ານ​ສີ​ຈີ້ນ​ຜິງ​ສະ​ແດງ​ຄວາມ​ຫວັງ​ວ່າ​ທ່ານ​ຊຸຍ​ໄຊ​ອອນ​ຈະ​ສືບ​ຕໍ່​ເອົາ​ໃຈ​ໃສ່ພັດ​ທະ​ນາ​ປະ​ເທດ ແລະ ມາ​ກາວ, ຕັ້ງ​ໜ້າ​ສະ​ໜັບ​ສະ​ໜູນ​ຜູ່​ວ່າ​ການເຂດ​ບໍ​ລິ​ຫານ​ພິ​ເສດ​ຜູ້​ໃໝ່ ແລະ ອົງ​ການ​ປົກ​ຄອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຊຸດໃໝ່​ປົກ​ຄອງ​ມາ​ກາວຕາມ​ກົດ​ໝາຍ, ສືບ​ຕໍ່​ປະ​ກອບ​ສ່ວນ​​ຫຼາຍກວ່າ​ເກົ່າ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຕາມ​ແນວ​ທາງ “ປະ​ເທດ​ດຽວ​ສອງ​ລະ​ບອບ”.
    ທ່ານ​ຊຸຍ​ໄຊ​ອອນ​ກ່າວ​ວ່າ, ພາຍ​ໃຕ້​ການ​ສະ​ໜັບ​ສະ​ໜູນ​ຂອງ​ລັດ​ຖະ​ບານ​, ຫຼາຍ​ປີ​ມາ​ນີ້ ອົງ​ການ​ປົກ​ຄອງ​ເຂດ​ບໍ​ລິ​ຫານ​ພິ​ເສດ ແລະ ບຸກ​ຄົນ​ວົງ​ການ​ຕ່າງ​ໆ​ຂອງມ​າ​ກາວ​ໄດ້​ເຄື່ອນ​ໄຫວ​ຕາມທິດ​ທາງ​ພັດ​ທະ​ນາ​​ທີ່ “​ໜຶ່ງ​ສູນ, ໜຶ່ງ​ເວ​ທີ, ໜຶ່ງ​ຖານ”, ​ໄດ້​ສຸມ​ທຸກຄວາມ​ພະ​ຍາ​ຍາມ​ຢ່າງ​ຕັ້ງ​ໜ້າ​ເພື່ອ​ຊຸກ​ຍູ້​ມາ​ກາວ​ໃຫ້ມີ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ ແລະ ​ມີຄວາມ​ໝັ້ນ​ຄົງ ພ້ອມ​ທັງ​ພັດ​ທະ​ນາ​ເສດ​ຖະ​ກິດ​​ທີ່​ມີ​ຄວາມ​ຫຼາກ​ຫຼາຍ​ຢ່າງ​ເໝາະ​ສົມ. ທ່ານ​ຈະ​ສືບ​ຕໍ່​ສຸມ​ຄວາມ​ພະ​ຍາ​ຍາມ​​ຢ່າງສຸດ​ຂີດ​ເພື່ອ​ສະ​ໜັບ​ສະ​ໜູນ​ອົງ​ການ​ປົກ​ຄອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ມາ​ກາວ​ຊຸດໃໝ່​ປົກ​ຄອງ​ຕາມ​ກົດ​ໝາຍ, ປະ​ກອບ​ສ່ວນ​ເທົ່າ​ທີ່​ຄວນ​ເພື່ອ​ມາ​ກາວ ແລະ ປະ​ເທດ​ຊາດ​.

图片默认标题_fororder_1125362826_15766851755251n

 

ຄຳ​ເຫັນ

0