赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະທານ​ປະ​ເທດ​ຈີນ​ກ່າວ​ຄຳ​ອວຍພອນ​ປີ​ໃໝ່ໃນ​ໂອກາດ​ປີ 2020 ໝູນວຽນ​ມາ​ເຖິງ

2019-12-31 19:39:00 cri

 

图片默认标题_fororder_11111

 


 ເນື່ອງ​ໃນ​ໂອກາດ​ປີ​ໃໝ່ 2020 ​ໃກ້​ຈະ​ໝູນວຽນ​ມາ​ເຖິງ, ທ່ານສີ​ຈິ້ນຜິ​ງ ປະທານ​ປະ​ເທດ​ຈີນ ​ໄດ້​ກ່າວ​ຄຳ​ອວຍພອນ​ປີ​ໃໝ່ ​ໂດຍ​ຜ່ານ​ສະຖານີ​ວິທະຍຸ​​ໂທລະພາບ​ສູນ​ກາງ​ຈີນ ​ແລະ ​ອິນ​ເຕີ​ເນັດ.ເຊິ່ງ​ມີ​ເນື້ອ​ໃນ​ຄື​ດັ່ງ​ນີ້:

ບັນ​ດາ​ສະ​ຫາຍ, ເພື່ອນ​ມິດ, ທ່ານ​ຍິງ ແລະ​ທ່ານ​ຊາຍ​ທັງ​ຫຼາຍ:

ເນື່ອງ​ໃນ​ໂອ​ກາດ​ປີ​ໃໝ່​ 2020 ໃກ້​ຈະໝູນ​ວຽນ​ມາ​ເຖິງ, ຂ້​າ​ພະ​ເຈົ້າ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ຂໍ​ສົ່ງ​ພອນ​ໄຊອັນ​ປະ​ເສີດ​ມາ​ຍັງ​ບັນ​ດາ​ທ່ານ.

ປີ 2019 ພວກ​ເຮົາ​ໄດ້​ອອກ​ເຫື່ອ​ເທ​ແຮງ​​ຢ່າງ​ສຸດ​ຂີດ ແລະ​ໄດ້​ກ້າວ​ເດີນ​ໄປ​ໜ້າ​ດ້ວຍ​ການ​ເຮັດ​ແທ້​ທຳ​ຈິງ. ​​ການ​ພັດ​ທະ​ນາ​ດ້ວຍ​ຄຸນ​ນະ​ພາບ​ສູງ​ໄດ້​ຮັ​ບ​ການ​ຊຸກ​ຍູ້​ແລະມີ​ຄວາມ​ຄືບ​ໜ້າ​ຢ່າງ​ໜັກ​ແໜ້ນ, ຄາດ​ວ່າ​ລວມຍອດ​ມູນ​ຄ່າ​ຜະ​ລິດ​ຕະ​ພັນ​ພາຍ​ໃນ​ປະ​ເທດ​ຈີນ​ຈະ​ບັນ​ລຸ​ເກືອບ 100.000 ຕື້ຢວນ, ລາຍ​ໄດ້​ສະ​ເລ່ຍ​ຕໍ່​ຫົວ​ຄົນ​ຈະ​ບັນ​ລຸ 1 ໝື່ນ​ໂດລາ​ສະ​ຫະ​ລັດ. ການ​ສູ້​ຊົນ​ຜ່ານ​ຜ່າ​ຂໍ້ຫຍຸ້ງ​ຍາກ​ໃນ​ສາມ​ດ້ານ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ທີ່​ສຳ​ຄັນ. ການ​ໃຫ້​ນະ​ຄອນ​ຫຼວງ​ປັກ​ກິ່ງ ນະ​ຄອນ​ທຽນ​ສິນ​ແລະ​ແຂວງ​ເຫີ​ເປີຍມີ​ການ​ພັດ​ທະນາ​ແບບປະ​ສານ​ສົມ​ທົບ​​ກັນ, ການ​ພັດ​ທະນາເຂດ​ເສດ​ຖະ​ກິດ​ແມ່​ນ້ຳ​ຢາງ​ຊີ​ກຽງ, ການ​ສ້າງ​ເຂດ​ອ່າວ​ໃຫຍ່ກວາງ​ຕຸງ​-ຮົງ​ກົງ-ມາ​ກາວ, ແລະ​ການ​ພັດ​ທະ​ນາ​​ເຊື່ອມ​ໂຍງ​ເຂົ້າກັນ​ຂອງ​ເຂດ​​ສາມ​ຫຼ່ຽມ​ປາກແມ່​ນ້ຳ​​ຢາງ​ຊີ​ກຽງ​ໄດ້​ເລັ່ງ​ລັດໄວ​ຂຶ້ນ, ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມຊີ​ວະ​ພາບ​ຕາມ​ແມ່​ນ້ຳ​ເຫຼືອງ​ແລະ​ການ​ພັດ​ທະ​ນາດ້ວຍ​ຄຸນ​ນະ​ພາບ​ສູງ​ໄດ້​ກາຍ​ເປັນ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ຈີນ. ທົ່ວ​ປະ​ເທດ​ຈະ​ມີ​ເມືອງ​ທຸກ​ຍາກປະ​ມານ 340 ເມືອງ​ແລະ ປະ​ຊາ​ຊົນ​ຈຳ​ນວນ 10 ລ້ານກວ່າ​ຄົນ​ຈະ​ສາ​ມາດຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກໄດ້ຢ່າງ​ສຳ​ເລັດ, ​ຍານ​ບັນ​ທຸກ​ແລະ​ຍານສຳຫຼວດດວງ​ຈັນ “ສາງ​ເອີ” 4 ໄດ້​ລົງ​ຈອດ​ເທິງພື້ນ​ຜິວດວງ​ຈັນໃນ​ດ້ານ​ໄກ ເຊິ່ງ​ເປັນ  ​ຄັ້​ງ​ທຳ​ອິດໃນ​ປະ​ຫວັດ​ສາດ​ຂອງມວນ​ມະ​ນຸດ, ຈະ​ຫຼວດ​ສົ່ງ​ຍານ​ສາງ​ເຈິ່ງ “ຢາວ-3” ໄດ້​ຖືກສົ່ງ​ຂຶ້ນ​ສູ່​ອະ​ວະ​ກາດ​ຢ່າງ​ສຳ​ເລັດຜົນ, ກຳ​ປັ່ນ​ສຳຫຼວດ​ທາງວິ​ທະ​ຍາ​ສາດ “ເສຫຼົງ” 2 ໄດ້​ເດີນ​ທາງ​ສູ່​ຂົ້ວ​ໂລກ​ໃຕ້​ເປັນ​ຄັ້ງ​ທຳ​ອິດ, ລະ​ບົບ​​ນຳ​ທາງດາວ​ທຽມ “ເປີຍ​ໂຕວ” ໄດ້​ເຂົ້າ​ສູ່​ໄລ​ຍະ​ເລັ່ງປະ​ກອບ​ເປັນ​ກຸ່ມ​ຂອງເຄືອ​ຂ່າຍບໍ​ລິ​ການ​ທົ່ວ​ໂລກ, ການ​ນຳ​ໃຊ້​ເຕັກ​ນິກ 5G ໃນ​ທາງ​ທຸ​ລະ​ກິດ​ໄດ້​ເລັ່ງ​ລັດ​ໄວ​ຂຶ້ນ, ສະ​ໜາມ​ບິນ​ສາ​ກົນ​ຕ້າ​ຊິ່ງ​ຂອງ​ນະ​ຄອນ​ຫຼວງ​ປັກ​ກິ່ງ​ເລີ່ມ​ນຳ​ໃຊ້​ບໍ​ລິ​ການ ເຊິ່ງ​ຜົນ​ງານ​ທັງ​ໝົດ​ເຫຼົ່າ​ນີ້​ລ້ວນ​ແຕ່​ໄດ້​ເກີດ​ຂຶ້ນ​ຈາກ​ເຫື່ອ​ແຮງ​ແລະ​ນ້ຳ​ໃຈ​ຂອງ​ຜູ້​ບຸກ​ບຶນສູ້​ຊົນ​ໃນ​ຍຸກ​ໃໝ່, ໄດ້​ສະ​ແດງ​ໃຫ້​ເຫັນ​​ເຖິງສີ​ສັນ​ພິ​ເສດ​ຂອງ​ຈີນ ແລະ​ກຳ​ລັງ​ຂອງ​ຈີນ​ທີ່​ຍິ່ງ​ໃຫຍ່.

ຕະ​ຫຼອດ​ໄລ​ຍະ​ໜຶ່ງ​ປີ​ຜ່ານ​ມາ, ການ​ປະ​ຕິ​ຮູບ​ແລະ​ໄຂ​ປະ​ຕູ​ສູ່​ພາຍນອກ​ໄດ້​​ສ້າງ​ພະ​ລັງ​ແຮງ​ໃຫ້​ແກ່​ການ​ພັດ​ທະ​ນາຢ່າງ​ມີ​ຊີ​ວິດ​ຊີ​ວາ​ເລື້ອຍໆ. ການ​ປະ​ຕິ​ຮູບ​ພາກ​ສ່ວນ​ຂອງ​ພັກ​ແລະ​ລັດ​ໄດ້ປະ​ສົບ​ຜົນ​ສຳ​ເລັດ​​ຢ່າງ​ງົດ​ງາມ. ໄດ້​​ສ້າງ​ເຂດ​ທົດ​ລອງ​ການ​ຄ້າ​ເສ​ລີໃໝ່ຈຳ​ນວນ​ໜຶ່ງ ແລະ​ເຂດ​ໃໝ່​ຂອງ​ເຂດ​ທົດ​ລອງ​ການ​ຄ້າ​ເສ​ລີ​ຊຽງ​ໄຮ້. ໄດ້​ສ້າງ​ກະ​ດານ​ການ​ປະ​ດິດ​ສ້າງ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ໃນ​ຕະຫຼາດ​ຫຸ້ນ ທັງ​ໄດ້ເຄື່ອນ​ໄຫວ​ໄດ້​ເປັນ​ຢ່າງດີ. ໄດ້​ຫຼຸດ​​ພາ​ສີ​ອາ​ກອນ​ແລະ​ຄ່າ​ທຳ​ນຽມຕ່າງໆໃຫ້​ໜ້ອ​ຍ​ລົງ 2.000 ກວ່າຕື້ຢວນ. ​ໄດ້ປັບ​ລະ​ດັບ​ລາຍ​ໄດ້​​ທີ່​ຕ້ອງ​ເສຍ​ອາ​ກອນ​ລາຍ​ໄດ້ຂອງ​ສ່ວນ​​ບຸກ​ຄົນ​​ໃຫ້​ສູງ​ຂຶ້ນ, ໄດ້​ປັບ​ລາ​ຄາຢຸກ​ຢາຊະ​ນິດ​ຕ່​າງໆ​ທີ່​ປະ​ຊາ​ຊົນ​​ນຳ​ໃຊ້​ທົ່ວ​ໄປ​ໃຫ້​ຕ່ຳ​ລົງ, ອິນ​ເຕີ​ແນັດ​ມີ​ຄວາມ​ໄວ​ສູງ​ຂຶ້ນ ແລະ​ຂະ​ນະ​ດຽວ​ກັນ​ລາ​ຄາ​ນຳ​ໃຊ້​ແນັດ​ໄດ້​ຫຼຸດ​ຕ່ຳ​ລົງ, ການ​​ຄັດ​ແຍກ​ປະ​ເພດ​ຂີ້​ເຫຍື້ອເພື່ອ​​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ການຊຳ​ລະຂີ້​ເຫຍື້ອ​ໄດ້ເປັນ​ການສ້າງ​ກະ​ແສ​ນິ​ຍົມ​ໃໝ່​ໃນ​ດ້ານ​ການ​ໃຊ້​ຊີ​ວິດ​ແບບກາກບອນ​ຕ່ຳ. ປີ 2019 ​ຍັງ​ເປັນ​ປີ​ທີ່​ຫຼຸດ​ພາ​ລະ​​ແບກ​ຫາບໃຫ້​ແກ່​ພະ​ນັກ​ງານ​ຂັ້ນຮາກ​ຖານ, ເຮັດ​ໃຫ້​ພະ​ນັກ​ງານ​ຂັ້ນ​ຮາກ​ຖານ​ໄດ້​ປະ​ຕິ​ບັດ​ໜ້າ​ທີ່​ຂອງ​ຕົນຢ່າງ​ຫ້າວ​ຫັນ​ກວ່າ​ເກົ່າ. ​ເມື່ອເລັ່ງ​ສາຍ​ຕາ​ໄປ​ສູ່ແຜ່ນ​ດິນ​ໃນ​ຂອບ​ເຂດທົ່ວ​ປະ​ເທດພວກ​ເຮົາ​

ກໍ​ໄດ້​ເຫັນ​ມີ​ການ​ປ່ຽນ​ແປງ​ໃໝ່​ແລະ​ໂສມ​ໜ້າ​ໃໝ່​ໃນ​ທົ່ວ​ທຸກແຫ່ງ​ຫົນ.

ຕະ​ຫຼອດ​ໄລ​ຍະ​ໜຶ່ງ​ປີຜ່ານ​ມາ, ການ​ປະ​ຕິ​ຮູບ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ​ແລະ​ກອງ​ທັບ​ຂອງ​ຈີນ​ໄດ້​ດຳ​ເນີນ​ໄປ​ຢ່າງ​ໜັກ​ແໜ້ນ, ກອງ​ທັບ​ປະ​ຊາ​ຊົນ​ໄດ້​ສະ​ແດງ​ໃຫ້​ເຫັນ​​ເຖິງພາບ​ພົດແຫ່ງ​ຄວາມ​ເຂັ້ມ​ແຂງ​ໃນ​ຍຸກ​ໃໝ່. ພວກ​ເຮົາ​ໄດ້​ຈັດ​ພິ​ທີ​ສວນ​ສະ​ໜາມ​ຢ່າງ​​ຍິ່ງໃຫຍ່​ເພື່ອ​ສະ​ເຫຼີມ​ສະ​ຫຼອງວັນ​ຊາດ, ຈັດ​ກິດ​ຈະ​ກຳ​ສະ​ເຫຼີມ​ສະ​ຫຼອງ​ການ​ຄົບ​ຮອບ 70 ປີ​ຂອງ​ການ​ສ້າງ​ຕັ້ງ​ກອງ​ທັບ​ເຮືອ​ແລະ​ກອງ​ທັບ​ອາ​ກາດ, ເປັນ​ເຈົ້າ​ພາບ​ຈັດ​ງານ​ມະ​ຫະ​ກຳ​ກິ​ລາ​ທະ​ຫານ​ໂລກ​ຄັ້ງ​ທີ 7. ກຳ​ປັ່ນ​ບັນ​ທຸກ​ເຮືອ​ບິນ​ທີ່​ຈີນ​ຜະ​ລິດ​ເອງ​ລຳ​ທຳ​ອິດ​ໄດ້ເຂົ້າ​ປະ​ຈຳ​ການ​ຢ່າງ​ເປັນ​ທາງ​ການ. ກອງ​ທັບ​ປະ​ຊາ​ຊົນ​ແມ່ນ​ກຳ​ແພງ​​​ເພັດຕະຫຼອດການ​ໃນ​ການ​ປ້ອງ​ກັນ​ປະ​ເທດ​ຊາດ, ​ພວກ​ເຮົາ​ຈົ່ງ​ສະ​ແດງ​ຄວາມ​ເຄົາ​ລົບ​ຕໍ່​ທະ​ຫານ​ຜູ້​ຈົງ​ຮັກ​ພັກ​ດີ​​ແລະ​ປະ​ຕິ​ບັດ​ໜ້າທີ່​ປົກ​ປ້ອງ​ບ້ານ​ເມືອງ​ຂອງ​ພວກ​ເຮົາ.

ປີ 2019, ສິ່ງ​ທີ່​ລືມ​ບໍ່​ໄດ້​ນັ້ນ​ກໍ່​ຄື​ການ​​ສະ​ເຫຼີມ​ສະຫຼອງ​ການ​ສະ​ຖາ​ປະ​ນາ​ສາ​ທາ​ລະ​ນະ​ລັດປະ​ຊາ​ຊົນ​ຈີນ​​ຄົບ​ຮອບ 70 ປີ. ພວກ​ເຮົາ​​ຍ້ອງ​ຍໍ​ຊົມ​ເຊີຍ​ຕໍ່​ຜົນ​ສຳ​ເລັດອັນ​​ສະ​ຫວ່າງ​ສະ​ໄຫວຂອງ​ຈີນ​ທີ່​ໄດ້​ຮັບ​ໃນ​ໄລ​ຍະ 70 ປີ​​ຜ່ານມາ, ​ໄດ້​ສະ​ແດງ​ໃຫ້​ເຫັນ​ກຳ​ລັງ​ອັນ​ແຂງ​ແຮງ​ຂອງ​ລັດ​ທິ​ຮັກ​ຊາດ. ກ້ອນ​ກຳ​ລັງ​ທີ່​ຮັບ​ການກວດ​ແຖວ​ຕ່າງໆ​ມີ​ຄວາມ​ອົງ​ອາດ​ກ້າ​ຫານ, ສະ​ຫງ່າ​ຜ່າ​ເຜີຍ ຂະ​ບວນ​ປະ​ຊາ​ຊົນ​ກໍ່​ເຕັ​ມ​ໄປ​ດ້ວຍ​ຄວາມ​ກະ​ຕື​ລື​ລົ້ນ, ເຮັດ​ໃຫ້​ສະ​ໜາມ​ຫຼວງ​ທ່ຽນ​ອ່ານ​ເໝີນ​ກາຍ​ເປັນ​ທະ​ເລ​ແຫ່ງ​ຄວາມ​ມ່ວນ​ຊື່ນ. ​ທົ່ວ​ປະ​ເທດ​ຈີນ​ແຕ່​ເໜືອ​​ຕະຫຼອດຮອດ​ໃຕ້ໄດ້ຮັບ​ການ​ປະ​ດັບ​ປະ​ດາ​​ຢ່າງ​ງົດ​ງາມ, ປະ​ຊາ​ຊົນ​​ມີ​ໃບ​ໜ້າ​ຍິ້ມ​ແຍ້ມ​ແຈ່ມ​ໃສ​ແລະ​ເຕັມ​ໄປ​ດ້ວຍ​ຄວາມ​ພາກ​ພູມ​ໃຈ, ເພງ “ຂ້ອຍ​ແລະ​ປະ​ເທ​ດ​ຊາດ​ຂອງ​ຂ້ອຍ”  ໄດ້​ດັງ​​ກ້ອງ​ກັງວານ. ​ຈິດ​ໃຈຮັກ​ຊາດ​ເຮັດ​ໃຫ້​ພວກ​ເຮົາ​ມີ​ຄວາມ​ຕື້ນ​ຕັນ​ໃຈ​ຈົນ​ນ້ຳ​ຕາ​​ຊິ້ມ​ເບົ້າ, ​ຈິດ​ໃຈ​ຮັກ​ຊາດ​ໄດ້ກາຍ​ເປັນ​​ກະ​ດູກສັນ​ຫຼັງ​​ຂອງ​ຊົນ​ຊາດ​ຈີນ ເຊິ່ງ​ທັງໝົດ​ເຫຼົ່າ​ນີ້ໄດ້​ເຕົ້າ​ໂຮມ​ກັນ​​ເຂົ້າ​ແລະກາຍ​ເປັນ​​ບາດ​ກ້າວ​ເດີນ​ໄປ​ໜ້າ​ທ່າມ​ກາງ​ການຍ້ອງ​ຍໍ​ຊົມ​ເຊີຍປະ​ເທດ​ຈີນ​ໃໝ່​ແລະ​​ຄວາມ​ບຸກ​ບືນສູ້​ຊົນ​ໃນ​ຍຸກ​ໃໝ່, ອັນ​ໄດ້​ເພີ່ມ​ພະ​ລັງ​ແຮງ​ທີ່​ບໍ່​​ລຸ້ຍ​ຫ້ຽນ​ໃຫ້​ແກ່​ພວກ​ເຮົາ.

ຕະ​ຫຼອດ​ໄລ​ຍະ​ໜຶ່ງ​ປີ​ຜ່ານມາ, ຂ້າ​ພະ​ເຈົ້າ​ໄດ້​ໄປ​ສຳ​ຫຼວດ​ຢູ່​ຫຼາຍ​ບ່ອນ. ໄດ້​ເຫັນ​ເຂດ​ໃໝ່​ສົງ​ອ່ານ​ພວມ​ຄ່ອຍໆ​ພັດ​ທະ​ນາ​ຂຶ້ນ, ທ່າ​ກຳ​ປັ່ນ​ທຽນ​ສິນ​ໄດ້​ພັດທະນາ​ຢ່າງຮຸ່ງ​ເຮືອງ, ເຂດ​ໃຈ​ກາງ​ສຳ​ຮອງ​ຂອງ​ນະ​ຄອນ​ຫຼວງ​ປັກ​ກິ່ງ​ເຕັມ​ໄປ​ດ້ວຍ​ຄວາມ​ມີ​ຊີ​ວິດ​ຊີ​ວາ, ທົ່ງ​ຫຍ້າ​ໃຫຍ່​ເຂດ​ມົງ​ໂກ​ໃນທີ່​ກວ້າງ​ສຸດ​ສາຍຕາ​​ມີ​ຄວາ​ມ​ສະ​ຫງ່າ​ງາມ​, ເຂດ​ພາກ​ຕາ​ເວັນ​ຕົກ​ຂອງ​ແມ່​ນ້ຳ​ເຫຼືອງ​ເມື່ອ​ໄດ້​ຜ່ານ​ ​ປະ​ຫວັດ​ສາດມາ​ເປັນ​ພັນໆປີຍັງຄົງ​ສະ​ແດງ​ໃຫ້​ເຫັນ​ເຖິງ​ພະ​ລັງ​ຊີ​ວິດ, ແມ່​ນ້ຳ​ເຫຼືອງ​ທີ່​ຄົດ​ລ້ຽວ​ມີ​ຄວາມກວ້າງ​ຂວາງ​ແລະງົດງາມ, ທັງ​ສອງ​ຟາກ​ຝັ່ງ​ແມ່​ນ້ຳ​ຫວງ​ຜູ​ມີ​ຊັບ​ພະ​ຍາ​ກອນອັນ​ອຸ​ດົ​ມ​ສົມ​ບູນ ແລະ​ປະ​ຊາ​ຊົນ​ຢູ່​ເຢັນ​ເປັນ​ສຸກ......ແຫ່ງ​ຕ່າງໆ​ທົ່ວ​ປະ​ເທດ​ຈີນ​ເຕັມ​ໄປ​ດ້ວຍສະພາບ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ເຫຼືອງ​ເຫຼຶ້ອມ. ຂ້າ​ພະ​ເຈົ້າ​ໄດ້​ຫຼໍ່​ຫຼອມ​ມາ​ນະ​ຈິດ​ຂອງ​ຕົນ​ເອງ​ໂດຍ​ຜ່ານ​ຈາກ​ການ​ເດີນ​ທາງ​ຢ້ຽມ​ຢາມ​ສະ​ຖານ​ທີ່​ການ​ປະ​ຕິ​ວັດ​ຕ່າງໆ​​ໃນ​ປະຫວັດສາດ​ຂອງ​ຈີນ, ຈາກ​​ຈຸດເລີ່ມ​ຕົ້ນການ​ເຄື່ອນທັບທາງ​ໄກ​ຂອງກອງ​ທັບ​ແດງ​ຢູ່​ເມືອງ​ອີ​ຕູ​ແຂວງ​ຈ່ຽງ​ຊິ ຮອດ​ຫໍ​ພິ​ພິທະ​ພັນ​ການ​ປະ​ຕິ​ວັດເທດສະບານ​ເຂດ​ປົດ​ປ່ອຍ​ເອີ້ອີ້ຫວານ​ ເມືອງ​ຊິ່ນ ​ແຂວງ​ເຫີ​ໜານ, ຈາກ​ອະ​ນຸ​ສາ​ວະ​ລີ​ລະ​ນຶກກອງ​ທັບ​ສາຍ​ຕາ​ເວັນ​ຕົກ​ທີ່​ເມືອງ​ກ່າວ​ຖາຍ​ແຂວງ​ກ່ານຊູ້ ຮອດສະຖານທີ່​ລະ​ນຶກ​ການ​ປະ​ຕິ​ວັດ​ພູ​ຊ່ຽງ​ຊານ​ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ, ເມື່ອ​ໄປ​ຮອດ​ບ່ອນ​ໃດ ກໍ່​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ມີ​​ຄວາມ​ນຶກ​ຄິດ​ຢ່າງ​ຫຼວງ​ຫຼາຍ ເຊິ່ງ​ອຸ​ດົມ​ການ​ແຕ່​ຫົວ​ທີ ແລະ​ພາ​ລະ​ກຳ​ ຄື​ພະ​ລັງ​ແຮງ​ໃຈ​ທີ່​ບໍ່​ສຸດ​ສ້ຽງ​ທີ່ກະຕຸ້ນໃຫ້​ພວກ​ເຮົາ​ ​ກ້າວເດີນ​ຕາມເສັ້ນທາງ​ເຄື່ອນ​ທັບ​ທາງໄກ​ໃນ​ຍຸກ​ໃໝ່​ໃຫ້ດີ.

ເຊັ່ນ​ດຽວ​ກັນ​ກັບ​ເມື່ອ​ກ່ອນ, ບໍ່​ວ່າຈະ​ຫຍຸ້ງ​ນຳ​ວຽກ​​ງານຫຼາຍ​ປານ​ໃດກໍຕາມ, ຂ້າ​ພະ​ເຈົ້າ​ກໍ່​ຈະ​​ຍາດ​ເວ​ລາ​ໄປ​ຢາມ​ປະ​ຊາ​ຊົນ ເຊິ່​ງພໍ່ແມ່ປະຊາຊົນ​ໄດ້​ເວົ້າ​ຄວາມ​ໃນ​ໃຈ​ໃຫ້​ຂ້າ​ພະ​ເຈົ້າ​ຟັງ​ຢ່າງ​ຫຼວງ​ຫຼາຍ ແລະ ຂ້າ​ພະ​ເຈົ້າ​ໄດ້​​ຈື່​ຈຳ​ໄວ້​ໃນ​ໃຈຕະຫຼອດ. ປະ​ຊາ​ຊົນ​ເຜົ່າ​ຕູ​ຫຼົງທີ່​ພູ​ກົ້ງ​ຊານ​ແຂວງ​ຢຸນ​ນານ, ພໍ່​ແມ່​ຊາວ​ບ້ານ​ຢູ່​ຕາ​ແສງ​ເຊ້ຍ​ຕັງ ​ເມືອງ​ໂຊ້​ນິງ ​ແຂວງ​ຝູ​ຈ້ຽນ, ທະຫານ​ທຸກ​ຖ້ວນ​ໜ້າ​​ໃນກອງ​ຮ້ອຍ​ຫວາງ​ເຈ, ນັກ​ສຶກສາ​​ຫ້ອງ​ແຊມ​ປຽນ​ທີ່​ຮຽນປະ​ລິ​ຍາ​ໂທ​​ໃນ​ມະ​ຫາ​ວິ​ທະ​ຍາ​ໄລ​ກິ​ລາ​ປັກ​ກິ່ງ, ນ້ອງ​ນ້ອຍ​​ເຂດ​ບໍລິຫານ​ພິ​ເສດມາ​ກາວ ແລະ​ຜູ້​ເຖົ້າ​ທີ່​ເປັນ​ອາ​ສາ​ສະ​ໝັກ ເຂົາ​ເຈົ້າ​ໄດ້​ຂຽນ​ຈົດ​ໝາ​ມາ​ຫາ​ຂ້າ​ພະ​ເຈົ້າ. ຂ້າ​ພະ​ເຈົ້າ​ກໍ່​ໄດ້​ຕອບຈົດໝາຍ​​ກັ​ບໂດຍ​ໄດ້​​ຊົມ​ເຊີຍ​ຜົນ​ງານ​ທີ່​​ເຂົາ​ເຈົ້າ​ໄດ້​ຮັບ, ແລະ​ໄດ້​ສົ່ງ​ພອນ​​ໄຊອັນປະ​ເສີດ​ໄປ​ເຖິງ​ເຂົາ​ເຈົ້າ.

ຕະ​ຫຼອດ​ໄລ​​ຍະ​ໜຶ່ງ​ປີ​ຜ່ານມາ, ຫຼາຍໆ​ທ່ານ ແລະ​ຫຼາຍໆ​ເຫດ​ການ​​ໄດ້ເຮັດ​ໃຫ້​ພວກ​ເຮົາ​ຮູ້​ສຶກ​ຕື້ນ​ຕັນ​ໃຈຫຼາຍ. ທ່ານ​ຈ່າງ​ຟູ້ຊິ່ງ ​ທີ່​ໄດ້​ຍຶດ​ໝັ້ນ​ອຸ​ດົມ​ການ​ຂອງ​ຕົນ​​ແຕ່​ພັດ​ບໍ່​ໄດ້​​ເວົ້າ​ເຖິງຄຸນງາມຄວາມດີ​ທີ່​ຍິ່ງ​ໃຫຍ່ທີ່​ຕົນ​ໄດ້​ສ້າງ​ຂຶ້ນ​ໃນ​ສະ​ໄໝ​ສົງຄາມ​ນັ້ນ​ຕໍ່​ຜູ້​ອື່ນໄດ້​ຮັບ​ຟັງ​ຈັກ​ຄົນ​ເລີຍ, ນາງ​ຫວງ​ເວີນ​ຊິ້ວ ຜູ້ທີ່​ໄດ້​ອຸ​ທິດ​​ຊີ​ວິດ​​ໄວ​ໜຸ່ມຂອງ​ຕົນ​ເພື່ອ​ພາ​ລະ​ກິດ​ຂອງ​ພັກ​ແລະ​ລັດ​ໃນ​ດ້ານການຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ, ທະຫານ 31 ຄົນ​ທີ່​ເສຍ​ຊີ​ວິດ​ໃນ​ການ​ດັບ​ໄຟປ່າ​ທີ່​ເກີດ​ຂຶ້ນ​ຢູ່​ເມືອງ​ມູ້​ລີ​ແຂວງ​ເສ​ສວນ, ທ່ານ​ຕູ້​ຟູ້​ໂກ ທີ່​ປ້ອງ​ກັນ​ໝູ່ທະຫານ​ດ້ວຍ​ຮ່າງ​ກາຍ​ຂອງ​ຕົນ, ແລະ​ບັນ​ດາ​ນັກ​ກິ​ລາ​ບານ​ສົ່ງ​ເພດ​ຍິງ​ຈີນ​ທີ່​​ຊິງ​ໄດ້​ແຊມ​ດ້ວຍ​ຜົນ​ງານ​ການ​ເອົາໄຊ​ຊະນະ 11 ເທື່ອ​ລຽນ​ຕິດ...... ແລະ​ຍັງ​ມີ​ວິ​ລະ​ຊົນ​ນີລະ​ນາມ​ຈຳນວນຫຼວງ​ຫຼາຍ​ທີ່​ໄດ້​ປະ​ຕິ​ບັດ​ໜ້າ​ທີ່​ຂອງ​ຕົນ​ໂດຍ​ບໍ່​ຈົ່ມວ່າ​ຫຍັງ ແລະ ໄດ້​ປະ​ກອບ​ສ່ວນຢ່າງ​ບໍ່​ເຫັນ​ແກ່​ຕົວ, ເຊິ່ງ​ພວກ​ເຂົາ​ເຈົ້າ​ໄດ້​​ສ້າງ​ຊີ​ວິດ​ທີ່​ມີ​ສີ​ສັນ​ແບບ​ບໍ່​ທຳ​ມະ​ດາ​ຂອງ​ຕົນ​ດ້ວຍ​ຄວ​ມມ​ເປັນ​ມະ​ນຸດ​ທີ່​ທຳ​ມະ​ດາ.

ປີ 2019, ຈີນ​ສືບ​ຕໍ່​ເປີດ​ປະ​ຕູ​ສູ່​ທົ່ວ​ໂລກ. ພວກ​ເຮົາ​ໄດ້​ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ​ສຸ​ດຍອດ​​ການ​ຮ່ວມ​ມື​ສາ​ກົນ “ໜຶ່ງ​ແລວໜຶ່ງ​ເສັ້ນ​ທາງ” ຄັ້ງ​ທີ 2, ງານ​ວາງ​ສະ​ແດງ​ພືດ​ສວນ​ໂລກ​ປັກ​ກິ່ງ, ກອງ​ປະ​ຊຸ​ມ​ສົນ​ທະ​ນາ​ອາ​ລິ​ຍະ​ທຳ​ອາ​ຊີ ແລະ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທີ 2, ອັນ​ໄດ້​ສະ​ແດງ​ໃຫ້​ໂລກ​ໄດ້​ເຫັນ​ຄວາມ​ມີ​ອະ​ລິ​ຍະ​ທຳ​ຂອງ​ຈີນ, ເປີ​ດ​ປະ​ຕູ​ ແລະ​ ກວມ​ລວມ. ຂ້າ​ພະ​ເຈົ້າ​ໄດ້​ພົບ​ປະ​ກັບ​ປະ​ມຸກ​ລັດ ແລະ​ ຫົວ​ໜ້າ​ລັດ​ຖະ​ບານຂອງ​ຫຼາຍປະ​ເທດ, ໄດ້​ແບ່ງ​ປັນ​ຄຳ​ເຫັນ​ຂອງ​ຈີນ, ​ເສີມ​ສ້າງ​ມິດ​ຕະ​ພາບ ແລະ​ລົງ​ເລິກ​ຄວາມ​ເຫັນ​ເປັນ​ເອ​ກະ​ພາບ​ນຳ​ກັນ. ມີ​ອີກ​ຫຼາຍ​ປະ​ເທດ​ໄດ້​ສ້າງ​ສາຍ​ພົວ​ພັນ​ທາງ​ກາ​ນ​ທູດ​ກັບ​ຈີນ, ​ມາ​ເຖິງ​ປະ​ຈຸ​ບັນ​ນີ້ ໄດ້​ມີ 180 ປະ​ເທດ​ໄດ້​ສ້າງ​ສາຍ​​ພົວພັນ​ທາງ​ການ​ທູດ​ກັບ​ຈີນ, ຈຶ່ງ​ເວົ້າ​ໄດ້​ວ່າ ພວກ​ເຮົາ​ມີ​ເພື່ອນມິດ​ໃນ​ທົ່ວ​ທຸກ​​ແຫ່ງ​ຫົນຂອງ​ໂລກ​.

ປີ 2020 ຈະ​​ເປັນ​ອີກ​ປີ​ໜຶ່ງ​ທີ່​ມີ​ຄວາ​ມໝາຍ​ສຳຄັນ​ເປັນ​ຂີດ​ໝາຍ​ໃນ​ປະ ຫວັດສາດ ເຊິ່ງ​ພວກ​ເຮົາ​ຈະ​ສ້າງ​ເປັນ​ສັງ​ຄົມ​ທີ່​ອິ່ມໜຳ​ສຳ​ລານ​ຢ່າງ​ຮອບ​ດ້ານ, ບັນ​ລຸ​ເປົ້າ​ໝາຍທຳ​ອິດ​ໃນເປົ້າໝາຍສູ້​ຊົນ “2 ​ເຫດການສຳຄັນ 100 ປີ”​. ປີ 2020 ກໍ່​ແມ່ນ​ປີ​​ທີ່​ຈະ​ຕ້ອງເອົາ​ຊະ​ນະ​ໃນ​ບັ້ນ​ແກ້​ໄຂ​ຂໍ້​ຫຍຸ້ງຍາກທີ່​ສຸດ​ເພື່ອບັນລຸ​ເປົ້າໝາຍ​ການ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ. ສຽງ​ແກ​ຕະ​ລຸມບອນ​ໄດ້​ດັງ​ຂຶ້ນ​ແລ້ວ, ພວກ​ເຮົາ​ຕ້ອງ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ກັນ​ແລະ​ສູ້​ຊົນ  ຜ່​ານ​ຜ່າ, ແຮ່ງ​ລຳ​ບາກ​​ຊ່ຳ​ໃດກໍ​ແຮ່ງ​ຕ້ອງ​ບຸກຜ່ານຜ່າໄປ​ໜ້າ​ໃຫ້​ໄດ້ ​​ປັບປຸງ​ແກ້​ໄຂ​ຈຸດ​ອ່ອ​ນແລະ​ສ້າງ​ພື້ນ​ຖານ​ໃຫ້ໜັກ​ແໜ້ນກວ່າ​ເກົ່າ, ເດັດ​ຂາດ​ຍາດ​ເອົາ​ໄຊ​ຊະ​ນະ​ໃນ​ບັ້ນ​ແກ້​ໄຂ​ຂໍ້​ຫຍຸ້ງຍາກທີ່​ສຸດ​​​ເພື່ອ​ບັນລຸ​ເປົ້າໝາຍ​ການ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ, ໃຫ້​ປະ​ຊາ​ຊົນ​ຜູ້​ທຸກ​ຍາກ​ໃນ​ຊົນ​ນະ​ບົດ​ແລະ​ເມືອງ​ທຸກ​ຍາກ​ທີ່​ຢູ່​ໃຕ້​ມາດ​ຕະ​ຖານ​​ໃນປະ​ຈຸ​ບັນ​ນີ້​ຕ້ອງ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ຕາມ​ເວ​ລາ​ກຳ​ນົດ.

ເມື່ອ​ບໍ່​ດົນ​ຜ່ານ​ມາ, ຂ້າ​ພະ​ເຈົ້າ​ໄດ້​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ສະ​ເຫຼີມ​ສະ​ຫຼອ​ງມາ​ກາວ​ກັບ​ຄື​ສູ່​ປະ​ເທດ​ຊາດ​ຄົບ​ຮອບ 20 ປີ ຂ້າ​ພະ​ເຈົ້າ​ຮູ້​ສຶກ​ພາກ​ພູກ​ໃຈ​ຕໍ່​ມາ​ກາວ​ທີ່​ມີ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ແລະ​ມີ​ສະຖຽນ​ລະ​ພາບ. ພຶດ​ຕິ​ກຳ​ທີ່​ສຳ​ເລັດ​ຜົນ​ຂອງ​ມາ​ກາວ​ໄດ້​ຢືນ​ຢັນ​ວ່າ, ແນວ​ທາງ “ປະ​ເທດ​ດຽວສອງ​ລະ​ບອບ” ແມ່ນ​ປະຕິບັດ​ໄດ້​ຈິງ, ສຳ​ເລັດ​​ໄດ້ ​ແລະ​ ຖືກ​ໃຈ​ປະຊາຊົນ. ​ຫຼາຍ​ເດືອນຜ່ານ​ມາ, ສະ​ຖາ​ນະ​ການຢູ່​ຮົງ​ກົງ​​ສ້າງ​ຄວາມ​ເປັນ​ຫ່ວງ​ໃຫ້ຄົນ​ທັງ​ຫຼາຍ. ຖ້າ​ບໍ່​ມີ​ສະ​ພາບ​ແວດ​ລ້ອມ​ທີ່​ຖືກ​ຕ້ອງ​ປອງດອງ​ແລະ​ໝັ້ນ​ທ່ຽງ, ຈະ​​ເປັນ​ບ້ານ​ເມືອງ​ທີ່ມີ​ຄວາມ​ສະຫງົບສຸກ​ໄດ້​ແນວ​ໃດ! ຫວັງ​ຢ່າງ​ຍິ່ງວ່າ ຮົງ​ກົງ​ຈະ​ມີ​ສະພາບ​ທີ່​ດີ, ຊາວ​ຮົງ​ກົງ​ຈະ​ປະ​ສົບແຕ່​ຄວາມ​ດີ​ງາມທຸກ​ຢ່າງ. ການ​ທີ່​ຈະ​ເຮັດ​ໃຫ້​ຮົງ​ກົງ​ມີ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ແລະມີ​ສະຖຽນ​ລະ​ພາບ ແມ່ນ​ຄວາມ​ປາ​ຖະ​ໜາ​ຂອງ​ພີ່​ນ້ອງ​ຮ່ວມ​ຊາດ​ຮົງ​ກົງ, ແລະ​ກໍ່​ເປັນຄວາມ​ຫວັງ​ຂອງ​ປະ​ຊາ​ຊົນ ແລະ​ປະ​ເທດ​ຊາດ​ເຊັ່ນ​ກັນ.

​ປະ​ຫວັດ​ສາດຜ່ານ​ໄປ​ເລື້ອຍໆ, ມີ​ຍາມ​ທີ່​ສະ​ຫງົບ​ດີ, ແຕ່​ກໍ່​ມີ​ຍາມ​ທີ່​ເກີດກະ​ແສ​ຟອງຟົດ​ເດືອດ. ພວກ​ເຮົາ​ບໍ່​ສະທ້ານຢ້ານກົວ​ຕໍ່​ຟ້າ​ຝົນ​ລົມ​ແດງ, ​ແລະ​ກໍ​ບໍ່ຢ້ານ​ກົວ​ຕໍ່ຄວາມລຳ​ບາກກາກ​ກຳ​ຕ່າງໆ. ຈີນ​ຈະ​ຍຶດ​ໝັ້ນ​ເດີນ​ຕາມ​ເສັ້ນ​ທາງ​ພັດ​ທະ​ນາ​ໂດຍ​ສັນ​ຕິ​ຢ່າງ​ໝັ້ນ​ໜຽວ​ບໍ່​ປ່ຽນ​ແປງ, ຍຶດ​ໝັ້ນ​ໃນ​ການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ໂລກ​ຢ່າງ​ໝັ້ນ​ໜຽວ​ບໍ່​ປ່ຽນ​ແປງ, ຊຸກ​ຍູ້​ການ​ພັດ​ທະ​ນາ​ຮ່ວມ​ກັນ. ພວກ​ເຮົາ​ຍິນ​ດີ​ຮ່ວມ​ມື​ກັບ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ໃນ​ໂລກ, ຕັ້ງ​ໜ້າ​ຮ່ວມ​ກັນສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳມວນ​ມະນຸດ, ​ພະ​ຍາ​ຍາມ​ຢ່າງ​ບໍ່​ລົດ​ລະ​ເພື່ອ​ສ້າງ​ອະ​ນາ​ຄົດ​ອັນ​ດີ​ງາມ​ໃຫ້​ແກ່​ມວນ​ມະ​ນຸດ.

​ເນື່ອງ​ໃນໂອ​ກາດທີ່​ປີ​ໃໝ່​​ທີ່​ຈະ​ໝ​ນູ​ວຽນມາ​ເຖິງນີ້, ກໍຍັງ​ມີ​ຜູ້​ຄົນ​ຢ່າງ​ຫຼວງ​ຫຼາຍ​ກຳ​ລັງ​ຍຶດ​ໝັ້ນ​ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ຕຳ​ແໜ່ງ​ຂອງ​ຕົນ, ຍັງ​ມີ​ຜູ້​ຄົນ​ຢ່າງ​ຫຼວງ​ຫຼາຍ​ກຳ​ລັງ​ປົກ​ປ້ອງ​ຄວາມ​ສະ​ຫງົບ​​ໃຫ້​ແກ່​ພວກ​ເຮົາ, ຍັງ​ມີ​ຜູ້​ຄົນ​ຢ່າງ​ຫຼວງ​ຫຼາຍ​ກຳ​ລັງປະຕິບັດ​ງານ​ຢ່າງ​ຫ້າວ​ຫັນ. ຂ້າ​ພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ຢື້​ຢາມ​ຖາມ​ຂ່າ​ວ​ມາ​ຍັງ​ບັນ​ດາ​ທ່ານ​ທັງ​ໝົດ!

​ພວກ​ເຮົາ​ຈົ່ງ​ຍາດ​ແຍ່ງທຸກ​ເວ​ລາ​ນາ​ທີ, ບໍ່​ປ່ອຍປະໄລຍະ​ເວລາ​ທີ່​ດີ​ງາມ​ໃຫ້​ຜ່ານ​ໄປ​ລ້າໆ, ພວກ​ເຮົາ​ຈົ່ງພ້ອມ​ກັນ​ຕ້ອນ​ຮັບ​ປີ​ໃໝ່​ 2020 ທີ່​ກຳລັງ​ຈະ​ໝູນ​ວຽນ​ມາ​ເຖິງ.

ຂໍ​ອວຍ​ພອນ​ໃຫ້​ທຸກ​ທ່ານ​ຈົ່ງ​​ຢູ່​ດີ​ມີ​ແຮງ​ຕະ​ຫຼອດປີ​ໃໝ່ນີ້!

ຄຳ​ເຫັນ

0