黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ ສີຈິ້ນຜິງ ຕ້ອນຮັບການເຂົ້າຢ້ຽມຂອງນາຍົກລັດຖະມົນຕີລາວ

2020-01-06 22:29:07 cri

图片默认标题_fororder_微信图片_20200106223557

 

 ວັນທີ 6 ມັງກອນນີ້, ຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ.

    ທ່ານ ສີຈິ້ນຜິງ ຊີ້ໃຫ້ເຫັນວ່າ: ຈີນແລະລາວເປັນເພື່ອນບ້ານໃກ້ເຮືອນຄຽງທີ່ດີ,ເພື່ອນມິດທີ່ດີ,ສະຫາຍທີ່ດີແລະຄູ່ຮ່ວມທີ່ດີ,ຍິ່ງແມ່ນປະຊາຄົມຮ່ວມຊາຕາກຳ. ການນຳພາໂດຍພັກກອມມູນິດແລະລະບອບສັງຄົມນິຍົມແມ່ນທາດແທ້ການເມືອງຂອງພວກເຮົາ,ສອງຝ່າຍຄວນຊ່ວຍເຫຼືອເຊິ່ງກັນແລະກັນ,ຮ່ວມມືກັນແບບຄຽງບ່າຄຽງໄຫຼ່,ຮັກສາມູນເຊື້ອດ້ານການໄປມາຫາສູ່ກັນລະຫວ່າງການນຳຂັ້ນສູງຢ່າງແໜ້ນແຟ້ນ,ເພີ່ມທະວີການແລກປ່ຽນດ້ານການປົກຄອງປະເທດ,ຮ່ວມກັນຍົກລະດັບດ້ານການກຳອຳນາດແລະຄວາມສາມາດດ້ານການບໍລິຫານປະເທດໃຫ້ສູງຂຶ້ນ,ປົກປັກຮັກສາຄວາມໝັ້ນຄົງດ້ານການເມືອງຂອງກັນແລະກັນ,ປົກປັກຮັກສາຜົນປະໂຫຍດຮ່ວມລະຫວ່າງສອງປະເທດກໍຄືປະເທດທີ່ພວມພັດທະນາທັງຫຼາຍ. ຈີນຈະສືບຕໍ່ເດັດດ່ຽວສະໜັບສະໜູນຝ່າຍລາວໃນການປົກປັກຮັກສາອະທິປະໄຕ, ຄວາມເປັນເອກະລາດແລະກຽດສັກສີຂອງປະເທດ.

    ທ່ານ ສີຈິ້ນຜິງ ກ່າວເນັ້ນວ່າ: ປີໜ້າແມ່ນປີແຫ່ງການສ້າງສາຍພົວພັນທາງການທູດລະຫວ່າງຈີນ-ລາວຄົບຮອບ 60 ປີ, ການພົວພັນລະຫວ່າງສອງປະເທດໄດ້ເຂົ້າສູ່ໄລຍະສຳຄັນທີ່ສືບທອດອັນເກົ່າແລະພັດທະນາອັນໃໝ່. ພວກຂ້າພະເຈົ້າຍິນດີຮ່ວມກັບຝ່າຍລາວ,ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຈີນ-ລາວ,ຊຸກຍູ້ການເຊື່ອມຕໍ່ຍຸດທະສາດດ້ານການພັດທະນາ,ເລັ່ງລັດການສ້າງແລວເສດຖະກິດຈີນ-ລາວ,ຊຸກຍູ້ການຮ່ວມມືໃນໂຄງການໃຫຍ່ຕ່າງໆຢ່າງໜັກແໜ້ນເຊັ່ນ: ທາງລົດໄຟແລະເຂດອຸດສາຫະກຳເສດຖະກິດເປັນຕົ້ນ,ຊຸກຍູ້ການແລກປ່ຽນດ້ານວັດທະນະທຳ,ເພີ່ມທະວີການປະສານງານແລະການປະສານສົມທົບກັນໃນດ້ານວຽກງານສາກົນແລະພາກພື້ນ,ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຈີນ-ລາວໃຫ້ກ້າວຂຶ້ນສູ່ລະດັບໃໝ່.

    ທ່ານ ທອງລຸນ ກ່າວວ່າ: ຈີນຍຶດໝັ້ນແລະປັບປຸງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນແລະຊຸກຍູ້ລະບົບແລະຄວາມສາມາດດ້ານການບໍລິຫານປະເທດໃຫ້ຫັນເປັນແບບທັນສະໄໝ,ເປັນບົດຮຽນທີ່ດີສຳລັບປະເທດລາວ, ແລະເປັນການໃຫ້ກຳລັງໃຈແກ່ລາວໃນການເດັດດ່ຽວເດີນຕາມເສັ້ນທາງສັງຄົມນິຍົມຕໍ່ໄປ. ແຜນການເຄື່ອນໄຫວກ່ຽວກັບປະຊາຄົມຮ່ວມຊາຕາກຳລາວ-ຈີນທີ່ທ່ານປະທານສີຈິ້ນຜິງ ແລະ ທ່ານເລຂາທິການໃຫຍ່ບຸນຍັງ ວໍລະຈິດ ໄດ້ບັນລຸເປັນເອກະພາບກັນນັ້ນ ເປັນການວາງແຜນການອະນາຄົດໃຫ້ແກ່ການພົວພັນລະຫວ່າງສອງປະເທດ,ເປັນການຊີ້ແຈງທິດທາງທີ່ຖືກຕ້ອງ,ຝ່າຍລາວພວມຈັດຕັ້ງປະຕິບັດຢ່າງຕັ້ງໜ້າເປັນກ້າວໆ. ລາວຈະຊຸກຍູ້ການສ້າງທາງລົດໄຟລາວ-ຈີນແລະໂຄງການສຳຄັນອື່ນໆກ່ຽວກັບການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”ໃຫ້ປະສົບຜົນສຳເລັດຕາມເວລາກຳນົດ,ເພື່ອສະແດງບົດບາດທີ່ສຳຄັນຕໍ່ການພັດທະນາເສດຖະກິດແລະການປັບປຸງຊີວິດການເປັນຢູ່ຂອງປະຊາຊົນລາວໃຫ້ດີຂຶ້ນ.

ຄຳ​ເຫັນ

0