尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປີ 2019 ຕຳ​ຫຼວດ​ມາ​ເລ​ເຊຍ​ຍຶດ​​ຢາ​ເສບ​ຕິດໄດ້​ໃນ​ມູນ​ຄ່າ 2,7 ຕື້​​ຣິງ​ກິດ

2020-01-07 11:57:39 cri

ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ມາ​ເລ​ເຊຍ​ໄດ້​ຈັດ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ໃນ​ວັນ​ທີ 6 ມັງ​ກອນ​ນີ້​ໂດຍ​ໄດ້​ປະ​ກາດ​ວ່າ: ປີ 2019 ຜ່ານ​ມາ, ພາກ​ສ່ວນ​ຕໍ່​ຕ້າ​ນ​ຢາ​ເສບ​ຕິດ​ຂອງ​ປະ​ເທດ​ຕົນ​ໄດ້​ຍຶດ​​ຢາ​ເສບ​ຕິດ​ໄດ້ທັງ​ໝົດ 20 ໂຕນ, ເຊິ່ງ​ມີ​ມູນ​ຄ່າ​ຫຼາຍກວ່າ 2,7 ຕື້​ຣິງ​ກິດ (​ຫຼື​ປະ​ມານ 660 ລ້ານ​ໂດ​ລາ​ສະ​ຫະ​ລັດ).
 

ກະ​ຊວງ​ພາຍ​ໃນ​ມາ​ເລ​ເຊຍ​ໄດ້​ເປີດ​ເຜີຍ​ຕົວ​ເລກ​ຂໍ້​ມູນ​ໃນ​ເດືອນ​ກຸມ​ພາ​ປີ 2019 ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ປີ 2018, ມາ​ເລ​ເຊຍ​ໄດ້​ຍຶດ​​ຢາ​ເສບ​ຕິດ​ທີ່​ມີ​ມູນ​ຄ່າ 516 ລ້ານ​ຣິງ​ກິດ; ປີ 2017 ​ຍຶດ​ຢາ​ເສບ​ຕິດໄດ້​ໃນ​ມູນ​ຄ່າ 292 ລ້ານ​ຣິງ​ກິດ.

ໃນ​ເດືອນ​ສິງ​ຫາ​ແລະ​ເດືອນ​ກັນ​ຍາ​ປີ 2019,ມາ​ເລ​ເຊຍ​ໄດ້​ມ້າງ​ຄະ​ດີ​ຢາ​ເສບ​ຕິດ​ສອງ​ລາຍ​ລຽ​ນ​ຕິດ​ເຊິ່ງ​ໄດ້​ສ້າງ​ສະ​ຖິ​ຕິ​ໃໝ່, ​ຍຶດ​ໄດ້​ຢາ​ເສບ​ຕິດ​ຫຼາຍກວ່າ 15 ໂຕນ ເຊິ່ງຖື​ວ່າ​ເປັນສາ​ເຫດ​ຕົ້ນ​ຕໍ​ທີ່​ພາ​ໃຫ້​ມູນ​ຄ່າ​ໃນ​ຄະ​ດີ​ຍຶດ​ຢາ​ເສບ​ຕິດ​ຂອງ​ປະ​ເທດ​ດັ່ງ​ກ່າວ​ໃນ​ປີ 2019 ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ.
 

ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ທີ່​ກ່ຽວ​ຂ້ອງ​ກ່າວ​ວ່າ:ໂດຍ​ຜະ​ເຊີນ​ໜ້າ​ກັບ​ການກວດ​ຈັບ​ທີ່​ເຄັ່ງ​ຄັດຂອງ​ຕຳ​ຫຼວດ,ຜູ້​ຄ້າ​ຂາຍ​ຢາ​ເສບ​ຕິດ​ກໍ່​ໄດ້​​ໃຊ້​ວິ​ທີ​ໃໝ່​ໃນ​ການ​ຂົນ​ສົ່ງ​ຢາ​ເສບ​ຕິດ,ຕົວ​ຢ່າງ​ການ​ຂົນ​ສົ່ງ​ຢາ​ເສບ​ຕິດ​​ໂດຍ​ຜ່ານ​ທາງ​ໄປ​ສະ​ນີ​ແລະ​ອື່ນໆ. ຕໍ່​ເລື່ອງ​ນີ້,ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ມາ​ເລ​ເຊຍ​ຈຶ່ງ​ໄດ້​ໃຊ້​ມາດ​ຕະ​ການ​​ໃໝ່ທີ່​ກ່ຽວ​ຂ້ອງ,ເພື່ອ​ຕັດ​ຊ່ອງ​ທາງ​ການ​ຂົນ​ສົ່ງ​ຢາ​ເສບ​ຕິດ​ຮູບ​ແບບ​ໃໝ່.

ຄຳ​ເຫັນ

0