尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ແລະ​ລາວ​ຈະ​ເປີດກວ້າງ​ໂອ​ກາດ​ການ​ຄ້າ​ໃນ​ຫຼາຍ​ຂົງ​ເຂດ​ໃນ​ປີ 2020

2020-01-07 11:24:12 cri

ກອງ​ປະ​ຊຸມ​ການ​ຮ່ວມ​ມື​ດ້ານ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຈີນ-ລາວ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 6 ມັງ​ກອນ​ນີ້. ທ່ານ ສູ້​ນິງ​ນິງ ປະ​ທານ​ສະ​ພາ​ທຸ​ລະ​ກິດຈີນ-ອາ​ຊຽນ​ກ່າວ​ໃນ​ກອງ​ປະ​ຊຸມ​ວ່າ: ປີ 2020, ຈີນ​ແລະ​ລາວ​ຈະ​ສືບ​ຕໍ່​ເປີດກວ້າງ​ໂອ​ກາດ​ການ​ຮ່ວມ​ມື​ດ້ານ​ການ​ຄ້າໃນ​ຫຼາຍ​ຂົງ​ເຂດ.
 

ທ່ານ ສູ້​ນິ​ງ​ນິງ ກ່າວ​ວ່າ: ໃນ 10 ປີ​ຜ່ານ​ມາ, ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ປະ​ກົດ​​ມີ​ທ່ວງທ່າ​​ໄວ​ຂຶ້ນ,ໃນ​ນັ້ນ, ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ໄດ້​ຮັບ​ໝາກ​ຜົນ​ທີ່​ດີ. ປັດ​ຈຸ​ບັນ,ຈີນ​ເປັນ​ປະ​ເທດ​ແຫຼ່ງ​ການ​ລົງ​ທຶນ​ອັນ​ດັບ​ໜຶ່ງ​,ຕະ​ຫຼາດ​ສົ່ງ​ອອກ​ອັນ​ດັບ​ໜຶ່ງ​ແລະ​ຄູ່​ຮ່ວມ​ມື​ດ້ານການ​ຄ້າ​ອັນ​ດັບ​ສອງຂອງ​ລາວ.
 

ທ່ານ ສູ້​ນິງ​ນິງ ກ່າວ​ຕື່ມ​ວ່າ:ໃນ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ 10 ປະ​ເທດ​ອາ​ຊຽນ,ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ-ລາວ​ມີ​ຊີ​ວິດ​ຊີ​ວາ​ຫຼາຍ. ສະ​ຖິ​ຕິ​ຫຼ້າ​ສຸດ​ສະ​ແດງ​ໃຫ້​ເຫັນ​ວ່າ: ໃນ 11 ເດືອນ​ຂອງ​ປີ 2019, ໃນການ​ຈັດ​ອັນ​ດັບ​ຈັງ​ຫວະ​ການ​ເຕີບ​ໂຕ​ດ້ານການ​ຄ້າ​ລະ​ຫວ່າງ​ຈີນ​ກັບ10 ປະ​ເທດ​ອາ​ຊຽນ, ລາວ​ຢູ່​ໃນ 3 ​ອັນ​ດັບຕົ້ນ,ເພີ່ມ​ຂຶ້ນ 17,4% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2018.
 

ປີ 2020 ແມ່ນ​ປີ​ແຫ່ງ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ດີ​ຈີ​ຕອນ​ລະ​ຫວ່າງ​ຈີນ-ອາ​ຊຽນ, ທ່ານ ສູ້​ນິງ​ນິງ​ເຫັນ​ວ່າ: ບົນ​ພື້ນ​ຖານ​ທີ່​ມີ​ການ​ຮ່ວມ​ມືທີ່​ດີ​ໃນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​,​ສອງ​ປະ​ເທດ​ຍັງ​ມີ​ຊ່ອງ​ທາງ​ເພື່ອ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຕື່ມ​ອີກ​ໃນ​ດ້ານ​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ,ການ​ພັດ​ທະ​ນາ​ກະ​ສິ​ກຳ,ການ​ທ່ອງ​ທ່ຽວ,ການ​ຈໍ​ລະ​ຈອນ​ສິນ​ຄ້າ​ແລະ​​ອື່ນໆ.

ຄຳ​ເຫັນ

0