曹琦

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນາຍົກລັດຖະມົນຕີລາວເຂົ້າຮ່ວມກອງປະຊຸມພົບປະນັກທຸລະກິດລາວ-ຈີນ

2020-01-08 16:57:18 cri

ວັນ​ທີ7 ມັງ​ກອນ​ນີ້, ກອງ​ປະ​ຊຸມ​ພົບ​ປະ​ນັກ​ທຸ​ລະ​ກິດ​ລາວ-ຈີນ​ທີ່​ຈັດ​ໂດຍ​ສະ​ພາ​ທຸ​ລະ​ກິດ​ຈີນ-ອາ​ຊຽນ​ແລະ​ສະ​​ຖານ​ທູດ​ລາວ​ປະ​ຈຳ​ຈີນ​ໄດ້​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ, ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຮ່​ວມ​ມື​ລະ​ຫວ່າງວິ​ສາ​ຫະ​ກິດ​ສອງ​ປະ​ເທດ​ພາຍ​ໃຕ້​ສະພາບ​ການ​ໃໝ່. ທ່ານ​ທອງ​ລຸນ ສີ​ສຸ​ລິດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ​ທີ່​ພວມ​ຢ້ຽມ​ຢາມ​ຈີນ​ຢ່າງ​ເປັນ​ທາງ​ການ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ນີ້.

ໃນ​ເວ​ລາ​ປະ​ກອບ​ຄຳ​ເຫັນ​ໃນ​ກອງ​ປະ​ຊຸມ, ທ່ານ​ທອງ​ລຸນ ສີ​ສຸ​ລິດ​ກ່າວ​ວ່າ, ປະ​ເທດ​ລາວ​ຈະ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​​ຮ່ວມ​ມື​ກັບ​ສາ​ກົນ​ໂດຍໄດ້​ອອກ​ນະ​ໂຍ​ບາຍ​ບູ​ລິ​ມະ​ສິດ​ຫຼາຍກວ່າ​ເກົ່າ, ສືບ​ຕໍ່​ຊຸກ​ຍູ້​ການ​ຄ້າ​​ທີ່​ສະ​ດວກ​ສະ​ບາຍ, ສ້າງ​ສະ​ພາບ​ແວດ​ລ້ອມ​​ດຳ​ເນີນທຸ​ລະ​ກິດ​​ທີ່​ດີ​ງາມ, ຍິນ​ດີ​ຕ້ອນ​ຮັບ​ວິ​ສາ​ຫະ​ກິດ​ຈີນ​​ໄປ​ລົງ​ທຶນ​ເຮັດ​ທຸ​ລະ​ກິດ​ແລະພັດ​ທະ​ນາ​ຢູ່​ປະ​ເທດ​ລາວ. ໂດຍ​ສະ​ເພາະ​​ແມ່ນ​ວິ​ສາ​ຫະ​ກິດ​ເຕັກ​ນິກ​ຂັ້ນ​ສູງ​ແລະ​ໃໝ່​ຂອງ​ຈີນ​ໄປ​ລົງ​ທຶນ​ຢູ່​ລາວ, ນຳ​ໃຊ້​ເຕັ​ກ​ນິກ​ກ້າວ​ໜ້າ​​ເພື່ອ​ປະ​ກອບ​ສ່ວນ​ການ​ພັດ​ທະ​ນາ​​ລາວ.

ໃນ​ເວ​ລາ​ປະ​ກອບ​ຄຳ​ເຫັນ, ທ່ານ​​ຊີວນິງ​ນິງ ​ຮອງປະ​ທານ​ສະ​ພາ​ທຸ​ລະ​ກິດ​ຈີນ​-ອາ​ຊຽນ​ກ່າວ​ວ່າ, ​ປີ2019 ແມ່ນປີ​ທີ່​ຈີນ​ກັບ​ລາວ​ສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ຄົ​ບ​ຮອບ 10 ປີ, ໃນ 10 ປີ​ຜ່ານ​ມາ​ນີ້, ການ​ຮ່ວມ​ມືລະ​ຫວ່າງ​ສອງ​ຝ່າຍ​ມີ​ທ່ວງ​ທ່າ​ເລັ່ງ​ລັດ​ໄວ​ຂຶ້ນ. ປັດ​ຈຸ​ບັນ, ຈີນ​ແມ່ນ​ປະ​ເທດ​ແຫຼ່ງ​ລົງ​ທຶນ​ໃຫຍ່​ທີ່​ສຸດ​, ຕະ​ຫຼາດ​ຂາ​ອອກ​ໃຫຍ່​ທີ່​ສຸດແລະ​ຄູ່​ການ​ຄ້າ​ໃຫຍ່​ທີ 2 ຂອງ​ລາວ. ການ​ພົວ​ພັນ​​ດ້ານເສດ​ຖະ​ກິດ​ການ​ຄ້າ​ຈີນ​-ລາວ​ນັບ​ມື້​ແໜ້ນ​ແຟ້ນ, ​ເຊິ່ງແມ່ນ​ໝາ​ກ​ຜົນ​ທີ່​ຜູ້​ນຳ​​ສູງ​ສຸດ​ຂອງສອງ​ປະ​ເທດ​ຊີ້​ນຳ, ລັດ​ຖະ​ບານ​ສອງ​ຝ່າຍ​ໄດ້​ເຄື່ອນ​ໄຫວ​ຢ່າງ​ຕັ້ງ​ໜ້າ​ແລະ​ວິ​ສາ​ຫະ​ກິດ​ສອງ​ຝ່າຍ​ໄດ້​ກຳ​ແໜ້ນໂອ​ກາດ​ການ​ເຮັດ​ທຸ​ລະ​ກິດ, ​ທັງຍັງ​ໄດ້​ສະ​ແດງ​ໃຫ້​ເຫັນ​ລັກ​ສະ​ນະ​​ຊ່ອຍ​ຊູ​ຍູ​ໜູນ​ກັນ​ແລະ​ຄວາມ​ມີ​ຊີ​ວິດ​ຊີ​ວາ​ຂອງ​ເສດ​ຖະ​ກິດ​​ດ້ານການ​ຄ້າ​ສອງ​ຝ່າຍ.

ໃນ​ກອງ​ປະ​ຊຸມ, ທ່​ານ​ນາງ ຄຳ​ຈັນ ວົງ​ແສນ​ບູນ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຜນ​ການ​ແລະ​ການ​ລົງ​ທຶນ​ສ​ປ​ປ​ລາວ​ໄດ້​ແນະ​​ນຳ​ສະ​​ພາບການ​ດ້ານ​ເສ​ດ​ຖະ​ກິດ, ຄວາມ​ຕ້ອງ​ການ​​ໃນ​ການພັດ​ທະ​ນາ, ສະ​ພາບ​ແວດ​ລ້ອມ​ການ​ລົງ​ທຶນ, ໂອ​ກາດ​ຮ່ວມ​ມື​ທາງ​ທຸ​ລະ​ກິດຂອງ​ປະ​ເທດ​ລາວ. ​ໃນ​ໂອ​ກາດ​ດັ່ງ​ກ່າວ, ຜູ້​ແທນ​ນັກ​ວິ​ສາ​ຫະ​ກິດ​ຝ່າຍ​ຈີນ​ໄດ້​ແນະ​ນຳ​ບົດ​ຮຽນການ​ລົງ​ທຶນ​ຢູ່​ລາວ, ແລະ​ສະ​ແດງ​ຄວາມ​ປາ​ຖະ​ໜາ​​ທີ່​ຈະ​ສືບ​ຕໍ່​ການຮ່ວມ​ມື​​ຢ່າງ​ຕັ້ງ​ໜ້າ.

 ໃນ​ກອ​ງ​ປະ​ຊຸມ, ສະ​ພາ​ທຸ​ລະ​ກິດ​ຈີນ-ອາ​ຊຽນ​ໄດ້​ເຊັນ​ບົດ​ບັນ​ທຶກ​ກັບ​ສະ​ພາ​ການ​ຄ້າ​ແລະ​ອຸດ​ສາ​ຫະ​ກຳ​ແຫ່ງ​ຊາດ​ລາວ.

图片默认标题_fororder_老挝总理通伦发言

图片默认标题_fororder_许宁宁理事长致辞图片默认标题_fororder_老挝计划与投资部副部长发言

图片默认标题_fororder_中国——东盟商务理事会与老挝国家工商联合会签署合作备忘录

 

 

ຄຳ​ເຫັນ

0