曹琦

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້ນຳການາດາກັບອີຣານສົນທະນາກັນຜ່ານທາງໂທລະສັບກ່ຽວກັບເຫດການທີ່ເຮືອບິນໂດຍສານອູແກຣນຖືກຍິງຕົກ

2020-01-12 16:41:30 cri

ວັນ​ທີ 11 ມັງ​ກອນ​ນີ້, ທ່ານ​ຈັ​ສ​ຕິນ ຕ​ຣຸ​​ໂດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກາ​ນາ​ດາ​ໄດ້​​ລົມ​ກັບ ທ່ານ​ຮາ​ຊັນ ຣູ​ຮາ​ນີ ປະ​ທາ​ນາ​ທິ​ບໍ​ດີ​ອີ​ຣານ​ຜ່ານ​ທາງ​ໂທ​ລະ​ກັບ, ​ໂດຍຮຽກ​ຮ້ອງ​ຝ່າຍ​ອີຣານ​​ສືບ​ສວນເຫດ​ການ​ທີ່​​ຂີ​ປະ​ນາ​ວຸດ​​ນຳ​ວິ​ຖີຂອງ​ອີ​ຣານ​ຍິງ​ຕົກ​ເຮືອ​ບິນໂດຍ​ສານ​ອູ​ແກຣນ​ໂດຍ​ບໍ່​ເຈດ​ຕະ​ນາ​ຢ່າງ​ເຖິງ​ຖອງ.

ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 11 ມັງ​ກອນ​ນີ້, ທ່ານ​ຕ​ຣຸ​ໂດ​ກ່າວ​ວ່າ, ອີ​ຣານ​ຮັບ​ຮອງວ່າ​ຂີ​ປະ​ນາ​ວຸດ​ນຳ​ວິ​ຖີ​ຂອງ​ອີ​ຣານ​ຍິງ​ຕົກ​​ເຮືອ​ບິນ​ໂດຍ​ສານ​ອູ​ແກ​ຣນ​ໂດຍ​ບໍ່​ເຈດ​ຕະ​ນາ​ແມ່ນ​ບາດ​ກາວ​ອັນ​ສຳ​ຄັນ​ທີ່​ສຸດ​ຕໍ່​ຄອບ​ຄົວ​ຂອງ​ຜູ້​ປະ​ສົບ​ເຄ​າ​ະ​ຮ້າຍ, ແຕ່​ຍັງ​ມີ​ວຽກ​ຫຼາຍ​ຕ້ອງ​ເຮັດ. ທ່ານ​ຕ​ຣຸ​ໂດ​ກ່າວ​ຕື່ມ​ວ່າ, ຕ້ອງ​ດຳ​ເນີນ​ການ​​ສືບ​ສວນຢ່າງ​ຮອບ​ດ້ານ​ແລະ​ເຖິງ​ຖອງ, ເພື່ອ “​ຮູ້​​ແຈ້ງວ່າເຫດ​ການ​ທີ່​ເສົ້າ​ສະ​ຫຼົດ​ໃຈ​ເທື່ອ​ນີ້​ເກີດ​ຂຶ້ນ​ແນວ​ໃດ”. ທ່ານ​ຣູ​ຮາ​ນີ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ​ຈະ​​ສືບ​ສວນເຫດກ​ານ​ນີ້​ຕື່ມ​ອີກ.

ຄຳ​ເຫັນ

0