李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກິດ​ຈະ​ກຳ​ສະ​ເຫຼີມ​ສະ​ຫຼອງ​ບຸນ​ກຸດ​ຈີນ ຈັດ​ຂຶ້ນ​ຢູ່​ລາວ

2020-01-12 15:34:29 cri

ວັນ​ທີ 11 ແລະ​ວັນ​ທີ 12 ມັງ​ກອນ​ນີ້, ກິດ​ຈະ​ກຳສະ​ເຫຼີມ​ສະ​ຫຼອງ​ບຸນ​ກຸດ​ຈີນ​ປີ 2020 ທີ່​ສູນ​ວັດ​ທະ​ນະ​ທຳ​ຈີນ​ຂອງ​ລາວ ແລະ​ພະ​ແນກວັດ​ທະ​ນະ​ທຳ​ວິ​ທະ​ຍຸ​ໂທ​ລະ​ພາບ​ການ​ທ່ອງ​ທ່ຽວ​ນະ​ຄອນ​ເຊີງ​ຕູ່​ຈີນ ເປັນ​ເຈົ້າ​ພາບ​ຮ່ວມ ໄດ້​ຈັດ​ຂຶ້ນ​ຢູ່​ຫໍ​ວັດ​ທະ​ນະ​ທຳ​ແຫ່ງ​ຊາດ​ລາວ​ທີ່​ນະ​ຄອນ​ຫຼວງວຽງ​ຈັນ.

ທ່ານ​ຈ່ຽງ​ຈ້າ​ຍ​ຕົ່ງ, ເອ​ກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ລາວ, ທ່ານ​ກິ​ແກ້ວ ໄຂ​ຄຳ​ພິ​ທູນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຖະ​ແຫຼງ​ຂ່າວ ວັດ​ທະ​ນະ​ທຳ​ແລະ​ທ່ອງ​ທ່ຽວ​ລາວ ພ້ອມ​ດ້ວຍ​ທູ​ຕາ​ນຸທູດ​ປະ​ເທດ​ຕ່າງໆ​ປະ​ຈຳ​ລາວ, ບຸກ​ຄົນ​ວົງ​ການ​ຕ່າງໆ​ຂອງ​ລາວ, ຜູ້​ຕາງ​ໜ້າ​ອົງ​ການ​ທຶນ​ຈີນ​ປະ​ຈຳ​ລາວ, ​ຊາວ​ຈີນ, ​ຈີນ​ຕ່າງ​ດ້າວ​ແລະ​ອື່ນໆ ປະ​ມານ 7000 ຄົນ​ໄດ້​ເຂົ້າ​ຮ່ວມ​ກິດ​ຈະ​ກຳດັ່ງ​ກ່າວ​.

ອາ​ຈານ​ແລະ​ນັກ​ສຶກ​ສາ​ໂຮງ​ຮຽນ​ວັດ​ທະ​ນະ​ທຳ​ສີ​ລະ​ປະ​ນະ​ຄອນ​ເຊີງ​ຕູ່ ໄດ້​ສະ​ແດງ​ລາຍ​ການ​​ງິ້ວ​, ລາຍ​ການ​ຟ້ອນ​, ​ລ​າຍ​ການ​ຮ້ອງ​ເພງ​ພື້ນ​ເມືອງ ແລະ​ລາຍ​ການ​ທີ່​ມີ​ເອ​ກະ​ລັກ​ພິ​ເສດ​ອື່ນໆ, ການ​ສະ​ແດງ​ຝີ​ມື​ແຕ່ງ​ອາ​ຫານ​ຂອງ​ພໍ່​ຄົວ​ຈີນ​ແລະ​ອາ​ຫານ​ແຊບ​ຂອງ​ຈີນ ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບເປັນ​ພິ​ເສດ, ການ​ສະ​ແດງ​ຮີດ​ຄອງ​ປະ​ເພ​ນີ​ພື້ນ​ເມືອງ​ເຮັດ​ໃຫ້​ຜູ້​ຊົມ​ຕົກ​ສະ​ເງີ້​ນຳ​ວັດ​ທະ​ນະ​ທຳ​ແບບ​ດັ້ງ​ເດີມ​ຂອງ​ຈີນ​ແລະ​ຝີ​ມື​ລ້ຳ​ເລີດ​ຂອງ​ຜູ້​ສືບ​ທອດ​ມໍ​ລະ​ດົກ​ທີ່​​ນາມ​ມະ​ທຳ, ການທວາຍ​ປິດ​ສະ​ໜາທີ່​ມີ​ລາງວັນ ແລະ​ການ​ຕອບ​ຄຳ​ຖາມ​ຄວາມ​ຮູ້​ວັດ​ທະ​ນະ​ທຳ​ຈີນ ໄດ້​ດຶງ​ດູດ​ປະ​ຊາ​ຊົນ​ຈຳ​ນວນ​ຫຼວງ​ຫຼາຍ​ໄປ​ເຂົ້າ​ຮ່ວມ, ບັນ​ຍາ​ກາດ​ຟົດ​ຟື້ນ​ທີ່​ສຸດ.

ນັບ​ແຕ່​ປີ 2015 ເປັນ​ຕົ້ນ​ມາ, ກິດ​ຈະ​ກຳສະ​ເຫຼີມ​ສະ​ຫຼອງ​ບຸນ​ກຸດ​ຈີນ​ຢູ່ລາວ ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງວຽງ​ຈັນ​ເປັນ​ເວ​ລາ 6 ປີ​ລຽນ​ຕິດ, ໄດ້​ກາຍ​ເປັນ​ໂຄງ​ການ​ຊື່​ດັງ​ແລະ​ກິດ​ຈະ​ກຳ​ສະ​ເຫຼີມ​ສະ​ຫຼອງ​ວັນ​ບຸນ​ທີ່​ສຳ​ຄັນ ທີ່​ສາ​ມາດ​ເຮັດ​ໃຫ້​ປະ​ຊາ​ຊົນ​ລາວ​ໄດ້ສຳ​ຜັດ​ກັບ​ວັດ​ທະ​ນະ​ທຳ​ຂອງ​ຈີນ.

ຄຳ​ເຫັນ

0