蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສ​ປ​ປ ເກົາຫຼີຈະ​ບໍ່​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາກັບ​ອາ​ເມ​ຣິ​ກາ​ອີກ ເວັ້ນ​ແຕ່​ອ​າ​ເມ​ຣິ​ກາ​​ຮັບ​ເອົາ​ເງື່ອນ​ໄຂ

2020-01-12 16:04:26 CRI

ວັນ​ທີ 11 ມັງ​ກອນ​ນີ້, ຂ່າວ​ສານ​ທາງ​ການ​ ສ​ປ​ປ ເກົາຫຼີ​​ໄດ້ນຳ​ເອົາ​ຄຳ​ປາ​ໄສ​ຂອງ​ທ່ານ​ກິມ​ເກກວນ ທີ່​ປຶກ​ສາ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສ​ປ​ປ ເກົາຫຼີ​ມາ​ລາຍ​ງານ​ວ່າ, ​ເວັ້ນ​ແຕ່​ອາ​ເມ​ຣິ​ກາ​ເຫັນ​ດີ​ຕໍ່​ຄວາມ​ຮຽກ​ຮ້ອງ​ທັງ​ໝົດ​ທີ່ ສ​ປ​ປ ເກົາຫຼີ​ສະ​ເໜີ​ອອກ​ມາ, ຖ້າ​ບໍ່​ດັ່ງ​ນັ້ນ, ສ​ປ​ປ ເກົາຫຼີ​ຈະ​ບໍ່​ເຂົ້າ​ຮ່ວມ​ການ​ເຈລະ​ຈາ​ ສປ​ປ ເກົາຫຼີ ແລະ ອາ​ເມ​ຣິ​ກາ​ອີກ.

ຂະ​ນະ​ດຽວ​ກັນ, ທ່ານ​ກິມ​ເກກວນ​ກ່າວ​ຕື່ມ​ວ່າ, ແຕ່​ພວກ​ເຮົາ​ຮູ້​​ວ່າ, ອາ​ເມ​ຣິ​ກາ​ຈະ​ບໍ່​ເຮັດ​ແນວ​ນີ້ ແລະ ບໍ່​​ມີ​ຄວາມສາ​ມາດ​ເຮັດ​ຄື​ແນວ​ນີ້.

ທ່ານ​ກິມ​ເກກວນ​ຍົກ​ເອົາ​ການ​ເຈ​ລະ​ຈາ ສ​ປ​ປ ເກົາຫຼີ​ ແລະ ອາ​ເມ​ຣິ​ກາ​ໃນ​ເດືອນ​ກຸມ​ພາ​ປີ​ຜ່ານ​ມາ​ມາ​ກ່າວ​ວ່າ: ສ​ປ​ປ ເກົາຫຼີ​ຈະ​ບໍ່​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາທີ່​ຮັບ​ເອົາ​ຄວາມ​ກົດ​ດັນ​ແຕ່​ຝ່າຍ​ດຽວ​ແບບ​ນີ້​ອີກ, ສ​ປ​ປ ເກົາຫຼີ​ບໍ່​ຍ​ອມຈະ​ດຳ​ເນີນ​ການ​ແລກ​ປ່ຽນ​ຄື​ພໍ່​ຄ້າ​ແລກ​ປ່ຽ​ສິນ​ຄ້າໃນ​ການ​ເຈ​ລະ​ຈາ​ອີກ.

ນັບ​ແຕ່​ການ​ພົບ​ປະ​ກັນ​ທີ່​ນະ​ຄອນຫຼວງ​ຮ່າ​ໂນ້ຍ​ລະ​ຫວ່າງ​ຜູ້​ນຳ​ສອງ​ປະ​ເທດ​ ສ​ປ​ປ ເກົາຫຼີ ແລະ ອາ​ເມ​ຣິ​ກາ​ໃນ​ເດືອນ​ກຸມ​ພາ​ປີ​ຜ່ານ​ມາ​ເປັນ​ຕົ້ນ​ມາ, ການ​ພົວ​ພັນ​ລະ​ຫວ່າງ ສ​ປ​ປ ເກົາຫຼີ ແລະ ອາ​ເມ​ຣິ​ກາ ແລະ ສະ​ຖາ​ນະ​ການ​ແຫຼມ​ເກົາຫຼີ​ບໍ່​ໄດ້​ບັນ​ລຸ​ການ​ບຸກ​ທະ​ລຸທາດ​ແທ້. ເພື່ອ​ຊຸກ​ຍູ້​ໃຫ້​ຟື້ນ​ຟູ​ການ​ເຈ​ລະ​ຈາ, ສ​ປ​ປ ເກົາຫຼີ​ກ່າວຫຼາຍ​ຄັ້ງ​ວ່າ, ທ້າຍ​ປີ 2019 ເປັນ “ວັນ​ເວ​ລາ​ສຸດ​ທ້າຍ” ທີ່​ໃຫ້​ອາ​ເມ​ຣິ​ກາ​ສະ​ເໜີ​ແຜນ​ການ​ໃໝ່​ກ່ຽວ​ກັບ​ການ​ເຈ​ລະ​ຈາ​ອອກ​ມາ.

ຄຳ​ເຫັນ

0