李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

“ກອງ​ທັບ​ປົດ​ປ່ອຍຊາດ” ລີ​ບີ​ປະ​ກາດ​ວ່າ ຈະຢຸດ​ຍິງໂດຍ​ມີ​ເງື່ອນ​ໄຂ

2020-01-12 15:37:00 cri

ວັນ​ທີ 11 ມັງ​ກອນ​ນີ້, “ກອງ​ທັບ​ປົດ​ປ່ອຍ​ຊາດ” ​ເຊິ່ງ​ເປັນກຳ​ລັງ​ປະ​ກອບ​ອາ​ວຸດ​ຂອງລີ​ບີປະ​ກາດ​ວ່າ, ທະ​ແນມ​ແຕ່ກອງ​ທັບ​ລັດ​ຖະ​ບານ​ຊົນ​ຊາດ​ສາ​ມັກ​ຄີ​​​ລີ​ບີ ເຄົາ​ລົບ​ສັນ​ຍາ​ຢຸດ​ຍິງ, ​ກອງ​ທັບ​ຕົນກໍ່ຈະ​ຢຸດ​ເຊົາ​ການ​ເຄື່ອນ​ໄຫວ​ການ​ທະ​ຫານ​ຢູ່​ພາກ​ຕາ​ເວັນ​ຕົກລີ​ບີ ນັບ​ແຕ່ສູນ​ໂມງວັນ​ທີ 12 ມັງ​ກອນ​ນີ້​ເປັນ​ຕົ້ນ​ໄປ.

ໃນ​ຖະ​ແຫຼງ​ການຂອງຕົນ, “ກອງ​ທັບ​ປົດ​ປ່ອຍຊາດ” ກ່າວ​ວ່າ, ທະ​ແນມ​ແຕ່​ຝ່າຍ​ກົງ​ກັນ​ຂ້າມ​ເຄົາ​ລົບ​​ສັນ​ຍາ​ຢຸດ​ຍິງ, ​ກອງທະ​ຫານ​ຕົນກໍ່​ຈະ​ຢຸດ​ຍິງ, ແຕ່​ຖ້າ​ຝ່າຍ​ກົງ​ກັນ​ຂ້າມ​ຝ່າ​ຝືນ​ສັນ​ຍາ​ຢຸດ​ຍິງ, ຈະ​ພາ​ໃຫ້​ເກີດ​ມີ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ອັນ​ໜັກ​ໜ່ວງ.

​ວັນ​ທີ 8 ມັງ​ກອນ​ນີ້, ທ່ານຣິ​ເຊັບ ທາ​ຢິບ ເອ​ໂດ​ກັນ, ປະ​ທາ​ນາ​ທິ​ບໍ​ດີ​ຕວກ​ກີ​ກັບ​ທ່ານ​ວາ​ລາ​ດີ​ເມຍ ປູ​ຕີນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍໄດ້​ພົບ​ປະ​ກັນ​ຢູ່​ອິ​ສ​ຕັນ​ບຸນ ແລະ​ອອກ​ຖະ​ແຫຼງ​ການ​ຮ່ວມ, ​ໂດຍຮຽກ​ຮ້ອງ​ໃຫ້​ສອງ​ຝ່າຍ​ທີ່​ປະ​ທະ​ກັນ​ຢູ່ລີ​ບີ ຢຸດ​ເຊົາ​ການ​ເຄື່ອນ​ໄຫວ​ທີ່​ເປັນ​ປໍ​ລະ​ປັກ​ກັນ​ທຸກ​ຢ່າງ ແຕ່ 0 ໂມງວັນ​ທີ 12 ເປັນ​ຕົ້ນ​ໄປ.

ນັບ​ແຕ່​ເດືອນ​ເມ​ສາ​ປີ 2019 ເປັນ​ຕົ້ນ​ມາ, “ກອງ​ທັບ​ປົດ​ປ່ອຍ​ຊາດ” ລີ​ບີ ເລີ່ມ​ປະ​ຕິ​ບັດ​ການ​ເຄື່ອນ​ໄຫວ​ທາງ​ການ​ທະ​ຫານ​ຕໍ່​ຕຼີ​ໂປ​ລີ, ແລະ​ສູ້​ຮົບ​ກັບກອງ​ທັບ​ລັດ​ຖະ​ບານ​ຊົນ​ຊາດ​ສາ​ມັກ​ຄີ​ລີ​ບີທີ່​ຄວບ​ຄຸມຕຼີ​ໂປ​ລີ.

ຄຳ​ເຫັນ

0