蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຊຸ​ນ​ຕານ​ໃໝ່​​ໂອ​ມານ​ສາ​ບານ​ຕົວ​ຂຶ້ນ​ດຳ​ລົງ​ຕຳ​ແໜ່ງ

2020-01-12 16:03:42 CRI

ຂ່າວ​ສານ​​ໂອ​ມານ​ລາຍ​ງານ​ໃນ​ວັນ​ທີ 11 ມັງ​ກອນ​ນີ້​ວ່າ, ມື້​ດຽວ​ກັນ, ສົມ​ເດັດເຮ​ເຊມ ເບນຕາ​ຣິກ ຊາ​ອິດ ນ້ອງ​ຊາຍ​ໃນ​ຄອບ​ຄົວ​ຂອງ​ສົມ​ເດັດ​ກາ​ບູ​ສ ເບນ ຊາ​ອິດ ຊຸນ​ຕານ​​ໂອນ​ມານ​ທີ່​ສະ​ຫວັນ​ນະ​ຄົດ​​ ໄດ້​ຂຶ້ນ​ດຳ​ລົ​ງ​ຕຳ​ແໜ່ງ​ຊຸນ​ຕານ​ໃໝ່​​ຂອງ​ໂອມານ.

ສົມ​ເດັດ​ເຮ​ເຊມ​ເກີດ​ໃນ​ປີ 1954, ເຄີຍ​ດຳ​ລົງ​ຕຳ​ແໜ່ງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ມໍ​ລະ​ດົກ​ແລະ​ວັດ​ທະ​ນະ​ທຳ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ໂອ​ມານ​ເປັນ​ຕົ້ນ.

ຊຸນ​ຕານ​ກາ​ບູ​ສ​​ໄດ້ສະ​ຫວັນ​ນະ​ຄົດ​ໃນ​ຕອນ​ຄ່ຳ​ວັນ​ທີ 10 ມັງ​ກອນ​ນີ້, ອາ​ຍຸ 79 ປີ. ວັນ​ທີ 11 ມັງ​ກອນ​ນີ້, ຫ້ອ​ງວ່າ​ການ​ຊຸນ​ຕານ​​ໂອ​ມານ​ປະ​ກາດ​ໃຫ້​ກົງ​ຈັກ​ລັດ​ຖະ​ບານ, ໜ່ວຍ​ງານ​ຂອງ​ລັດ, ວິ​ສາ​ຫະ​ກິດ​ເອ​ກະ​ຊົນ ແລະ ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ​ເປັນ​ຕົ້ນ​​ເຊົາ​ເຮັດ​ວຽກ 3 ວັນ, ທົ່ວ​ປະ​ເທດຊັກ​ທຸງຊາດ​ລົງ​ເຄິ່ງ​ເສົາ 40 ວັນ ເພື່ອ​ສະ​ແດງ​ຄວາມ​ໄວ້​ອາ​ໄລ.

ຄຳ​ເຫັນ

0