蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ສົ່ງ​​ສານ​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ເຖິງ​ຊຸນ​ຕານ​ອົງໃໝ່​ຂອງ​ໂອ​ມານ​ກ່ຽວ​ກັບ​ຊຸນ​ຕານ​ກາ​ບູ​ສ​ສະ​ຫວັນ​ນະ​ຄົດ

2020-01-13 16:30:38 CRI

ວັນ​ທີ 12 ມັງ​ກອນ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສົ່ງ​​ສານ​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈເຖິງ​ສົມ​ເດັດ​ຮາຍ​ທາມ ບິນ ຕາ​ຣິກ ອານ ຊາ​ອິດ ຊຸນ​ຕານ​ອົງ​ໃໝ່​ຂອງ​ໂອ​ມານ ກ່ຽວ​ກັບ​ສົມ​ເດັດ​ກາ​ບູ​ສ ຊຸນ​ຕານ​​ອົງເກົ່າ​ຂອງ​ໂອມ​ານ​ສະ​ຫວັນ​ນະ​ຄົດ. ທ່ານ​ສີ​ຈິ້ນ​ຜິງ​​ໄດ້ຕາງ​ໜ້າ​ໃຫ້ລັດ​ຖະ​ບານ ແລະ ປະ​ຊ​າ​ຊົນ​ຈີນ ແລະ​ໃນ​ນາມ​ສ່ວນ​ຕົວ, ສະ​ແດງ​ຄວາມ​​ເສົ້າ​ສະຫຼົດ​ໃຈ​ຢ່າງ​ສຸດ​ເຊິ້ງ​ຕໍ່​ກັບ​ການສະ​ຫວັນ​ນະ​ຄົດ​ຂອງ​ຊຸນ​ຕານ​ກາ​ບູ​ສ ແລະ ສະ​ແດງ​ຄວາມ​​ເຫັນ​ໃຈ​ຕໍ່​ຄອບ​ຄົວ​ຊຸນ​ຕານ​ກາ​ບູ​ສ ແລະ ປະ​ຊາ​ຊົນ​ໂອ​ມານ.

​​ສານ​ຂອງທ່ານ​ສີ​ຈິ້ນ​ຜິງ​ລະ​ບຸ​ວ່າ: ຊຸນ​ຕານ​ກາ​ບູ​ສ​ແມ່ນ​ຜູ້​ນຳ​​ທີ່​ດີ​ເລີດຂອງ​ໂອ​ມານ, ​ພະ​ອົງ​ໄດ້ປະ​ກອບ​ສ່ວນ​​ອັນສຳ​ຄັນ​ຕໍ່​ການ​ຊຸກ​ຍູ້​ການ​ສ້າງ​ສາ​ພັດ​ທະ​ນາ​ໂອ​ມານ, ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ ແລະ ເຂດ​ອ່າວ​ເປີ​ເຊຍ, ໄດ້​ຮັບ​ຄວາມ​ເຄົາ​ລົບ​ນັບ​ຖື ແລະ ຮັກ​ແພງ​​ຈາກປະ​ຊາ​ຊົນ​ໂອ​ມານ​ທັງຫຼາຍ. ຊຸນ​ຕານ​ກາ​ບູ​ສ​ເປັນ​ເພື່ອນ​ເກົ່າ​ຂອງ​ປະ​ຊາ​ຊົນ​ຈີນ, ​ພະ​ອົງ​ໄດ້​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າໃນ​ການ​ຊຸກ​ຍູ້​ການ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຈີນ-ໂອ​ມານ, ຊຸກ​ຍູ້​ການ​ຮ່ວມ​ມື​ຕົວ​ຈິງ​ໃນ​ຂົງ​ເຂດ​ຕ່າງໆ​ລະ​ຫວ່າງ​ສອງ​ປະ​ເທດ ແລະ ເພີ່ມ​ທະ​ວີ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ຊາດ​ຈີນ-ໂອ​ມານ. ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ຈີນ​ທະ​ນຸ​ຖະ​ໜອມ​ມິດ​ຕະ​ພາບ​ຈີນ-ໂອ​ມານ​ທີ່​ສຸດ. ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ພາຍ​ໃຕ້​ຄວາມ​ພະ​ຍາຍາມ​ຂອງ​ທັງ​ສອງ​ຝ່າຍ, ການ​ພົວ​ພັນ​ຄຸ່​ຮ່ວມ​ຍຸດ​ທະ​ສາດ​ຈີນ-ໂອ​ມານ​ຍ່ອມ​ຈະ​ມີ​ການ​ຂະ​ຫຍາຍ​ຕົວ​ໃໝ່.

ຄຳ​ເຫັນ

0