黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ພູ​ໄຟ​ຕາ​ອານ​ຂອງ​ຟີ​ລິບ​ປີນ​ລະ​ເບີດ​ກະ​ທົບ​ເຖິງ​ການ​ບິນ

2020-01-13 17:31:13 cri

​ເວ​ລາ 13 ໂມງ​ຂອງ​ວັນ​ທີ 12 ມັງ​ກອນ​ນີ້, ພູ​ໄຟຕາ​ອານ​ຢູ່​ໃກ້​ເຂດ​​ທາ​ກາ​ໄຕ​ເຊິ່ງ​ເປັນ​ສະ​ຖາ​ນທີ່​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຂອງ​ຟີ​ລິບ​ປີນ​ໄດ້​ລະ​ເບີດຂຶ້ນ, ເທົ່າ​ກ່ານ​ໄດ້​ປີວ​ຂຶ້ນ​ສູ່​ອາ​ກາດ​ສູງ​ເຖິງ 10 ຫາ 15 ກິ​ໂລ​ແມັດ. ​ເວ​ລາ 19 ໂມງ​ເຄິ່ງ​ຂອງວັນ​ດຽວ​ກັນ, ກົມ​ພູ​ໄຟ​ແຜ່ນ​ດິນ​ໄຫວ​ຟີ​ລິບ​ປີນ​​ໄດ້ຍົກ​ລະ​ດັບ​ການ​ເຕືອນ​ໄພ​ພູ​ໄຟ​ຈາກ​ລະ​ດັບ 3 ຂຶ້ນ​ເປັນລະ​ດັບ 4, ນີ້​ໝາຍ​ຄວາມ​ວ່າ​ໃນ​ຫຼາຍ​ມື້​ຕໍ່​ໜ້າ, ພູ​ໄຟ​ດັ່ງ​ກ່າວ​ອາດ​ຈະ​ລະ​ເບີດ​ຢ່າງ​ຮຸນ​ແຮງ​ອີກ.

ຍ້ອນ​ໄດ້​ຮັບ​ຜົນ​​ກະ​ທົບຈາກ​​ພູ​ໄຟ​ດັ່ງ​ກ່າວ​ລະ​ເບີດ, ກົມ​ຄຸ້ມ​ຄອງ​ການ​ບິນ​ພົນ​ລະ​ເຮືອນ​ຟີ​ລິບ​ປີນ​ຫຼື CAAP ໄດ້​ຢຸດ​ການ​ຂຶ້ນ​ບິນ-ລົງ​ຈອດ​ຖ້ຽວ​ບິນ​ຕ່າງໆ​ຢູ່ງ​ສະ​ໜາມ​ບິນ​ສາ​ກົນ​ອາ​ກີ​ໂນ​​ໃນນະ​ຄອນ​ຫຼວງ​ມະນີ​ລາ​​ເປັນ​ການ​ຊົ່ວ​ຄາວໃນ​ຕອນ​ຄ່ຳ​ວັນ​ທີ 12 ມັງ​ກອນ​ຜ່ານ​ມາ.

ມື້​ດຽວ​ກັນ, ສະ​ຖານ​ກົງ​ສຸນ​ຈີນ​ປະ​ຈຳ​ຟີ​ລິບ​ປີນ​ໄດ້​ອອກ​ປະ​ກາດ​ແຈ້ງ​ການ​ກ່ຽວ​ກັບ​ພູ​ໄຟຕາ​ອານ​ລະ​ເບີດ, ເຕືອນ​ໃຫ້​ປະ​ຊ​າ​ຊົນ​ຈີນ​ເອົາ​ໃຈ​ໃສ່​ຂໍ້​ມູນ​ຂ່າວ​ສານ​​ຈາກທາງ​ການ​ໃນ​ໄລ​ຍະ​ພູ​ໄຟຕາ​ອານ​ລະ​ເບີດ, ປະ​ຕິ​ບັດ​ຕາມ​ຄ່ຳ​ສັ່ງ​ຍົກ​ຍ້າຍ​ຂອງ​ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ແລະ​ອອກ​ຈາກ​ເຂດ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ໃນ​ທັນ​ທີ.

ພູ​ໄຟຕາ​ອານ​​ຢູ່​ເກາະ​ລູ​​ຊອນຂອງ​ຟີ​ລິບ​ປີນແມ່ນ​ພູ​ໄຟ​ເປັນ​ທີ່​ຕ່ຳ​ທີ່​ສຸດ​ໃນ​ໂລກ, ​ຄວາມສູງ​ທຽບ​ຖານ​ມີລ​ພຽງ 200 ແມັດ, ຕັ້ງ​ຢູ່​ໃຈ​ກາງ​ຂອງ​ໜອງຕາ​ອານ​ທີ່​ສວຍ​ງາມ.

ຄຳ​ເຫັນ

0