蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ຊິມ​ບາ​ເວ​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ທ່ານ​ວາງ​ຢີ້

2020-01-13 16:31:50 CRI

ວັນ​ທີ 12 ມັງ​ກອນ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ຢູ່​ນະ​ຄອນຫຼວງ​ຮາ​ຣາ​ເຣ, ທ່ານ​ຄອນ​​ສະ​ແຕນ​ຕີ​ໂນ ຈີ​ເວນ​ກາ ຮອງ​ປະ​ທານ​າ​ທິ​ບໍ​ດີ​​ຊິມ​ບາ​ເວ​ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ທ່ານ​ວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ.

ທ່ານ​ຄອນ​ສະ​ແຕນ​ຕີ​ໂນ ຈີ​ເວນ​ກາກ່າວ​ວ່າ, ຊິມ​ບາ​ເວ​ເອົາ​ໃຈ​ໃສ່​ຢ່າງ​ສູງ​ຕໍ່​ກາ​ນ​ຂະ​ຫຍາຍ​ການ​ພົວ​ພັນ​ມິດ​ຕະ​ພາບ​ກັບ​ຈີນ, ຍິ​ນ​ດີ​ຖື​ໂອ​ກາດ​ທີ່​ສອງ​ປະ​ເທດ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຄົບ​ຮອບ 40 ປີ, ຫັນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ການ​ເມືອງ​ເປັນ​ໝາກ​ຜົນ​ການ​ຮ່ວມ​ມື​ຕົວ​ຈິງ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ​ການ​ຄ້າ​ເປັນ​ຕົ້ນ, ຍົກ​ສູງ​ການ​ພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ. ຊິມ​ບາ​ເວ​ຂອບ​ໃຈ​ຈີນ​ທີ່​ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜູນ ແລະ ຊ່ວຍ​ເຫຼືອ​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຊິມ​ບາ​ເວ ແລະ ການ​ສ້າງ​ສາ​ພັດ​ທະ​ນາຄືນ​ໃໝ່ຫຼັງ​​ຊິມ​ບາ​ເວ​ປະ​ສົບ​ກັບ​ໄພ​ພິ​ບັດ​ ​ເປັນ​ເວ​ລາ​ດົນ​ນານ​ມາ​ນີ້. ຊິມ​ບາ​ເວ​ຍິນ​ດີ​ຕ້ອນ​ຮັບ​ວິ​ສາ​ຫະ​ກິດ​ຈີນ​ໄປ​ລົງ​ທຶນ​ຢູ່​ຊິມ​ບາ​ເວຫຼາຍກວ່າ​ເກົ່າ, ຊິມ​ບາ​ເວ​ຈະ​ພະ​ຍາ​ຍາມ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ດຳ​ເນີນ​ທຸ​ລະ​ກິດ​ໃຫ້​ດີ​ຂຶ້ນ ແລະ ເຮັດ​ໃຫ້​ການ​ເຮັດ​ທຸ​ລະ​ກິດ​ຢູ່​ຊິມ​ບາ​ເວ​ມີ​ຄວາມ​ສະ​ດວກ​ສະ​ບາຍກວ່າ​ເກົ່າ. ຊິມ​ບາ​ເວ​ຍຶດ​ໝັ້​ນ​​ໃນນະ​ໂຍ​ບາຍ​ຈີນ​ດຽວ​ຢ່າງ​ໝັ້ນ​ໜຽວ​ບໍ່​ປ່ຽນ​ແປງ, ສະ​ໜັ​ບ​ສະ​ໜູນ​ທຸກ​ບັນ​ຫາ​ທີ່​ພົວ​ພັນ​ເຖິງ​ຜົນ​ປ​ະ​ໂຫຍດ​ໃຈ​ກາງ​ຂອງ​ຈີນ ແລະ ຢືນ​ຄຽງ​ຂ້າງ​ຈີນ​ຢ່າງ​ເດັດດ່ຽວ​ໃນ​ວຽກ​ງານ​ສາ​ກົນ.

ທ່ານ​ວາງ​ຢີ້​ຕີ​ລາ​ຄາ​ສູງ​ຕໍ່​ການ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ນ​ຈີນ-ຊິມ​ບາ​ເວ ແລະ ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່ທ່ານ​ຄອນ​​ສະ​ແຕນ​ຕີ​ໂນ ຈີ​ເວນ​ກາ ທີ່​ໄດ້​ປະ​ກອບ​ສ່ວນ​ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້ຂະ​ຫຍາຍ​ຕົວ​ຢ່າງ​ຮອບ​ດ້ານ. ຈີນ​ສະ​ໜັບ​ສະ​ໜູນ​ຊິມ​ບາ​ເວ​ເລັ່ງ​ລັດ​ບາດ​ກ້າວ​ປະ​ຕິ​ຮູບ, ສະ​ໜັບ​ສະ​ໜູນ​ຊິມ​ບາ​ເວ​ຄົ້ນ​ຄວ້າ​ເສັ້ນ​ທາງ​ພັດ​ທະ​ນາ​ທີ່​ສອດ​ຄ່ອງ​ກັບ​ສະ​ພາບ​ຄວາມ​ເປັນ​ຈິງ​ຂອງ​ປະ​ເທດ​ຕົນ​ຢ່າງ​ບໍ່​ຢຸດ​ຢັ້ງ, ຈີ​ນ​ຍິນ​ດີ​ແບ່ງ​ປັນ​ປະ​ສົບ​ການ​ດ້ານ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ ແລະ ການ​ປົກ​ຄອງ​ປະ​ເທດ​ໃຫ້​ແກ່​ຊິມ​ບາ​ເວ​ຢ່າງ​ຈິງ​ໃຈ ພ້ອມ​ທັງ​ສືບ​ຕໍ່​ໃຫ້​ການ​ຊ່ວຍ​ເຫຼືອ​ແລະ​ສະ​ໜັບ​ສະ​ໜູນ​ແກ່​ຊິມ​ບາ​ເວ​ຕາມ​ຄວາມ​ສາ​ມາດ​ຂອງ​ຕົນ.

ຄຳ​ເຫັນ

0