黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຮຽກຮ້ອງ​ໃຫ້​ຝ່າຍ​ຕ່າງໆ​ຊຸກ​ຍູ້​ໃຫ້​ສ​ະ​ຖາ​ນະ​ການ​ຢູ່​ເຂດ​ອ່າວ​ເປີ​ເຊຍ​ແລະ​ເຂດ​ຕາ​ເວັນ​ອອກ​ກາງ​ຜ່ອນ​ຄ​ຍາຍ​ລົງ​ດ້ວຍ​ການ​ກະ​ທຳ​​ຕົວ​ຈິງ

2020-01-14 17:07:37 cri

ວັນ​ທີ 13 ມັງ​ກອນ​ນີ້, ທ່ານ​ເກິງ​ສວງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ​ແຕ່​ໃດໆ​ມາ, ຈີນ​ກໍ​ຄັດ​ຄ້ານ​ການ​ຂວ້ຳ​ບາດ​ແຕ່​ຝ່າຍ​ດຽວ​ແລະ “ຍື່ນ​ມື​ເຂົ້າ​ມາ​ກ້າວ​ກ່າຍ”, ​ແລະຮຽກ​ຮ້ອງ​ໃຫ້​ຝ່າຍ​ຕ່າງໆ​ຈົ່ງ​ຊຸກ​ຍູ້​ໃຫ້​ສ​ະ​ຖາ​ນະ​ການ​ຢູ່​ເຂດ​ອ່າວ​​ເປີ​ເຊຍ​ຕາ​ແລະ​ເຂດ​ຕາ​ເວັນ​ອອກ​ກາງ​ຜ່ອນ​ຄ​ຍາຍ​ລົງ​ດ້ວຍ​ການ​ກະ​ທຳ​ຕົວ​ຈິງ.

ໃນ​ເມື່ອ​ບໍ່​ດົນ​ມາ​ນີ້, ອາ​ເມ​ຣິ​ກາ​ປະ​ກາດ​ວ່າ​ຈະ​ຂວ້ຳ​ບາດ​​ອີ​ຣານ​ຮອບ​ໃໝ່, ລວມ​ທັງ​ເຈົ້າ​ໜ້າ​ທີ່​ຊັ້ນ​ສູງ​ອີ​ຣານ 8 ຄົນ, ໃນ​ນັ້ນ​ຍັງ​ໄດ້​ກ່ຽວ​ພັນ​ເຖິງວິ​ສາ​ຫະ​ກິດ​ຈີນ. ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 13 ມັງ​ກອນ​ນີ້, ທ່ານ​ເກິງ​ສວງ ຊີ້​ໃຫ້​ເຫັນ​ວ່າ:

“​ແຕ່​ໃດໆ​ມາ, ຈີນ​ກໍ​ຄັດ​ຄ້າ​ການ​ຂວ້ຳ​ບາດ​ແຕ່​ຝ່າຍ​ດຽວ​ແລະ ‘ຍື່ນ​ມື​ກ້າວ​ກ່າຍ’, ຈີນ​ເຫັນ​ວ່າ​ການ​ປະ​ຕິ​ບັດ​ມາດ​ຕະ​ການ​ຂວ້ຳ​ບາດ​ຫຼື​ວ່າ​ຂົ່ມ​ຂູ່​ປະ​ເທດ​ອື່ນ​ດ້ວຍ​ການ​ຂວ້ຳ​ບາດ, ​ຈະບໍ່​ສາ​ມາດ​ແກ້​ໄຂ​ບັນ​ຫາ​​ໄດ້ເລີຍ. ຈີນ​ມີ​ຈຸດ​ຢືນ​ໃນ​​ການ​ແກ້​ໄຂ​​ບັນ​ຫາການ​ພົວ​ພັນ​ລະ​ຫວ່າງ​ປະ​ເທດ​ແມ່ນຄວນ​ປະ​ຕິ​ບັດ​ຕາມ​ຈຸດ​ປະ​ສົງ​ເປົ້າ​ໝາຍ​ແລະ​ຫຼັກ​ການ​ຂອງ​ກົດ​ບັດ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ແລະ​ຫຼັກ​ການ​ພື້ນ​ຖານ​ການ​ພົວ​ພັນ​ສາ​ກົນ, ຄວນ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ກັນ​ຢ່າງ​ເໝາະ​ສົມ​ໂດຍ​ຜ່ານ​ການ​ເຈ​ລະ​ຈາ​ແລະ​ສັນ​ຕິ​ວິ​ທີ​, ຈີນ​ຮຽກ​ຮ້ອງ​ໃຫ້​ຝ່າຍ​ຕ່າງໆ​ຈົ່ງ​ເຄົາ​ລົບ​ນັບ​ຖື​ຄວາມ​ເປັນ​ຈິງ​ຂອງ​ເຫດ​ການ, ຍຶດ​ໝັ້ນ​ທິດ​ທາງ​ແກ້​ໄຂ​ບັນ​ຫາ​ດ້ວຍ​ວິ​ທີ​ທາງການ​ເມືອງ, ໃຊ້​ການ​ກະ​ທຳ​ຕົວ​ຈິງ​ເພື່​ອ​ຊຸກ​ຍູ້​ໃຫ້​ສະ​ຖາ​ນະ​ການ​​ຢູ່​ເຂດ​ຕາ​ເວັນ​ອອກ​ກາງ​ແລະ​ເຂດ​ອ່າວ​​ເປີ​ເຊຍ​ຜ່ອນ​ຄາຍ​ລົງ, ຮ່ວມ​ກັນ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ແຫ່ງ​ນີ້.”

ຄຳ​ເຫັນ

0