吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລົງ​ເ​ລິກການ​ຕ້ານການ​ສໍ້​ລາດ​ບັງ​ຫຼວງ​ໃນ​ຂົງ​ເຂດ​ການ​ທະນາຄານ

2020-01-14 15:54:45 cri

ວັນ​ທີ 13 ມັງກອນ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ກ່າວ​​ໃນ​ກອງ​ປະຊຸມ​ຄະນະ​ກຳມະານກວດກາວິ​ໄນ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນປະຈຳ​ປີ​ວ່າ: ຈີນ​ຕ້ອງ​ລົງ​ເລິກ​ການ​ຕ້​ານການສໍ້​ລາດ​ບັງ​ຫຼວງ​ໃນ​ຂົງ​ເຂດ​ການ​ທະນາຄານ, ​ເພີ່ມ​ທະວີ​ຄວາມ​​ເຂັ້ມ​ງວດ​ໃນ​ການຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຕໍ່ລັດ​ວິ​ສາ​ຫະກິດ, ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ຊັບພະຍາກອນ ​ແລະ​ຊັບ​ສິນຂອງລັດ, ກວດກາ​ບັນຫາ​ສໍ້​ລາດ​ບັງ​ຫຼວງ​ທີ່​​ເປັນ​ບໍ່​ເກີດ​ຂອງ​ຄວາມ​ສ່ຽງ​ດ້ານ​ໜີ້​ສິນ​ຂອງ​ທ້ອງ​ຖິ່ນ.

ທ່ານ​ກ່າວ​ຕື່ມ​ວ່າ: ຕ້ອງ​ເດັດດ່ຽວ​ກວດ​ກາ ​ແລະ​ລົງ​ໂທດການ​ກະທຳທີ່​ເປັນ​ການ​ສໍ້​ໂກງ ​ແລະ​ສົມຮູ້​ຮ່ວມ​ຄິດ​ກັນ​ລະຫວ່າງ​ໂຮງໝໍ​ກັບ​ການ​ປະກັນ​ສຸຂະພາບ, ສ້າງ ​ແລະ​ເພີ່ມທະວີ​ກົນ​ໄກ​​ຕິດຕາມ​ກວດກາຢ່າງ​ມີ​ປະສິດທິ​ຜົນ​ຍາວ​ນານ. ຕ້ອງ​ບູລະນະ​ລະບຽບ​ການ​ຄຸ້ມ​ຄອງ​ຊັບ​ສິນຂອງ​ລັດ​ຢູ່​ຕ່າງປະ​ເທດ​ໃຫ້​ສົມບູນ​ຂຶ້ນ, ​ເພີ່ມ​ທະວີ​ການ​ຕິດຕາມ​ກວດກາ​ຕໍ່​ການ​ນຳ​ສູງ​ສຸດ​ຂອງຂັ້ນ​ຕ່າງໆ, ປັບປຸງ​ລະ​ບຽບ​ການ​ຫຼີກ​ລ່ຽງການດຳ​ລົງ​ຕຳ​ແໜ່​ງຕາມ​ສາຍ​ເຄື​ອຍາດ, ການກວດ​ກາ​ກ່ອນລາ​ອອກຈາກ​ຕຳ​ແໜ່​ງ ​ແລະລະບຽບ​ການ​ອື່ນໆ​ໃຫ້​ສົມບູນ​ຂຶ້ນ.

 

ຄຳ​ເຫັນ

0