黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອົງ​ການ​ອະ​ນາ​ໄມ​ໂລກກ່າວ​ວ່າ: ໄທ​ພົບ​ເຫັນຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄ​ໂຣ​ນາ​ສາຍ​ພັນ​ໃໝ່

2020-01-14 17:08:38 cri

ວັນ​ທີ 13 ມັງ​ກອນ​ນີ້, ​ອົງ​ການ​ອະ​ນາ​ໄມ​ໂລກ​ໄດ້​ອອກ​ຖະ​ແຫຼງ​ການ​ສະ​ບັບ​ໜຶ່ງ​ໂດຍ​ໄດ້​ລະ​ບຸ​ວ່າ, ໄດ້​ຮັບ​ການ​ແຈ້ງ​ການ​ຈາກ​ໄທ​​ໂດຍຢືນ​ຢັນ​​ວ່ານັກ​ທ່ອງ​ທ່ຽວ​ຈີນ​ຜູ້​ໜຶ່ງ​ໄດ້​ຕິດ​ເຊື້ອ​ພະ​ຍາດ​ໂຄ​ໂຣ​ນາ​ຫຼື Coronavirus ສາຍ​ພັນໃໝ່, ອົງ​ການ​ດັ່ງ​ກ່າວ​ຍັງ​ໄດ້​​ອ້າງ​ຕາມ​ແຫຼ່ງຂ່າວ​ຂອງ​ເຈົ້າ​ໜ້າ​ທີ່​ໄທ​ລາຍ​ງານ​ວ່າ, ຄົນ​ເຈັບ​ມີ​ອາ​ການ​ດີ​ຂຶ້ນ.

ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ໄທ​ແຈ້ງ​ຂ່າວ​ໃນ​ວັນ​ທີ 13 ມັງ​ກອນ​ນີ້​ວ່າ, ນັກ​ທ່ອງ​ທ່ຽວ​ຈີນ​ຄົນ​ໜຶ່ງ​ຖືກ​ຢືນ​ຢັນ​ວ່າ​ຕິດ​ເຊື້ອ​ພະ​ຍາດ Coronavirus ​ສາ​ພັນໃໝ່, ປັດ​ຈຸ​ບັນ​ໄດ້​ສົ່ງ​ໄປ​ປິ່ນ​ປົວ​ຢູ່​ໂຮງ​ໝໍ​ແຫ່ງ​ໜຶ່ງ​ຂອງ​ໄທ, ​ອາ​ການ​ຂອງ​ຄົນ​ເຄັບ​ຢູ່​ໃນ​ສະ​ພາບ​ຊົງ​ຕົວ, ຄາດ​ວ່າ​ຈະ​​ສ່ວ​ງ​ເຊົາ​ແລະ​ອອກ​ໂຮງໝໍ​ໃນ​ຫຼາຍ​ມື້​ຕໍ່​ໜ້າ.

ເລີ່ມ​ແຕ່​ທ້າຍ​ເດືອນ​ທັນ​ວາ​ປີຜ່ານ​ມາ​ນີ້, ນະ​ຄອນ​ອູ​ຮ້ານ​ແຂວງ​ຫູ​ເປີຍ​ຂອງ​ຈີ​ນ​ໄດ້​ຢືນ​ຢັນວ່າ​ມີຫຼາຍ​ຄົນ​ປອດ​ອັກ​ເສບ​ຍ້ອນ​ຕິດ​ເຊື້ອ​ພະ​ຍາດ Coronavirus ສາຍ​ພັນ​ໃໝ່. ອົງ​ການ​ອະ​ນາ​ໄມ​ໂລກ​ລະ​ບຸ​ໃນ​ຖະ​ແຫຼງ​ການ​ວ່າ, ການ​ທີ່​ພົບ​ເຫັນ​ເຊື້ອ​ພະ​ຍາດ Coronavirus ​ສາຍ​ພັນ​ໃໝ່ດັ່ງ​ກ່າວ​ຢູ່​ຕ່າງ​ປະ​ເທດ​ແມ່ນ​ບໍ່​​ຢູ່ນອກ​ການ​ເໜືອ​ການ​ຄາດ​ຄິດ, ແລະ​ໄດ້​ຮຽກ​ຮ້ອງ​ໃຫ້​ປະ​ເທດ​ອື່ນໆ​​ຈົ່ງສືບ​ຕໍ່​​ວຽກຕິດ​ຕິດ​ຕາມ​ໃຫ້​ດີ.

ຄຳ​ເຫັນ

0