ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ຫວ່າງມໍ່ໆມານີ້, ສຳນັກງານຄຸ້ມຄອງວຽກງານໄປສະນີຂອງອົງການສະຫະປະຊາຊາດໄດ້ຈຳໜ່າຍສະແຕ້ມພິເສດສຳລັບປີຊວດຕາມຈັນທະຄະຕິຈີນ, ເພື່ອສະເຫຼີມສະຫຼອງບຸນກຸດຈີນທີ່ໃກ້ຈະມາເຖິງ.
ສະແຕ້ມດັ່ງກ່າວປະກອບດ້ວຍສະແຕ້ມ 10 ຊະນິດເຊິ່ງແຕ່ລະຊະນິດມີມູນຄ່າ 1,2 ໂດລາສະຫະລັດ, ກຳຊື້ຄົບຊຸດໃນລາຄາ 14,95 ໂດລາ.
ເບື້ອງຊ້າຍຂອງສະແຕ້ມແມ່ນກາໝາຍ ສປຊ ທີ່ເປັນສີຟ້າ, ເບື້ອງຂວາແມ່ນຮູບຕັດເຈ້ຍເປັນໂຕໜູ. ນອກຈາກຮູບນອກເປັນໂຕໜູແລ້ວ, ສະແຕ້ມຊຸດນີ້ຕົ້ນຕໍໄດ້ໃຊ້ສີຄຳແລະສີແດງເຊິ່ງເປັນສີທີ່ມີມູນເຊື້ອໃນຍາມບຸນກຸດຈີນ.
ເດືອນພຶດສະພາປີ 2010, ເພື່ອລະນຶກສະແຕ້ມ 12 ລາສີຈີນຈຳໜ່າຍຄົບຮອບ 30 ປີ, ສຳນັກງານຄຸ້ມຄອງວຽກງານໄປສະນີຂອງ ສປຊໄດ້ຈຳໜ່າຍສະແຕ້ມ 12 ລາສີຈີນເປັນຄັ້ງທຳອິດ. ສະແຕ້ມໂຕໜູໃນປີນີ້ແມ່ນສະແຕ້ມລາສີທີ່ສປຊ ຈຳໜ່າຍຄັ້ງທີ 11.
ຄຳເຫັນ
0