尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຂດເສດຖະກິດພິເສດໃນປີ 2019 ຂະແໜງການບໍລິການມີການລົງທຶນຫຼາຍກວ່າໝູ່

2020-01-14 17:10:11 cri

图片默认标题_fororder_webwxgetmsgimg (1)

    ຕາມຂ່າວCRI: ຫ້ອງການສົ່ງເສີມ ແລະຄຸ້ມຄອງເສດຖະກິດພິເສດ ກະຊວງແຜນການ ແລະການລົງທຶນ ໄດ້ຈັດກອງປະຊຸມສະຫຼຸບວຽກງານການພັດທະນາເຂດເສດຖະກິດພິເສດ ປະຈໍາປິ 2019 ເຊິ່ງຈັດຂຶ້ນໃນວັນທີ 14 ມັງກອນ 2020 ທີ່ຫ້ອງການສົ່ງເສີມ ແລະຄຸ້ມຄອງເສດຖະກິດພິເສດ ເປັນປະທານໂດຍ ທ່ານ ສອນໄຊ ສີພັນດອນ ລັດຖະມົນຕີກະຊວງແຜນການ ແລະການລົງທຶນ, ມີທ່ານ ຈໍາປາ ຄໍາສຸກໃສ ຫົວໜ້າຫ້ອງການສົ່ງເສີມ ແລະຄຸ້ມຄອງເຂດເສດຖະກິດພິເສດ, ທ່ານຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຮອງເຈົ້າຄອງເຂດເສດຖະກິດພິເສດແຕ່ລະເຂດ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂອງເຂດເສດຖະກິດພິເສດທົ່ວປະເທດເຂົ້າຮ່ວມ.

图片默认标题_fororder_webwxgetmsgimg (2)

    ທ່ານ ສອນໄຊ ສີພັນດອນກ່າວວ່າ: ການພັດທະນາເຂດເສດຖະກິດພິເສດໃນທົ່ວປະເທດແມ່ນແນໃສ່ສົ່ງເສີມໃຫ້ນັກລົງທຶນພາຍໃນ ແລະຕ່າງປະເທດເຂົ້າມາລົງທຶນ ໂດຍໃຫ້ນະໂຍບາຍພິເສດ ເພື່ອແນ່ໃສ່ການພັດທະນາພື້ນຖານໂຄງລ່າງ, ການຜະລິດເພື່ອສົ່ງອອກ, ຍົກລະດັບສີເມືແຮງງານ ແລະ ການຖ່າຍທອດເຕັກໂນໂລຊີ ເຊິ່ງກໍ່ແມ່ນໜຶ່ງໃນການປະກອບສ່ວນສໍາຄັນຕໍ່ກັບການພັດທະນາເສດຖະກິດ-ສັງຄົມ.     ນອກນັ້ນທ່ານຍັງຍົກໃຫ້ເຫັນບາງຈຸດທີ່ຍັງເປັນສິ່ງທ້າທາຍຄື ເຂດເສດຖະກິດຈໍານວນໜຶ່ງ ຍັງບໍ່ທັນມີຄວາມຄືບໜ້າໃນການຈັດຕັ້ງປະຕິບັດສັນຍາ ແລະແຜນແມ່ບົດທີ່ກໍານົດໄວ້ ເຊິ່ງອາດຈະແມ່ນຍ້ອນງົບປະມານ ແລະການເຂົ້າເຖິງແຫຼ່ງທຶນຂອງນັກລົງທຶນຍັງມີຂໍ້ຈໍາກັດ, ການບໍລິການຜ່ານປະຕູດຽວ ເພື່ອອໍານວຍຄວາມສະດວຍໃຫ້ແກ່ການລົງທຶນຢູ່ໃນເຂດດັ່ງກ່າວຍັງບໍ່ໄດ້ດີເທົ່າທີ່ຄວນ ແລະຍ້ອນສາເຫດອື່ນໆ ສະນັ້ນ ໃນໄລຍະຕໍ່ໜ້າຈໍາຈໍາເປັນຕ້ອງມີການພັດທະນາເສດຖະກິດໃນຫຼາຍຮູບແບບ ຄຽງຄູ່ກັບການສົ່ງເສີມການລົງທຶນທົ່ວໄປ ເພື່ອສ້າງພື້ນຖານໂຄງລ່າງຮອງຮັບການລົງທຶນ, ສ້າງສິ່ງອໍານວຍຄວາມສະດວກ, ປັບປຸງນິຕິກໍາ ແລະນະໂຍບາຍສົ່ງເສີມການລົງທຶນ ເພື່ອຍາດແຍ່ງທາງດ້ານເສດຖະກິດ ແລະແຮງງານ.
 

    ໂອກາດດຽວກັນນັ້ໜ ທ່ານ ຈໍາປາ ຄໍາສຸກໃສ ໃຫ້ຮູ້ວ່າ: ພາຍໃຕ້ການຈັດຕັ້ງປະຕິບັດຕາມທິດຊີ້ນໍາຂອງກະຊວງແຜນການ ແລະການລົງທຶນ ນັບແຕ່ປີ 2003 ຮອດປີ 2019 ມີເຂດເສດຖະກິດພິເສດທັງໝົົດ 12 ເຂດທົ່ວປະເທດ ເຊິ່ງສະພາບການພັດທະນາ ແລະການຄຸ້ມຄອງເຂດເສດຖະກິດພິເສດ ໂດຍລວມແລ້ວແມ່ນໄດ້ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ, ສະເພາະປີ 2019 ສາມາດດຶງດູດນັກລົງທຶນຈາກພາຍໃນ ແລະຕ່າງປະເທດ ມີທຶນຈົດທະບຽນທັງໝົດ 629, 67 ລ້ານໂດລາສະຫະລັດ ໃນຈໍານວນ 202 ບໍລິສັດ ເຊິ່ງລື່ນຄາດໝາຍ 29% ຂອງແຜນປີ 2019, ມີນັກລົງທຶນຈາກຕ່າງປະເທດ 193 ບໍລິສັດ ທີ່ລົງທຶນໃນຂະແໜງການທີ່ແຕກຕ່າງກັນຄື: ອຸດສາຫະກໍາ, ກ້ານຄ້າ ແລະການ​ບໍລິການ ໃນນັ້ນຂະແໜງການບໍລິການມີການລົງທຶນຫຼາຍກວ່າໝູ່ ມີທັງໝົດ 115 ບໍລິສັດ;​ ຄຽງຄູ່ກັນນັ້ນ ຄະນະຄຸ້ມຄອງເຂດເສດຖະກິດພິເສດຍັງໄດ້ເອົາໃຈໃສ່ຕິດຕາມ ແລະປະເມີນຜົນກະທົບຕໍ່ສິ່ງແວດລ້ອມ, ທໍາມະຊາດ ແລະສັງຄົມ ເຊິ່ງສາມາດປະຕິບັດວຽກງານດັ່ງກ່່່າວໄດ້ດີພໍສົມຄົມຄວນ. ສ່ວນວຽກງານຫຼັກ ແລະຄາດໝາຍໃນປີນີ້ ແມ່ນຈະດຶງດູດນັກລົງທຶນໃຫ້ໄດ້ຕື່ມ 166 ບໍລິສັດ, ຊຸກຍູ້ໃຫ້ບໍລິສັດເດີມດໍາເນີນທຸລະກິດຕາມສັນຍາທີ່ກໍານົດໄວ້, ຫາວຽກໃຫ້ປະຊາຊົນມີອາຊີບໃຫ້ໄດ້ 21.288 ຄົນ ໂດຍເນັ້ນເປັນແຮງງານລາວ, ຈັດເກັບເງິນເຂົ້າງົບປະມານຂອງລັດໃຫ້ໄດ້ 719,42 ລ້ານໂດລາສະຫະລັດ ແລະວຽກງານອື່ນໆໃຫ້ສອດຄ້ອງກັບຄວາມເປັນຈິງ, ນອກຈາກນີ້ຍັງຈະໄດ້ສ້າງຍັງຈະຄົ້ນຄວ້າ ແລະສ້າງແຜນຍຸດທະສາດປີ 2021-2030  ແລະສືບຕໍ່ວຽກງານອື່ນໆໃຫ້ສໍາເລັດ.
 

12 ເຂດເສດຖະກິດພິເສດທົ່ວປະເທດປະກອບດ້ວຍ ເຂດເສດຖະກິດສະຫວັນເຊໂນ, ເຂດບໍ່ແຕນແດນງາມ, ເຂດສາມຫຼ່ຽມຄໍາ, ເຂດນິຄົມອຸດສາຫະກໍາ ແລະການຄ້າວຽງຈັນ-ໂນນທອງ, ເຂດພັດທະນາກວທລວມໄຊເສດຖາ, ເຂດເສດຖະກິດບຶງທາດຫຼວງ ແລະເຂດລ່ອງແທ່ງ-ວຽງຈັນ, ເຂດດົງໂພສີ, ເຂດທ່າແຂກ, ເຂດຈໍາປາສັກ, ເຂດພູຂຽວ, ເຂດຫຼວງພຣະບາງ.

ຄຳ​ເຫັນ

0