蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຈະ​ຖ່າຍ​ທອດ​ສົດ​ງານ​ລາ​ຕີ​ສະຫຼອງ​ບຸນ​ກຸດ​ຈີນ​ປີ 2020 ດ້ວຍ​ເຕັກ​ນິກ 8K

2020-01-14 16:44:29 cri

ພິ​ທີ​ເປີດ​ນຳ​ໃຊ້​ເຕັກ​ນິກ​ໃໝ່ 5G+8K/4K/VR ເຂົ້າ​ໃນ​ການ​ຖ່າຍ​ທອດ​​ສົດງານ​ລາ​ຕີ​ສະຫຼອງ​ບຸນ​ກຸດ​ຈີນ​ປີ 2020 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 14 ມັງ​ກອ​ນ​ນີ້ ໂດຍ​ມີ​ທ່ານ​ເຊິ້ນ​ໄຫ​ສົງ ຮອງ​ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູ​ນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ​ຫົວ​ໜ້າອຳ​ນວຍ​ການ​ສະ​ຖາ​ນີວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ ຫຼື CMG ແລະ ​ພະ​ນັກ​ງານທີ່​ກ່ຽວ​ຂ້ອງ​ຈາກ​ກະ​ຊວງວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ກະ​ຊວງ​ອຸດ​ສາ​ຫະ​ກຳ​ຂໍ້​ມູນ​ຂ່າວ​ສານ, ​ອົງ​ການ​ວິ​ທະ​ຍຸ​ໂທ​ລະ​ພາບ​ແຫ່ງ​ຊາດ ແລະ ບໍ​ລິ​ສັດ​ຫົວເຫວີຍ ພ້ອມ​ທັງ​ເຈົ້າ​ໜ້າ​ທີ່​ຕ່າງໆ​ຂອງ​ສະ​ຖາ​ນີວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ ແລະ ຜູ້​ຕາງ​ໜ້າ​ສື່ມວນ​ຊົນ​ຕ່າງໆ​ເຂົ້າ​ຮ່ວມ.

ຂ່າວ​ແຈ້ງວ່າ, ສັນ​ຍານ​ເຄືອ​ຂ່າຍ 5G ໄດ້​ປົກ​ຫຸ້ມ​ສະ​ຖານ​ທີ່​ຈັດ​ງານ​ລາ​ຕີ​ສະຫຼອງ​ບຸນ​ກຸດ​ຈີນ​ປີ 2020 ຂອງ​ CMG. ເມື່ອ​ຮອດ​ເວ​ລາ​ນັ້ນ, CMG ຈະ​ໃຊ້​ເຕັກ​ນິກ 5G+8K ຖ່າຍ​ທຳ​ງານ​ລາ​ຕີ​ດັ່ງ​ກ່າວ ແລະ ຕັດ​ຕໍ່​ເປັນ​ວິ​ດີ​ໂອ​ງານ​ລາ​ຕີ​ສະ​ບັບ 8K. ສັນ​ຍານ 4K ທີ່​ໄດ້​ຖ່າຍ​ທອດ​ສົດ​ທຸກ​ມູມຂອງ​ງານ​ລາ​ຕີ ທີ່​​ສົ່ງ​ຜ່ານ​ລະ​ບົບ​ເຄືອ​ຂ່າຍ 5G ກໍ​ຈະ​ເຊື່ອມ​ຕໍ່​​ກັບລະ​ບົບ​ຖ່າຍ​ທຳງານ​ລາ​ຕີ ເພື່ອ​ເປັນ​ການ​ຄ້ຳ​ປະ​ກັນ​​ຢ່າງ​ແຂງ​ແຮງ​ສຳ​ລັບ​ການ​ຖ່າຍ​ທອດ​ອັດ​ສະ​ລິ​ຍະ 4K ຂອງ​ງານ​ລາ​ຕີ​ດັ່ງ​ກ່າວ; ນອກ​ນີ້, ຮູບ​ການ​ຕັດ​ຕໍ່​ລາຍ​ການ​ແບບ​ສື່​ສານ​ຜ່ານ​ທາງ​​ເຄືອ​ຂ່າຍ​ຈຳ​ລອງ ຫຼື VNIS ກໍ​ຈະ​ຖືກ​ນຳ​ໃຊ້​ເປັນ​ຄັ້ງ​ທຳ​ອິດ, ຜູ້​ຊົມ​ສາ​ມາດ​ຊົມ​ການ​ຖ່າຍ​ທອດ​ສົດ VR ແລະ ການ​ຖ່າ​ຍ​ທອດ​ສົດ​ທຸກ​ມູມຂອງ​ງານ​ລາ​ຕີ​ດັ່ງ​ກ່າວ​ໃນ APP YANGSHIPIN. ການ​ນຳ​ໃຊ້​ເຕັກ​ນິກ​ໃໝ່​ຕ່າງໆ ເຊັ່ນ: 5G, 8K, 4K ແລະ VR ຈະ​ເຮັດ​ໃຫ້​ຜູ້​ຊົມ​ມີ​ຄວາມ​ສຳ​ຜັດ​ຕ່າງໆ​ທີ່ໃໝ່​ອ່ຽມ​.

ຄຳ​ເຫັນ

0