黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປີຜ່ານມາ ມູນ​ຄ່າ​ການ​ສົ່ງ​ອອກ-ນຳ​ເຂົ້າສິນຄ້າ​ປະ​ເພດ​ຈັບ​ຕ້ອງ​ໄດ້​ຂອງ​ຈີນ​ບັນລຸ​ຫຼາຍກວ່າ 31.000 ຕື້ຢວນ

2020-01-14 14:50:54 CRI

ອົງການ​ດ່ານ​ພາສີ​ແຫ່ງ​ຊາດຈີນ​ໄດ້​ປະກາດ​​ໃນ​ວັນ​ທີ 14 ມັງກອນ​ນີ້​ວ່າ, ​ໃນ​ປີ 2019, ມູນ​ຄ່າ​ການ​ສົ່ງ​ອອກ-ນຳ​ເຂົ້າສິນຄ້າ​ປະ​ເພດ​ຈັບ​ຕ້ອງ​ໄດ້​ຂອງ​ຈີນ​ບັນລຸ​ 31.540 ຕື້ຢວນ, ​ເພີ່ມ​ຂຶ້ນ 3,4% ​ເມື່ອ​ທຽບ​ໃສ່​ປີ 2018. ​ໃ​ນນີ້, ມູນ​ຄ່າ​ການສົ່ງ​ອອກບັນລຸ 17.230 ຕື້​ຢວນ, ​ເພີ່ມ​ຂຶ້ນ 5%; ນຳ​ເຂົ້າ 14.310 ຕື້​ຢວນ, ​ເພີ່ມ​ຂຶ້ນ 1,6%; ​ໄດ້​ປຽບ​ດຸນ​ການ​ຄ້າ 29.20 ຕື້​ຢວນ, ​ເພີ່ມ​ຂຶ້ນ 25,4%.

ການ​ສົ່ງ​ອອກ-ນຳ​ເຂົ້າ​ໃນ​ເດືອນ​ທັນວາ​ປີຜ່ານມາ ​ໄດ້​ເພີ່ມ​ຂຶ້ນ 12,7% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2018. ​ໃນ​ນີ້, ການ​ສົ່ງ​ອອກ​ບັນລຸ 16.70 ຕື້​ຢວນ, ​ເພີ່ມ​ຂຶ້ນ 9%; ນຳ​ເຂົ້າ 13.40 ຕື້​ຢວນ, ​ເພີ່ມ​ຂຶ້ນ 17,7%. ຍອດມູນ​ຄ່າການ​ສົ່ງ​ອອກ-ນຳ​ເຂົ້າ, ມູນ​ຄ່າການ​ສົ່ງ​ອອກ ​ແລະ​ ມູນ​ຄ່າການ​ນຳ​ເຂົ້າ ລ້ວນ​ແຕ່​ໄດ້​ສ້າງ​ສະ​ຖະຕິ​ສູງ​ສຸດ​ໃນ​ປະຫວັດສາດ​ສຳລັບ​ເດືອນ​ທັນວາ​ເດືອນ​ດຽວ.

ນອກ​ນີ້, ຕົວ​ເລກ​ຈາກອົງການ​ດ່ານ​ພາສີ​ແຫ່ງ​ຊາດ​ຈີນ​ຍັງສະ​ແດງ​ໃຫ້​ເຫັນ​ວ່າ, ​ໃນປີ 2019, ການ​ລຽງອັນ​ດັບຂອງ​ຄູ່​ຄ້າ​ຕົ້ນຕໍ​ຂອງ​ຈີນ​ໄດ້​ມີ​ການ​ປ່ຽນ​ແປງ ຄື: ອາ​ຊຽນກາຍ​ເປັນ​ຄູ່​ຄ້າ​ໃຫຍ່​ອັນ​ດັບ​ສອງ​ຂອງ​ຈີນ, ວິ​ສາ​ຫະກິດ​ເອກະ​ຊົນ​ໄດ້​ລື່ນ​ກາຍ​ວິ​ສາ​ຫະກິດ​ທຶນ​ຕ່າງປະ​ເທດ ​ແລະ​ກາຍ​ເປັນ​ອົງກອນ​ການ​ຄ້າ​ກັບ​ຕ່າງປະ​ເທດ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ຈີນ​ເປັນຄັ້ງທຳ​ອິດ.

ຄຳ​ເຫັນ

0