黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຫວັງ​ໃຫ້​ເຫດ​ການ “ອີ​ຣານ​ຍິງ​​ເຮືອ​ບິນ​ໂດຍ​ສານ​ອູ​ແກ​ຣນ​ຕົກ” ​ຈະສາ​ມາ​ດ​ໄດ້​ຮັບ​ການ​ແກ້​ໄຂ​ຢ່າງ​ເໝາະ​ສົມ

2020-01-14 17:06:40 cri

ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 13 ມັງ​ກອນ​ນີ້, ທ່ານ​ເກິງ​ຊວງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​ຮູ້​ສຶກ​ເສົາ​ສະ​ຫຼົດ​ໃຈ​ຕໍ່​ເຫດ​ການ​ເຮືອ​ບິນ​ໂດຍ​ສານ​ອູ​ແກຣນ​ຕົກ, ຫວັງ​ວ່າ​ເຫດ​ການ​ດັ່ງ​ກ່າວ​ຈະ​ສາ​ມາດ​ໄດ້​ຮັບ​ການ​ແກ້​ໄຂ​ຢ່າງ​ເໝາະ​ສົມ, ຫຼີກ​ເວັ້ນ​ບໍ່​ໃຫ້​ສະ​ຖາ​ນະ​ການຮຸນ​ແຮງ​ຂຶ້ນ​ກວ່າ​ເກົ່າ​ຕື່ມ​ອີກ.

ອາ​ທິດ​ແລ້ວ​ນີ້, ເຮືອ​ບິນ​ໂດຍ​ສານ​​ໂບ​ອິງ 737 ລຳ​ໜຶ່ງ​ຂອງ​ບໍ​ລິ​ສັດ​ການ​ບິນ​ອູ​ແກ​ຣນຕົກພາຍ​ຫຼັງ​ບິນ​ຂຶ້ນ​ຈາກ​ສະ​ໜາມ​ບິນ​ສາ​ກົນຄາ​ເມ​ນີເຕ​ເຮ​ຣານ​. ເມື່ອ​ບໍ່​ດົນ​ມາ​ນີ້, ອີ​ຣານ​ຍອມ​ຮັບ​ວ່າ​ເກີດ​ຄວາມ​ຜິດ​ພາດ​ທີ່​ຍິງເຮືອ​ບິນ​ໂດຍ​ສານ​ອູ​​ແກ​ຣນ​ຕົກ. ຕໍ່​ເລື່ອງ​ນີ້, ທ່ານ​ເກິງ​​ສວງ​ກ່າວ​ວ່າ:

“ຈີນ​ຮູ້​ສຶກ​ເສົ້າ​ສະ​ຫຼົດ​ໃຈ​ຕໍ່​​ເຫດ​ການ​ເຮືອ​ບິນ​ໂດຍ​ສານ​ອູ​ແກຣນ​ຕົກ. ຈີນ​ສະ​ແດງ​ຄວາມ​ເສົ້າ​ສ​ະ​ຫຼົດ​ໃຈ​ຢ່າງ​ເລິກ​ເຊິ່ງ​ຕໍ່​ຜູ້​ເສຍ​ຊີ​ວິດ​ແລະ​ສະ​ແດງ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ຢ່າງ​ຈິງ​ໃຈ​ຕໍ່​ຄອບ​ຄົວ​ຂອງ​ຜູ້​ເສຍ​ຊີ​ວິດ. ຈີນກໍ​ໄດ້​ເຫັນ​ວ່າ, ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ພວມ​ຮັກ​ສາ​ການ​ຕິດ​ຕໍ່​ພົວ​ພັນ​ກ່ຽວ​ກັບ​ເລື່ອງ​ນີ້. ຫວັງ​ວ່າ​ເຫດ​ການ​ດັ່ງ​ກ່າວ​ຈະ​ສາ​ມາດ​ໄດ້​ຮັບ​ການ​ແກ້​ໄຂ​ຢ່າງ​ເໝາະ​ສົມ, ຫຼີກ​ເວັ້ນ​ບໍ່​ໃຫ້​ສະ​ຖາ​ນະ​ການ​ຮຸນ​ແຮງ​ຂຶ້ນ​ຕື່ມ​ອີກ.”

ຄຳ​ເຫັນ

0