何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປີ​ນີ້​ຈີນ​ຈະ​ເພີ່ມ​ທະ​ວີກ​ານ​ຕິດ​ຕາມກວດ​ກາ​ຕໍ່​ວຽງ​ການຫຼຸດ​ຜ່ອນ​ຄວາມທຸກ​ຍາກ

2020-01-14 11:47:22 CRI

ວັນ​ທີ 13 ມັງ​ກອນ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວ​ເນັ້ນ​ໃນ​ກອງ​ປະ​ຊຸມ​ຄົບ​ຄະ​ນະ​ປະ​ຈຳ​ປີ​ຂອງ​ຄະ​ນະ​ກຳ​ມະ​ກາ​ນກວດ​ກາວິ​ໄນ​ສູນກ​າງ​ພັກ​ກອມ​ມູ​ນິດ​ຈີນ​ວ່າ: ປີ​ນີ້​ຈະ​ສຸມ​ໃສ່​ແກ້​ໄຂ​ບັນ​ຫາ​ພົ້ນ​ເດັ່ນ​ທີ່​ປະ​ຊາ​ຊົນ ​ມີ​ຫາງ​ສຽງ​ຮຸນ​ແຮງ​ທີ່​ສຸດ ແລະ ກະ​ທົບ​ເຖິງ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ຢູ່​ເຂດ​ທຸກ​ຍາກ, ເພີ່ມ​ທະ​ວີ​ການ​ຕິດ​ຕາມກວດ​ກາ​ຕໍ່​ຜົນ​ງານ​ກ​ານຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ ໂດຍ​ສະ​ເພາະ​ແມ່ນ​ການຫຼຸດ​ພົ້ນ​ອອກ​ຈາກ​ສະ​ພາບ​ຄວາມ​ທຸກ​ຍາກ​ຂອງ​ເມືອ​ງ​ທຸກ​ຍາກ. ຕ້ອງ​ລົງ​ເລິກ​ແກ້​ໄຂ​ການ​ສໍ້​ລາ​ດ​ບັງຫຼວງ​ຂະ​ໜາດ​ນ້ອຍ​ໃນ​ຂົງ​ເຂດວຽກ​ງານ​​ທີ່​ຕິດ​ພັນ​ກັບຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ, ກຳ​ຈັດ​ຜູ້​ປົກ​ປ້ອງ​ກຸ່ມ​ຄົນ​ຮ້າຍ, ແລະ ລົບ​ລ້າງ​ສິ່ງ​ກີດ​ຂວາງ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ທີ່​ເປັນ​ຜົນ​ປະ​ໂຫຍດ​ຕໍ່​ປະ​ຊ​າ​ຊົນ​, ຊຸກ​ຍູ້ອົງ​ການ​ພັກ​ຂັ້ນ​ຮາກ​ຖານ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ​ຂຶ້ນ​ຢ່າງ​ຮອບ​ດ້ານ.

ຄຳ​ເຫັນ

0