黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ບົດ​ລາຍ​ງານ​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ໂລກ​ກ່າວ​ວ່າ: ປະ​ເທດ​ຕ່າງໆ​ຄວນ​ຮ່ວມ​ກັນ​ຮັບ​ມື​ກັບ​ຄວາມ​ສ່ຽງ​ໂດຍ​ໄວ

2020-01-16 16:22:53 cri

ວັນ​ທີ 15 ມັງ​ກອນ​ນີ້, ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ໂລກ​ໄດ້​ເປີດ​ເຜີຍ “ບົດ​ລາຍ​ງານ​ຄວາມ​ສ່ຽງ​ທົ່ວ​ໂລກ​ປີ 2020”, ໂດຍ​ຮຽກ​ຮ້ອງ​ໃຫ້​ປະ​ເທດ​ຕ່າງໆ​ຈົ່ງ​ປະ​ສານ​ແລະ​ຮ່ວມ​ມື​ກັນ​ໂດຍ​ໄວ, ເພື່ອ​ຫຼຸດ​​ຄວາມ​ສ່ຽງ​ດ້ານ​ເສດ​ຖະ​ກິດ​ແລະ​ການ​ເມືອງ​ທີ່​ອາດ​ຈະ​ຮຸນ​ແຮງ​ຂຶ້ນຕື່ມ, ຮ່ວມ​ກັນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ໄລ​ຍະ​ຍາວ​ຍ້ອນ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ.

ບົດ​ລາຍ​ງານ​ຄາດ​ຄະ​ເນ​ວ່າ, ປີ 2020 ຈະ​ເປັນ​ປີ​ທີ່ການ​ຜັນ​ແຍກ​ຮຸນ​ແຮງ​ຂຶ້ນ​ແລະ​ເສດ​ຖະ​ກິດ​​ຈະເຕີບ​ໂຕ​ຊ້າ​ລົງ. ຄວາມ​ອ່ອນ​ແອ​ດ້ານ​ເສດ​ຖະ​ກິ​ດ​ມະ​ຫາ​ພາກ​ແລະ​ຄວາມ​ແຕກ​ໂຕນ​ກັນ​ລະ​ຫວ່າງ​ຄວາມ​ທຸກ​ຍາກ​ກັບ​ຄວາມ​ຮັງ​ມີເຮັດ​ໃຫ້​ເສດ​ຖະ​ກິດ​ໂລກ​ຜະ​ເຊີນ​ກັບ​ແຮງ​ກົດ​ດັນເພີ່ມ​ຂຶ້ນ, ການ​ເຕີບ​ໂຕ​ດ້ານເສດ​ຖະ​ກິດ​ມີ​ຄວາມ​ສ່ຽງ​​ຈະຢຸດ​ສະ​ງັ​ກ. ສ່ວນ​ນະ​ໂຍ​ບາຍ​​ຮັບ​ມື​ຈະ​ມີ​ຜົນ​ຫຼື​ບໍ່​ຍັງ​ເປັນ​ສິ່ງ​ທີ່​ບໍ່​ແນ່ນອນ.

ບົດ​ລາຍ​ງານ​ລະ​ບຸ​ອີກວ່າ, ໃນ 10 ປີ​ຕໍ່​ໜ້າ, 5 ຄວາມ​ສ່ຽງ​ໃຫຍ່​ຂອງ​ໂລກ​ລ້ວນ​ແຕ່​ກ່ຽວ​ພັນ​ເຖິງ​ສ​ະ​ພາບ​ແວດ​ລ້ອມ. ​ສະ​ພາບອາ​ກາດ​ຮ້າຍ​ແຮງ, ມາດ​ຕະ​ການ​ຫຼຸດ​ຜ່ອນ​ແລະ​​ການ​ປັບ​ຕົວ​ໃຫ້​ເຂົ້າກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ປະ​ສົບ​ຄວາມ​ຫຼົ້ມ​ເຫຼວ, ໄພ​ພິ​ບັດ​ໜັກ​ໜ່ວງ, ຊີ​ວະ​ນາໆ​ພັນ​ຖືກ​ທຳ​ລາຍ​ແລະ​ລະ​ບົບ​ນິ​ເວດ​ເພ​ພັງ, ​ສິ່ງ​ແວດ​ລ້ອມ​ຖືກ​ມະ​ນຸດ​ທຳ​ລາຍລ້ວນ​ແຕ່​ແມ່ນ​ຄວາມ​ສ່ຽງ​ຂອງໂລກ​ທີ່​ຄົນ​ທັງ​ຫຼາຍ​ເຫັນ​ວ່າ​ອາດ​ຈະ​ເກີດ​ມີ​ຜົນ​ສະ​ທ້ອນ​ຮ້າຍ​ແຮງ​ແລະອາດ​ເກີດ​ຂຶ້ນ​ຫຼາຍ​ທີ່​ສຸດ.

ຄຳ​ເຫັນ

0