黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ປູ​ຕິນ​ແຕ່ງ​ຕັ້ງ​ທ່ານ​ມິ​ຊຸ​ສ​ຕິນ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຣັດ​ເຊຍຄົນ​ໃໝ່

2020-01-17 16:35:26 cri

ວັນ​ທີ 16 ມັງ​ກອນ​ນີ້, ທ່ານວະ​ລາ​ດິ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ໄດ້​ລົງ​ນາມ​ໃນ​ດຳ​ລັດ​ປະ​ທາ​ນາ​ທິ​ບໍ​ດີ​, ແຕ່ງ​ຕັ້ງ​ທ່ານ​​ມີ​ຄາ​ອິນ ມິ​ຊຸ​ສ​ຕິນ ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຣັດ​ເຊຍ​​ຄົນ​ໃໝ່.

ອີງ​ຕາມ​ຂ່າວ​ເວັບ​ໄຊ​ຂອງ​ທຳ​ນຽບປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ໄດ້​ເປີດ​ເຜີຍ​ວ່າ, ​ໃນ​ດຳ​ລັດ​ປະ​ທາ​ນາ​ທິ​ບໍ​ດີ​ລະ​ບຸ​ວ່າ, ທ່ານ​ປູ​ຕິນ​ໄດ້​ແຕ່ງ​ຕັ້ງ​ທ່ານ​ມິ​ຊຸ​ສ​ຕິນ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຣັ​ດ​ເຊຍ​ໂດຍ​ອີງ​ຕາມ​ຂໍ້​ທີ​ໜຶ່ງ​​ຂອງ​ມາດ​ຕາ 83 ຂອງ​ລັດ​ຖະ​ທຳ​ມະ​ນູນສະ​ຫະ​ພັນ​ຣັດ​ເຊຍ. ​ດຳ​ລັດ​ປະ​ທາ​ນາ​ທິ​ບໍ​ດີ​ມີ​ຜົນ​ສັກ​ສິດ​ເລີ່ມ​ແຕ່​ວັນ​ທີ 16 ມັງ​ກອ​ນ​ນີ້​ເປັນ​ຕົ້ນ​ໄປ.

ຫວ່າງ​ກ່ອນ​ນີ້​ບໍ່​ດົນ​, ສະ​ພາ​ດຸ​ມາ​ຣັດ​ເຊຍ​ໄດ້​ລົງ​ຄະ​ແນນ​ສຽງ​ຮັບ​ຮອງ​ຕໍ່​ການ​ສະ​ເໜີ​ໃຫ້​ທ່ານ​ມິ​ຊຸ​ສ​ຕິນ​ດຳ​ລົງ​ຕຳ​ແໜ່ງ​​ເປັນນາ​ຍົກ​ລັດ​ຖະ​ມົນ​ຕີ​ຣັດ​ເຊຍ​ຊຸດ​ໃໝ່. ​ໂດຍສະ​ມາ​ຊິກ​ສະ​ພາ 383 ຄົນ​ເຫັນ​ດີແລະ 41 ຄົນ​​ບໍ່​ອອກ​ສຽງ, ບໍ່​ມີ​ຜູ້​ຄັດ​ຄ້ານ.

ວັນ​ທີ 15 ມັງ​ກອນ​ນີ້, ທ່ານ​ປູ​ຕິນ​ໄດ້​ເຫັນ​ດີ​ຕໍ່​ຄຳ​ຮ້ອງ​ຂໍ​ລາ​ອອກ​ຈາກ​ຕຳ​ແໜ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຣັດ​ເຊຍ​ຂອງ​ທ່ານ​ເມັດ​ເວ​ເດັ​ຟ, ແລະ​ສະ​ເໜີ​ແຕ່ງ​ຕັ້ງ​ທ່ານ​ມິ​ຊຸ​ສ​ຕິນ ອະ​ດີດ​ຫົວ​ໜ້າ​ກົມ​ສ່ວຍ​ສາ​ອາ​ກອນ​ຣັດ​ເຊຍ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ໃໝ່​ຕໍ່​ສະ​ພາ​ດຸ​ມາ.

ຄຳ​ເຫັນ

0