刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ມຽນ​ມາ

2020-01-18 10:15:50 CRI

图片默认标题_fororder_1125476434_15792901778521n

ວັນ​ທີ 17 ມັງ​ກອນ​ນີ້, ຢູ່​ນະ​ຄອນຫຼວງ​ເນ​ປີ​ດໍ​ປະ​ເທດ​ມຽນ​ມາ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​​ກັບ​ທ່ານ​ວິນມິນ ປະ​ທາ​ນາ​ທິ​ບໍ​ດີ​ມຽນ​ມາ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ສອງ​ຝ່າຍ​ຈີນ​ແລະ​ມຽນ​ມາ​ຄວນ​ຖື​ການ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຈີນ-ມຽນ​ມາ​ຄົບ​ຮອບ 70 ປີ​ເປັນ​ກາ​ລະ​ໂອ​ກາດ, ຮ່ວມ​ກັນ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ-ມຽນ​ມາ ແລະ ເປີດ​ສັງ​ກາດ​ໃໝ່​ແຫ່ງ​ການ​ພົວ​ພັນ​ລະຫວ່າງ​ສອງ​ປະ​ເທດ.

ຈີນ​ຍິນ​ດີ​ຮ່ວມ​ກັນ​ກັບ​ມຽນ​ມາ​ເສີມ​ຂະ​ຫຍາຍ​ຄວາມ​ຮັກ​ແພງ​ກັນ​ຖານ​ອ້າຍ​ນ້ອງທີ່​ເປັນ​ມູນ​ເຊື້ອ​, ຮ່ວມ​ກັນ​ວາງ​ແຜ​ນ​ຜັງ​ແຫ່ງ​ການ​ພັດ​ທະ​ນາ ແລະ ເປີດສັງ​ກາດ​ໃໝ່ແຫ່ງ​ກາ​ພົ​ວ​ພັນ​ຈີນ-ມຽນ​ມາ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້​ນ​ວ່າ: ນັບ​ແຕ່​ສະ​ຖາ​ປະ​ນາ ສ​ປ ຈີນຕະຫຼອດ​ໄລຍະ 70 ປີ​ຜ່ານ​ມາ, ພຶດ​ຕິ​ກຳ​ຂອງ​ຈີນທີ່​ປະ​ສົບ​ຜົນ​ສຳ​ເລັດ​ອັນ​ໃຫຍ່ຫຼວງດ້ານ​ການ​ພັດ​ທະ​ນາ​ ​ໄດ້​ພິ​ສູດ​ໃຫ້​ເຫັນ​ວ່າ, ປະ​ຊາ​ຊົນ​ຈີນ​ໄດ້​ເລືອກ​ເສັ້ນ​ທາງ​ພັດ​ທະ​ນາ​ທີ່​ຖືກ​ຕ້ອງ, ພວກ​ເຮົາ​ຈະ​ສືບ​ຕໍ່​ເດີນ​ຕາມ​ເສັ້ນ​ທາງ​ຂອງ​ຕົນ​ຢ່າງ​ເດັດດ່ຽວ​ໜຽວ​ແໜ້ນ. ຈີນ​ຈະ​ຍຶດ​ໝັ້ນ​ການ​ພັດ​ທະ​ນາ​ໂດຍ​ສັນ​ຕິ ແລະ ຍຶດ​ໝັ້ນ​ບໍ່​ເປັນ​ເຈົ້າ​ອຳ​ນາດ​ຈົນ​ເທົ່າ​​ໃດໆ. ສະນັ້ນ, ຂ້າ​ພະ​ເຈົ້າ​ສະ​ເໜີ​ໃຫ້​ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ມວນ​ມະ​ນຸດ, ຫວັງ​ວ່າ, ບັນ​ດາ​ປະ​ເທດ​ໃນ​ບ້ານ​ໜ່ວຍໂລກ​ນີ້​ຈະ​ສາ​ມາດ​ຢູ່​ຮ່ວມ​ກັນ​ຢ່າງ​ປອງດອງ​ກັນ ແລະ ຮ່ວມ​ມື​ກັນ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ. ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ມວນ​ມະ​ນຸດ, ກ່ອນ​ອື່ນ​ຈະ​ເລີ່ມ​ປະ​ຕິ​ບັດ​ຈາກ​ປະ​ເທດໃກ້​ຄຽງ, ຍຶດ​ໝັ້ນ​ຢູ່​ຮ່ວມ​ກັນ​ຢ່າງ​ປອງດອງ​ກັນ​ກັບ​ປະ​ເທດ​ໃກ້​ຄຽງ, ຮ່ວມ​ກັນສ້າງ​ຄວາ​ມ​ສະ​ຫງົບກັບປະ​ເທດ​ໃກ້​ຄຽງ ແລະ ຮ່ວມ​ກັນສ້າງ​ຄວາມ​ຮັ່ງ​ມີກັບ​ປະ​ເທດ​ໃກ້​ຄຽງ. ຈີນ​ດຳ​ເນີນ​ການ​ຮ່ວມ​ມື​ກັບ​ຕ່າງ​ປະ​ເທດ, ບໍ່​ໄດ້​ບັງ​ຄັບ​ຕ່າງ​ປະ​ເທດ​ຈັກ​ເທື່ອ, ບໍ່​ໄດ້​ແຊ​ກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ຕ່າງ​ປະ​ເທດ​ຈັກ​ເທື່ອ, ຈີນ​ຄັດ​ຄ້ານ​ການ​ກະ​ທຳ​​ແບບ​ຂ້ອຍ​ໄດ້​ເຈົ້າ​ເສຍ ແລະ ​ໄດ້​ປຽບ​​ແຕ່ຝ່າຍ​ດຽວຕະຫຼອດ. ຈີນ​ຍິນ​ດີ​ຮ່ວມ​ກັນ​ກັບ​ມຽນ​ມາ​ຊຸກ​ຍູ້​ການ​ສ້າງ​ໂຄງ​ການ​ຮ່ວມ​ມື​ທີ່ສຳ​ຄັນ ຄື ​ແລວ​ທາງ​ເສດ​ຖະ​ກິດ​ຈີນ-ມຽນ​ມາ​ຢ່າງ​ໜັກ​ແໜ້ນ​ ພາຍ​ໃຕ້​ຂອບ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ຊາ​ຊົນ​ທ້ອງ​ຖິ່ນ​ໃຫ້​ໄດ້ຫຼາຍກວ່າ​ເກົ່າ, ເຮັດ​ໃຫ້​ເຂົາ​ເຈົ້າ​ໄດ້​ຮັບ​ຜົນ​ປະ​ໂຫຍດຫຼາຍກວ່າ​ເກົ່າ ແລະ ມີ​ຄວາມ​ສຸກຫຼາຍກວ່າ​ເກົ່າ. ນອກ​ນີ້, ຈີນ​​ຈະ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ມຽນ​ມາ​​ໃນ​ການປົກ​ປ້ອງ​ສິດ​ແລະ​ຜົນ​ປະ​ໂຫຍດ​ທີ່​ຖືກຕ້ອງ​ຕາມ​ກົ​ໝາຍ ແລະ ກຽດ​ສັກ​ສີ​ແຫ່ງ​ຊາດ​ຂອງ​ມຽນ​ມາ ໃນ​ເວ​ທີ​ສາ​ກົນ.

图片默认标题

ທ່ານ​ວິນ​ມິນ​ຕາງ​ໜ້າ​ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ທຸກ​ຖ້ວ​ນ​ໜ້າ​ຂອງ​ມຽນ​ມາ​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນ​ຮັບ​ຢ່າງ​ອົບ​ອຸ່ນ​ຕໍ່​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ຢ້ຽມ​ຢາມ​ມຽນ​ມາ​ທາງ​ລັດ​ຖະ​ກິດ ແລະ ກ່າວວ່າ: ເຊື່ອ​ວ່າ, ກາ​ນ​ຢ້ຽມ​ຢາມ​ຄັ້ງ​ນີ້​ຍ່ອມ​ຈະ​​ເປັນ​ການ​ຢ້ຽມ​ຢາມ​ຄັ້ງ​ປະ​ຫວັດ​ສາດ ແລະ ​ເປັນ​ການເປີດ​ໜ້າ​ໃໝ່​ແຫ່ງ​ການ​ພົວ​ພັນ​ຈີນ-ມຽນ​ມາ. ທ່ານ​ວິນ​ມິນ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຜົນ​ສຳ​ເລັດ​ອັນ​ຍິ່ງ​ໃຫຍ່​ຂອງ​ຈີນ ນັບ​ແຕ່​ສະ​ຖາ​ປະ​ນາ ສ​ປ ຈີນ​ໃນ 70 ປີ​ມາ​ນີ້, ຫວັງ​ວ່າ, ຈີນ​ສາ​ມາດ​ແບ່ງ​ປັນ​ບົດ​ຮຽນ​ການປົກ​ຄອງ​ປະ​ເທດ ແລະ ການຄຸ້ມ​ຄອງ​ລັດ​ຂອງ​ຈີນ​ໃຫ້​ປະ​ເທດ​ພວມ​ພັດ​ທະ​ນາ ເຊິ່ງ​ລວມ​ທັງ​ມຽນ​ມາ, ເຊື່ອ​ວ່າ, ບົດ​ຮຽນ​ສຳ​ເລັດ​ຜົນ​ຂອງ​ຈີນ​ຈະ​ສາມາດຊ່ວຍ​​ເຫຼືອມຽນ​ມາ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນ ແລະ ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ. ທ່ານ​ກ່າວ​ຕື່ມ​ວ່າ: ມຽນ​ມາ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຈີນ​ທີ່​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ຢ່າງສ້າງ​ສັນ​ໃນ​ຂະ​ບວນ​ການ​ສັນ​ຕິ​ພາບ​ພາຍ​ໃນ​ປະ​ເທດ​ມຽນ​ມາ. ມຽນ​ມາ​ຍຶດ​ໝັ້ນຫຼັກ​ການ​ປະ​ເທດ​ຈີນ​ດຽວ, ເຄົາ​ລົບ​ທິດ​ທາງ “ປ​ະ​ເທດ​ດຽວ​ສອງ​ລະ​ບອບ” ທີ່​ຈີນ​ປະ​ຕິ​ບັດ​ຢູ່​ຮົງ​ກົງ ແລະ ມາ​ກາວ ແລະ ມີ​ຈຸດ​ຢືນ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ວ່າ, ໄຕ້​ຫວັນ​ເປັນ​ດິນ​ແດນ​ພາກ​ສ່ວນ​ໜຶ່ງ​ຂອງ​ຈີນທີ່​ຕັດ​ແຍກ​ອອກ​ຈາກ​ກັນ​ບໍ່​ໄດ້​, ມຽນ​ມາ​ສະ​ໜັບ​ສະ​ໜູນ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ມວນ​ມະ​ນຸດ​ທີ່​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ເປັນ​ຜູ້​ລິ​ເລີ່​ມ ແລະ ຍິນ​ດີ​​ຮ່ວມ​ກັນ​ກັບ​ຈີນ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ມຽນ​ມາ-ຈີນຢ່າງຕັ້ງ​ໜ້​າ.

ຄຳ​ເຫັນ

0