莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ທາ​ນາ​ທິ​ບໍ​ດີ​ປາ​ກີ​ສະ​ຖານ​ຕີ​ລາ​ຄາ​ສູງ​ຕໍ່​ບົດ​ບາດ​ຂອງ​ແລວ​ທາງ​ເສດ​ຖະ​ກິດ​ຈີນ-ປາ​ກີ​ສະ​ຖານ

2020-01-18 15:09:37 CRI

ວັນ​ທີ 17 ມັງ​ກອນນີ້, ​ກ່ອນ​ບຸນ​ກຸດ​ຈີນ ເຊິ່ງ​ເປັນ​ບຸນ​ປະ​ເພ​ນີ​ຂອງ​ຈີນ​ຈະ​ໝູນ​ວຽນ​ມາ​ເຖິງ, ທ່ານ​ອາ​ລິ​ຟ ອານ​ວີ ປະ​ທາ​ນາ​ທິ​ບໍ​ດີ​ປາ​ກີ​ສະ​ຖານ​ໄດ້ໃຫ້​ສຳ​ພາດ​ຕໍ່​ສື່ມວນ​ຊົນ​ຈີນ​ໂດຍ​ສະ​ເພາະ, ທ່ານ​ໄດ້​ຕີ​ລາ​ຄາ​ໃນ​ລະ​ດັບ​ສູງ​ຕໍ່​ການ​ພົວ​ພັນ​ປາ​ກີ​ສະ​ຖານ-ຈີນ​ໃນ​ປັດ​ຈຸ​ບັນ​ແລະ​ການ​ພັດ​ທະ​ນາ​ອັນ​ໃຫຍ່ຫຼວງ​ທີ່​ແລວ​ທາງ​ເສດ​ຖະ​ກິດ​ ປາ​ກີ​ສະ​ຖານ-ຈີນ​ນຳ​ມາ​ໃຫ້​ປາ​ກີ​ສະ​ຖານ, ພ້ອມ​ທັງອວຍ​ພອນ​​ໃຫ້ປະ​ຊາ​ຊົນ​ຈີນ​ຈົ່ງ​ເບີກ​ບານ​ມ່ວນ​ຊື່ນ​ໃນ​ບຸນ​ກຸ​ດ​ຈີນ.

ທ່ານ​ອາ​ລິ​ຟ ອານ​ວີ​ກ່າວ​ວ່າ, ການ​ຮ່ວມ​ມື​ພັດ​ທະ​ນາ​ພາຍ​ໃຕ້​ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”ແລະ​ຂອບ​ແລວ​ທາງ​ເສດ​ຖະ​ກິດ​ຈີນ-ປາ​ກີ​ສະ​ຖານ ​ທີ່​ສະ​ເໜີ​ໂດຍ​ທ່ານ​ປະ​ທານ​ສີ​ຈິ້ງ​ຜິງ​ແມ່ນ​ແນວ​ຄິດ​ທີ່ສຳ​ຄັນ​ທີ່​ສຸດ. ການ​ຮ່ວມ​ມື​ລະ​ຫວ່າງ​ປາ​ກີ​ສະ​ຖານ-ຈີນບໍ່​ມີ​ເງື່ອນ​ໄຂ​ໃດໆ​ຕິດ​ໂຕ​ມາ, ​ລ້ວນ​ແຕ່​ແມ່ນ​ເພື່ອ​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ​, ແລະ​ເພື່ອ​ຍົກ​ສູງ​​ລະ​ດັບຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ. ຜົນ​ສຳ​ເລັດ​ອັນ​ຍິ່ງ​ໃຫຍ່​​ທີ່​ໄດ້​ຮັບ​ໃນ​ແລວ​ທາງ​ເສດ​ຖະ​ກິດ​ຈີນ-ປາ​ກີ​ສະ​ຖານ​ໃນຫຼາຍ​ປີ​ຜ່ານ​ມາ ກໍ່​ແມ່ນ​ການ​ອະ​ທິ​ບາຍ​ທີ່​ດີ​ທີ່​ສຸດ​ສຳ​ລັບ​ການ​ພົວ​ພັນ​ສອງ​ປະ​ເທດ.

ໃນ​ການ​ສຳ​ພາດ​​ຕອນສຸດ​ທ້າຍ, ທ່ານ​ອາ​ລິ​ຟ ອານ​ວີ​ກ່າວ​ວ່າ, ​ໃນປີ​ໃໝ່​ນີ້, ແລວ​ທາງ​ເສດ​ຖະ​ກິດ​ຈີນ-ປາ​ກີ​ສະ​ຖານ​ໄດ້​ກ້າວ​ເຂົ້າ​ສູ່​ໄລ​ຍະ​ທີ​ສອງ, ການ​ຮ່ວມ​ມື​​ໃນ​ທຸກ​ຂົງ​ເຂດ​ລະ​ຫວ່າງຈີນ-ປາ​ກີ​ສະ​ຖານ​​ຈະ​ສືບ​ຕໍ່​​ກ້າວສູ່​ລວງ​ເລິກ, ທ່ານ​ມີ​ຄວາມ​ໝັ້ນ​ໃຈ​ຕໍ່​ອະ​ນາ​ຄົດ​ແຫ່ງ​ການ​ພົວ​ພັນ​ຈີນ-ປາ​ກີ​ສະ​ຖານ.

ຄຳ​ເຫັນ

0