吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ສຳ​ເລັດ​ກາ​ນຢ້ຽມຢາມມຽນມາ​ທາງ​ລັດຖະກິດ​ຢ່າງ​ຈົບງາມ

2020-01-19 15:20:03 cri

​ໃນ​ຕອນ​ຄ່ຳ​ວັນ​ທີ 18 ມັງກອນນີ້, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ສຳ​ເລັດ​ການ​ຢ້ຽມຢາມ​ມຽນມາທາງ​ລັດຖະກິດ ​ແລະ​ເດີນທາງ​ກັບ​ຄືນ​ປະ​ເທດ​ດ້ວຍ​ຄວາມ​ສະຫວັດດີ​ພາບ.

​ໃນ​ຕອນ​ບ່າຍ​ວັນ​ທີ 18 ມັງກອນ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ​​ໄດ້​ເດິ​ນທາງ​ດ້ວຍ​ເຮືອບິນ​ພິ​ເສດຈາກ​ນະຄອນຫຼວງ​​ເນ​ປີ​ດໍ​ປະ​ເທດມຽນມາກັບ​ຄືນ​ສູ່​ປະ​ເທດ​ຈີນ. ທ່ານ​ມິນ​ຊຸຍ ຮອງ​ປະທານາທິບໍດີຜູ້ທີ 1 ຂອງ​ມຽນມາ ພ້ອມ​ດ້ວຍ​ບັນດາລັດຖະມົນຕີ​​ໄດ້​ໃຫ້​ກຽດ​ອອກ​ສົ່ງທ່ານ​ສີ​ຈິ້ນ​ຜິ​ງຢູ່​ສະໜາມ​ບິນ. ບັນດາຊາວ​ໜຸ່ມ​ມຽນມາ​ໄດ້​ພາກັນ​ແກ່ວ​ງທຸງຊາດ​ສອງ​ປະ​ເທດຈີນ-ມຽນມາ​ເພື່ອສົ່ງ​ທາງ​ທ່ານ​ສີ​ຈິ້ນ​ຜິ​ງດ້ວຍ​ບັນຍາກາດ​ເບີກບານມ່ວນ​ຊື່ນ. ​ເຮືອບິນ​​ຮົບມຽນມາ 4 ລຳ​ໄດ້​ບິນ​ຄຸ້ມ​ກັນ​ພິ​ເສດ​ໃຫ້​ເຮືອບິນ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ​ເວລາ​ເພີນ​ທາງ​ກັບ​ຄືນຈາກ​ປະ​ເທດ​ມຽນມາ.

 

ຄຳ​ເຫັນ

0