何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ຢ້ຽມ​ຢາມ​ມຽນ​ມາ​ຂອງ​ທ່ານ​ສີ​ຈິ້ນ​ຜິງ ເປັນ​ພຶດ​ຕິ​ກຳ​ສຳ​ຄັນ​ທີ່​ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ

2020-01-19 15:22:09 CRI

ແຕ່​ວັນ​ທີ 17 ຫາ ວັນ​ທີ 18 ມັງ​ກອນ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ຢ້ຽມ​ຢາມ​ມຽນ​ມາ​ທາງ​ລັດ​ຖະ​ກິດ​ຕາມ​ຄຳ​ເຊີນ. ຫຼັງ​ຈາກ​​ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ດັ່ງ​ກ່າວ, ທ່ານ​ຫວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​​ແຈ້ງສະ​ພາບ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້​ຕໍ່​ນັກ​ຂ່າວ. ທ່ານ​ຫວາງ​ຢີ້​ກ່າວ​ວ່າ, ການ​ຢ້ຽມ​ຢາມ​ຄັ້ງ​ນີ້​ເປັນ​ການ​ເຄື່ອນ​ໄຫວ​ການ​ຕ່າງ​ປະ​ເທດ​ກັບ​ປະ​ເທດ​​ບ້ານ​ໃກ້​ເຮືອນ​ຄຽງ​ທີ່ສຳ​ຄັນ​ຂອງ​ຈີນ, ເຖິງວ່າໄດ້​ດຳ​ເນີນ​ໄປ​ເປັນ​ເວ​ລາ​ສັ້ນ, ແຕ່​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງຫຼວງຫຼາຍ. ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເຂົ້າ​ຮ່ວມ​ກິດ​ຈະ​ກຳ 12 ຄັ້ງ, ເປັນ​ສັກ​ຂີ​ພິ​ຍານ​ໃຫ້​ແກ່​ການ​ຊັນ​ສັນ​ຍາ​ການ​ຮ່ວມ​ມື 29 ສະ​ບັບ, ສອງ​ຝ່າຍ​ຍັງ​ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວ​ມ.

 

ທ່ານ​ຫວາງ​ຢີ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວ່າ, ວົງ​ການ​ຕ່າງໆ​ຂອງ​ມຽນ​ມາ​ໄດ້​ຕີ​ລາ​ຄາ​ສູງ​ຕໍ່​ການ​ຢ້ຽມ​ຢາມ​ຄັ້ງ​ນີ້, ໂດຍ​ເປັນ​ສຽງ​ດຽວ​ກັນ​ເຫັນ​ວ່າ, ເນື່ອງ​ໃນ​ໂອ​ກາດ​ທີ່​ມຽນ​ມາ ແລະ ຈີນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຄົບ​ຮອບ 70 ປີ, ປະ​ທານ​ປະ​ເທດ​ຈີນ​ໄດ້​ເດີນ​ທາງ​ຢ້ຽມ​ຢາມ​ມຽນ​ມາ​ທາງ​ລັດ​ຖະ​ກິດ, ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ເຖິງ​​ຄວາມ​ຮັກ​ແພງ​ຖານ​ອ້າຍ​ນ້ອງ​ທີ່​ເລິກ​ເຊີ່ງ​ລະ​ຫວ່າງ​ຈີນ​ກັບ​ມຽນ​ມາ, ແລະ​ເປັນ​ການ​ເປີດ​ປະ​ຫວັດ​ສາດ​ໜ້າ​ໃໝ່​ຂອງ​ມິດ​ຕະ​ພາບ​ອັນ​ເປັນ​ມູນ​ເຊື້ອ​ຂອງ​ສອງ​ປະ​ເທດ. ສື່ມວນ​ຊົນ​ສາ​ກົນ​ກໍ​ມີ​ຄວາມ​ສົນ​ໃຈ​ຢ່າງ​ສູງ​ຕໍ່​ການ​ຢ້ຽມ​ຢາມ​ຄັ້ງ​ນີ້, ໂດຍ​ມີ​ຄວາມ​ເຫັນ​ທົ່ວ​ໄປ​ວ່າ, ການ​ເຄື່ອນ​ໄຫວ​ການ​ຕ່າງ​ປະ​ເທດ​ຂອງ​ປະ​ມຸກ​ລັດ​ຈີນ​ໄດ້​ຊຸກ​ຍູ້​​ມິດ​ຕະ​ພາບ​ຖານ​ອ້າຍ​ນ້ອງ​ຈີນ​-ມຽນ​ມາ​ໃຫ້​ກ້າວເຂົ້າ​ສູ່​ຍຸກ​ໃໝ່, ການ​ສ້າງ“ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”ໄດ້​ຮັບ​ຄວາມ​ຄືບ​ໜ້າ​ທີ່​ສຳ​ຄັນ, ​ຖາ​ນະ​ບົດ​ບາດ​ຂອງ​ຈີນ​ນັບ​ມື້​ນັບ​ຖືກ​ຍົກ​ສູງ​ຂຶ້ນ.

 

ໃນ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້, ຜູ້​ນຳ​ຈີນ ແລະ ມຽ​ນ​ມາ​ໄດ້​ບັນ​ລຸ​ຄວາມ​ເຫັນທີ່​ເປັນ​ເອ​ກະ​ພາບ​ກັນ​ທີ່​ສຳ​ຄັນ​ອັນ​ໃໝ່​ກ່ຽວ​ກັບ​​ການ​ຊຸ​ກ​ຍູ້​ການຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ດ້ວຍ​ຄຸນ​ນະ​ພາບ​ສູງ. ວົງ​ການ​ພາຍນອກ​ໄດ້​ສັງ​ເກດ​ເຫັນ​ວ່າ, ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ໄດ້​ກ່າວ​ເນັ້ນຫຼາຍ​ເທື່ອ​ໃນ​ເວ​ລາ​ເວົ້າ​ເຖິງ​ກາ​ນ​ຮ່ວມ​ມື​ຕົວ​ຈິງ​ລະ​ຫວ່າງ​ຈີນ ແລະ ມຽ​ນ​ມາ ໂດຍ​ກ່າວ​ວ່າ ຈີນ​​ບໍ່​ເຄີຍດຳ​ເນີນ​ກາ​ນ​ຮ່ວມ​ມື​ກັບ​ຕ່າງ​ປະ​ເທດ​ແບບ​ບັງ​ຄັບ​ຈັກ​ເທື່ອ, ໂຄງ​ການ​ຮ່ວມ​ມື​ຈີນ-ມຽນ​ມາ​ຕ້ອງ​ສ້າງ​ຂຶ້ນ​ເພື່ອ​ຕອບ​ສະ​ໜອງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ຊາ​ຊົນ​​ທ້ອງ​ຖິ່ນຫຼາຍກວ່າ​ເກົ່າ, ເຮັດ​ໃຫ້​ປະ​ຊາ​ຊົນ​ມີ​ຄວາມ​ຮູ້​ສຶກວ່າ​ໄດ້​ຮັບ​ຜົນ​ປະ​ໂຫຍດ ແລະ ​ມີຄວາມ​ຮູ້​ສຶກ​ມີ​ຄວາມ​ສຸກຫຼາຍກວ່າ​ເກົ່າ.

 

ທ່ານ​ຫວາງ​ຢີ້​ກ່າວ​ຕື່ມ​ວ່າ, ໃນ​ໄລ​ຍະ​​ຢ້ຽມ​ຢາມ​ຄັ້ງ​ນີ້, ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ, ຈີນຈະ​ສະໜັບ​ສະ​ໜູນ​ມຽນ​ມາ​ສືບ​ຕໍ່​ເດີນ​ຕາມ​ເສັ້ນ​ທາງ​ພັດ​ທະ​ນາ​ທີ່​ເລືອກ​ໄວ້ດ້ວຍ​ຕົນ​ເອງ, ສະ​ໜັບ​ສະ​ໜູນ​ມຽນ​ມາ​ປົກ​ປັກ​ຮັກ​ສາ​ສິດ​ຜົນ​ປະ​ໂຫຍດ​ທີ່​​ເປັນ​ທຳ ແລະ ກຽດ​ສັກ​ສີ​ແຫ່ງ​ຊາດ​ຂອງ​ຕົນ​ໃນ​ເວ​ທີ​ສາ​ກົນ, ຍິນ​ດີ​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ​ໃນ​ການ​ຊຸກ​ຍູ້​ຂະ​ບວນ​ການ​ສັນ​ຕິ​ພາບ ແລະ ​ຄວາມປອງດອງ​ຊາດ​ຂອງ​ມຽນ​ມາ​ບົນ​ພື້ນ​ຖານ​ເຄົາ​ລົບ​ອະ​ທິ​ປະ​ໄຕ ແລະ ຄວາມ​ມຸ້ງ​ມາດ​ປາ​ຖະ​ໜາ​ຂອງ​ມຽນ​ມາ.

ຄຳ​ເຫັນ

0