何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ມຽນ​ມາ​​ມີ​ຄວາມປາ​ຖະ​ໜາ​​ຢ່າງສູງ​ໃຫ້​ມຽນ​ມາ​ແລະ​ຈີນ​ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ

2020-01-19 15:23:05 CRI

ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ໃນ​ເວ​ລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວຢູ່​ທີ່​ນະ​ຄອນ​ຫຼວງ​ເນ​ປີ​ດໍ​ຂອງ​ມຽນ​ມາ, ທ່ານ​ທັນ​ມິນ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ມຽນ​ມາ​ກ່າວ​ວ່າ, ມຽນ​ມາ​ແລະ​ຈີນ​ຈະ​ຊຸກ​ຍູ້​ການ​ພັດ​ທະ​ນາ​ການ​ຄ້າ​ສອງ​ຝ່າຍ​ຕື່ມ​ອີກ, ລົງ​ເລິກ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ພາຍ​ໃຕ້ ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ແລະ ຂອບ​ແລວ​ເສດ​ຖະ​ກິດ​ຈີນ-ມຽນ​ມາ.

 

ທ່ານ​ຕານ​ມິນ​ກ່າວ​ວ່າ, ຈີນ​ເປັນ​ຄູ່​ການ​ຄ້າ​ອັນ​ດັບ​ໜຶ່ງ ແລະ ເປັນ​ຜູ້​ລົງ​ທຶນ​ທີ່​ສຳ​ຄັນ​ທີ່​ສຸດ​​ຢູ່​ມຽນ​ມາ, ທ່ານ​ມີ​ຄວາມ​ປາ​ຖະ​ໜາ​ຢ່າງ​ສູງ​ທີ່​ຢາກ​ໃຫ້​ວຽກງານການ​ຄ້າ​ສອງ​ຝ່າຍ​ ມີ​ການ​ເຕີບ​ໂຕ​ຢ່າງ​ໝັ້ນ​ທ່ຽງ ແລະ​ ຍືນ​ຍົງ, ພ້ອມ​ທັງ​ຫວັງ​ວ່າ​ໃນ​ອະ​ນາ​ຄົດ​​ຈະມີ​ວິ​ສາ​ຫະ​ກິດ​ຈີນຫຼາຍກວ່າ​ເກົ່າ​ໄປ​ລົງ​ທຶນ​ຢູ່ມ​ຽນ​ມາ, ໂດຍ​ສະ​ເພາະ​ໃນ​ຂົງ​ເຂດ​ທີ່​ມຽນ​ມາ​ຕ້ອງ​ການ​ພັດ​ທະ​ນາ​ຢ່າງ​ຮີບ​ດ່ວນ, ເຊັ່ນ: ຄົມ​ມະ​ນາ​ຄົມ, ໄຟ​ຟ້າ, ການ​ສື່​ສານ, ກະ​ສິ​ກຳ ແລະ​ອື່ນ​ໆ, ​ເພື່ອສະ​ແຫວງ​ຫາ​​ຜົນ​ປະ​ໂຫຍດ​ໃນການ​ພັດ​ທະ​ນາ​ຮ່ວມກັນ.

 

ຄຳ​ເຫັນ

0