吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ແນວ​ຄວາມ​ຄິດການ​ປະດິດ​ສ້າງ​ໃໝ່ຊ່ວຍ​​ໃຫ້​ຊາຍ​ໜຸ່ມ​ຊົນນະບົດ​ຮັ່ງມີ

2020-01-20 17:53:30 cri

ຢູ່​ຫ້ອງການ​ໄປສະນີ​ອິນ​ເຕີ​​​ເນັດ​ຊົນນະບົດ​ຂອງ​ບ້ານ​ເຮິ່ງທຽນ​​​ເມືອງ​ສື​ເຊີງ​ແຂວງ​ຈ່ຽງຊີ່, ພວກຜູ້​ຊາຍ​ເລົ່ງ​ເຖິງການ​ປະດິດ​ສ້າງ​ໃໝ່​​ໃນການ​ສ້າງ​ທຸລະ​ກິດ​ຂອງ​ຕົນ: ການ​ເຮັດ​ທຸລະ​ກິດ​ກໍຄ້າຍຄື​ກັບການ​ລ່ອງ​ເຮືອທວນ​ກະ​ແສ​ນ້ຳ​ໄຫຼ​​ບໍ່​ກ້າວໄປ​ໜ້າ​ກໍ​ຖອຍຫຼັງ, ຕ້ອງ​ມີ​ແນວຄວາມຄິດ​ແຫ່ງການ​ປະດິດ​ສ້າງ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ ຈຶ່ງ​ຈະ​ເປັນ​ທີ່​ຕ້ອງການ​ຂອງ​ຕະຫຼາດ.

ຜູ້​ຊາຍ​ຄົນ​ນີ້​ຊື່​ຮວງ​ຈື້ຊ່າວ, ​ໃນ​ປີ 2014, ພໍ່ຂອງ​ລາວທີ່​ເປັນ​ເສົາ​ຫຼັກຂອງ​ຄອບຄົວ​​​ໄດ້ເສຍ​ຊີວິດ, ​ຍ່າ​ເຈັບ​ປ່ອຍ, ​ແມ່​ຂອງ​ລາວ​ກໍ​ໜີ​ອອກຈາກ​ຄອບຄົວ​ໄປ, ​ໃນ​ເວລາ​ນັ້ນ, ຮວງ​ຈື້ຊ່າວ​ພຽງ​ແຕ່ມີ​ອາຍຸພຽງ​ແຕ່ 18 ປີ, ຊີວິດ​ການ​ເປັນ​ຢູ່​ຂອງ​ລາວຕົກ​ຢູ່​ໃນ​ສະພາບ​ອັດຕະຄັດ. ​ໃນ​ປີ 2015, ​ເມືອງ​ສື​ເຊີງໄດ້​ຈັດການ​ຝຶກ​ອົບຮົມ​ດ້ານ​ການ​ດຳ​ເນີນ​ທຸລະ​ກິດ​ທາງ​ອິນ​ເຕີ​ເນັດ, ​ໄດ້​ສ້າງ​ໂອກາດ​ດີ​ໃຫ້​ແກ່ລາວ​ມີ​ຄວາມ​ຫວັງ​ໃນ​ການ​ສ້າງ​ທຸລະ​ກິດ.

ປີ 2015, ລາວ​ເລີ່​ມຈຳໜ່າຍ​ຜະລິດ​ຕະພັນ​ກະສິກຳ​ທີ່​ມີ​ເອກະລັກພິ​ເສດທາງ​ອິນ​ເຕີ​ເນັດ ຄື: ​ແກ່​ນບົວ​ຂາວ, ​ແປ້ງມັນ​ດ້າງ, ​​ເສັ້ນເຂົ້າປຸ້ນ​ແຫ້ງ ​ແລະ​ອື່ນໆ. ຖ້າ​ຊາວບ້ານ​ມີ​ຜະລິດ​ຕະພັນ​ໃໝ່​ກໍ​ຫາ​ລາວ​ຊ່ວຍ​ຈຳໜ່າຍ​ທາງ​ອິນ​ເຕີ​ເນັດ. ນອກຈາກ​ນີ້, ລາວ​ຍັງ​ຖ່າ​ຍວິ​ດີ​ໂອ​ກ່ຽວ​ກັບ​ທິວ​ທັດ​ທີ່​ສວຍ​ງາມ ​ແລະ​ຊີວິດ​ການ​ເປັນ​ຢູ່​ຂອງ​ຊົນນະບົດ, ​ລົງ​ໃນ​ສື່​ສັງຄົມ​ອ໋ອນລາຍ, ​ໄດ້​ກາຍ​ເປັນ “​ເນັດ​ໄອ​ໂດ” ຢູ່​ເຂດ​ທ້ອງ​ຖິ່ນ.

​ໃນ​ຂະ​ບວນການ​ດຳ​ເນີນ​ທຸລະ​ກິດ​ທາງ​ອິນ​ເຕີ​ເນັດ, ຮວງ​ຈື້ຊ່າວ​ຍັງ​ໄດ້​ສ້າງ​ສູນ​ປູກຝັງ, ສ້າງ​ໂຮງ​ງານປຸງ​ແຕ່ງ, ສ້າງ​ຫຍີ່​ຫໍ້ສິນຄ້າ​ຂອງ​ຕົນ ​ແລະຊອກ​ຫາ​ຊ່ອງ​ທາງການຈຳໜ່າຍ. ພາຍຫຼັງ​ທີ່​ລາວ​ມີ​ເງື່ອນ​ໄຂ​ທຸກ​ຢ່າງ​ຄົບ​ຖ້ວນແລ້ວ, ລາວຈຶ່ງ​ຕັດສິນ​ໃຈດຳ​ເນີນ​ການຈຳໜ່າຍ​ສິນຄ້າ​ທີ່​ສະໜອງ​ຈາກ​ແຫຼ່ງການ​ຜະລິດໂດຍ​ກົງຜ່ານ​ທາງ​ອິນ​ເຕີ​ເນັດ. ​ໃນ​ປີ 2019, ​ໄດ້​ບັນລຸ​ມູນ​ຄ່າ​ຈຳໜ່າຍ​ຫຼາຍ​ກວ່າ 3 ​ແສນ​ຢວນ. ຊາຍ​ໜຸ່ມ​ຜູ້​ນີ້​ມີ​ພື້ນຖານຢູ່​ຊົນ​ນະ​ບົດ ​ໄດ້ຍຶດໝັ້ນ​​ແນວ​ຄວາມ​ຄິດ​ການ​ປະດິດ​ສ້າງ​ໃໝ່ ​ເພື່ອ​ສ້າງ​ຄວາມ​ຮັ່ງມີ ​ແລະ​ມີ​ອະນາຄົດ​ໃໝ່ຢ່າງ​ກວ້າງຂວາງ.

ຄຳ​ເຫັນ

0