莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນາ​ຍົກ​ຈີນ​ແລະ​ມາ​ເລ​ເຊຍ​ສົ່ງ​ສານຊົມ​ເຊີຍ​ເຖິງ “ປີ​ທ່ອງ​ທ່ຽວ​ວັດ​ທະ​ນະ​ທຳ​​ຈີນ-ມາ​ເລ​ເຊຍປີ2020”

2020-01-20 11:21:01 cri

ພີ​ທີ​ເປີດ“ປີ​ທ່ອງ​ທ່ຽວ​ວັດ​ທະ​ນະ​ທຳ​​ຈີນ-ມາ​ເລ​ເຊຍປີ2020”​ໄດ້​ຈັດ​ຂຶ້ນ​ຢູ່​​ນະ​ຄອນຫຼວງກົວ​ລາ​ລຳ​ເບີ​​ປະ​ເທດ​ມາ​ເລ​ເຊຍໃນ​ວັນ​ທີ 19 ມັງ​ກອນ​ນີ້. ທ່ານ​ລີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ, ແລະ​ທ່ານ​ມາ​ຮາ​ເ​ທຍ ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ​ຕ່າງກໍ່​ໄດ້​ສົ່ງ​ສານ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ພິ​ທີ​ດັ່ງ​ກ່າວ.

ໃນ​ສານ​ຊົມ​ເຊີຍ, ທ່ານ​ລີເຄີ້​ສຽງ​ກ່າວ​ວ່າ, ຈີນ​ແລະ​ມາ​ເລ​ເຊຍ​ເປັນ​ປ​ະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ມີ​ພຽງ​ທະ​ເລກັ້ນ​ໄວ້, ແຕ່​ມີມິດ​ຕະ​ພາບ​ອັນ​ເປັນ​ມູນ​ເຊື້ອ​ນັບ​ເປັນພັນ​ປີ. ໃນ​ສະ​ໄໝ​ລາ​ຊະ​ວົງ​ມິງ, ເຈີ້ງ​ເຫີ ນັກ​ເດີນ​ທະ​ເລຂອງ​ຈີນກໍ່​ໄດ້​​ເດີນ​ທາງ​ໄປ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ​ຕາ​ເວັນ​ຕົກ​ແລະ​ມະ​ຫ​ສະ​ໝຸດ​ອິນ​ເດຍ 7 ເທື່ອ, ເຄີຍ​ມີ 5 ເທື່ອ​ໄດ້​ເດິນ​ທາງ​ໄປ​ເຖິງ​ມາ​ຣາ​ກາ, ໄດ້​ສ້າງ​ຄວາມ​ຮັກ​​ແພງ​ອັນ​ເລິກ​ເຊິ່ງ​ກັບ​ປະ​ຊາ​ຊົນ​ທ້ອງ​ຖິ່ນ, ກາຍ​ເປັນ​ເລື່ອງ​ອຳ​ມະ​ຕະ​ໃນ​ປະ​ຫວັດ​ສາດການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ຈີນ-ມາ​ເລ​ເຊຍ. ໃນຫຼາຍ​ປີມໍ່ໆ​ມານີ້, ຈີນ-ມາ​ເລ​ເຊຍ​ໄດ້​ຮັກ​ສາ​ການ​ພັດ​ທະ​ນາ​ການ​ພົວ​ພັນຢ່າງ​ປອດ​ໃສ​ແລະ​​ໝັ້ນ​ທ່ຽງ, ສອງ​ປະ​ເທດ​ໄດ້​ມີ​ການ​ຮ່ວມ​ມື​​ກັນຢ່າງ​ໃກ້​ຊິດ​ໃນ​ການ​ພົວ​ພັນ​ສອງ​ຝ່າຍ​ແລະ​​ຫຼາຍ​ຝ່າຍ​ເຊັ່ນ​ຈີນ-ອາ​ຊຽນ​ເປັນ​ຕົ້ນ, ເປັນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຂອງ​​ແຕ່​ລະ​ປະ​ເທດ, ​ໄດ້​ເພີ່ມ​ພະ​ລັງ​​ແຮງ​ໃຫ້​ແກ່​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ແລະ​ຄວາມ​ໝັ້ນ​ຄົງ​ຂອງ​ພາກ​ພື້ນ. ຫວັງ​ວ່າ ສອງ​ຝ່າຍ​ຈະ​ຖື​ເອົາປີ​ທ່ອງ​ທ່ຽວ​ວັດ​ທະ​ນະ​ທຳ​ເປັນ​ກາ​ລະ​ໂອ​ກາດ, ເປີດກວ້າງ​ການ​ແລກ​ປ່ຽນ​ວັດ​ທະ​ນະ​ນ​ທຳ, ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ການ​ທ່ອງ​ທ່ຽວ, ຊຸກ​ຍູ້​ການ​ໄປ​ມາ​ຫາ​ສູ່​​ກັນຂອງ​ປະ​ຊາ​ຊົນ, ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ຊາດ, ສືບ​ຕໍ່​ສ້າງ​ຄວາມ​​ສາ​ມັກ​ຄີຮັກ​ແພງ​ແລະ​ສົ່ງ​ເສີມ​ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ​ຢ່າງບໍ່​ຢຸດຢັ້ງ, ແລະ​ສ້າງ​​ພື້ນ​ຖານ​ດ້ານ​ຈິດ​ໃຈ​ແລະສັງ​ຄົມ​ທີ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ປະ​ຊາ​ຊົນ​ຕື່ມ​ອີກ​ໃຫ້​ແກ່​ການ​ຂະ​ຫຍາຍ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ​ຈີນ-ມາ​ເລ​ເຊຍ.

ທ່ານ​ມາ​ຮາ​ເ​ທຍ​ກ່າວ​ວ່າ, ສາຍ​ພົວ​ພັນ​ມາ​ເລ​ເຊຍ-ຈີນ​ມີ​ມູນ​ເຊື້ອ​ມາ​ແຕ່​ດົນ​ນານ. ເຊື່ອ​ວ່າ ປີ​ທ່ອງ​ທ່ຽວ​ວັດ​ທະ​ນະ​ທຳ​ຍ່ອມ​ຈະ​ຊຸກ​ຍູ້​ໃຫ້​ສາຍ​ພົວ​ພັນ​ແລະ​ມິດ​ຕະ​ພາບ​ຂອງ​ສອງ​ປະ​ເທດ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຄັ້ງ​ໃໝ່. ອວຍ​ພອນ​ໃຫ້​ປະ​ຊາ​ຊົນ​ສອງ​ຊາດ​ຈົ່ງ​ມີ​ຄວາມ​ຜາ​ສຸກ​ໃນ​ປີ​ຊວດຕາມຈັນ​ຕະ​ຄະ​ຕິ​ຈີນ, ການ​ພົວ​ພັນ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດຈະ​ສືບ​ຕໍ່​ພັດ​ທະ​ນະ​ກ້າວ​ໄປ​ໜ້າ​ຕື່ມ​ອີກ.

ຄຳ​ເຫັນ

0