覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ວຽກ​ງານ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງ​ຈີນ​ໃນປີ2020​ຈະສຸມ​ໃສ່​ແກ້​ໄຂ​ບັນ​ຫາ​ຕ່າງໆ​ຂອງ​ເຂດ​ທຸກ​ຍາກ​ທີ່​ສຸດ

2020-01-20 17:50:11 cri

ປີ 2020 ເປັນ​ປີ​ສຸດ​ທ້າຍ​ຂອງ​ບັ້ນແກ້​ໄຂ​ຂໍ້​ຫຍຸ້ງຍາກທີ່​ສຸດ​ເພື່ອບັນລຸ​ເປົ້າໝາຍ​ການ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ຂອງ​ຈີນ, ຈີນ​ມີ​ແຜນ​ຈະ​ນຳ​ໃຊ້ຫຼາຍ​ມາດ​ຕະ​ການ​ເພື່ອ​ແກ້​ໄຂ​ບັນ​ຫາ​ທີ່​ເຂດທຸກ​ຍາກ​ທີ່​ສຸດ​ກຳ​ລັງ​ຜະ​ເຊີນ​ຢູ່ ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ປະ​ຊາ​ກອນ​ທີ່ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ແລ້ວ​ນັ້ນ​ກັບ​ຄືນ​ສູ່​ສະ​ພາບ​ທຸກ​ຍາກ​ຄືນ​ໃໝ່.
 

ທ່ານຫຼິວ​ຢົງ​ຟູ ຜູ້​ຊີ້​ນຳ​ວຽກ​ງານຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງ​ຈີນ, ຫົວ​ໜ້າ​ຫ້ອງ​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ລັດ​ຖະ​ບານ​ຈີນ​ຢືນ​ຢັນ​ວ່າ: ປີ 2020,ຕ້ອງ​ຮັບ​ປະ​ກັນ​ໃຫ້​ບັນ​ລຸ​ເປົ້າ​ໝາຍ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ, ​ໂດຍ​ການເພີ່ມ​ທະ​ວີ​ການ​ປະ​ຕິ​ບັດ​ວຽກ​ງານ​ຕ່າງໆ​ເປັນ​ຕົ້ນ ​ແມ່ນ​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ດ້ວຍ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ, ການ​ປະ​ກອ​ບ​ອາ​ຊີບ,ການ​ສະ​ໜັບ​ສະ​ໜູນຫຼັງ​ການ​ຍົກ​ຍ້າຍ​ຈັດ​ສັນ​ປະ​ຊາ​ກອນ​​ຕາມ​ໂຄງ​ການຫຼຸດ​ຜ່ອນ​ຄວາມ​ທຸກ, ການ​ຊ່ວຍ​ເຫຼືອ​ດ້ານ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ແລະ​ອື່ນໆ. ຕ້ອງ​ເຮັດຫຼອນ​ໜ້າ​ທີ່ລຶບ​ລ້າງ​ຄວາມ​ທຸກ​ຍາກ​ສຳ​ລັບ​ປະ​ຊາ​ກອນ​ຜູ້​ທຸກ​ຍາກ​ແລະ​ເມືອງ​ທຸກ​ຍາກ​ທີ່​ຍັງ​ບໍ່​ທັນ​ສາ​ມາດຫຼຸດ​​ພົ້ນ​ຈາກຄວາມ​ທຸກ​ຍາກ​ໄດ້, ຮັບ​ປະ​ກັນ​ໃຫ້​ຊີ​ວິດ​ຂັ້ນ​ພື້ນ​ຖານ​ຂອງ​ປະ​ຊາ​ກອນ​ຜູ້​ທຸກ​ຍາກ​​ເປັນ​ກໍ​ລະ​ນີພິ​ເສດ.
 

​ຜູ້ຊ່ຽວ​ຊານ​ຈຳ​ນວນ​ໜຶ່ງ​ເຫັນ​ວ່າ: ປະ​ຊາ​ກອນ​ຜູ້​ທຸກ​ຍາກ​ທີ່​ຍັງ​ບໍ່​ທັນຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ນັ້ນ​ຍັງ​ເຫຼືອ​ບໍ່ຫຼາຍ​ແລ້ວ, ຕົ້ນ​ຕໍ​ແມ່ນ​ເຕົ້າ​ໂຮມ​ຢູ່​ເຂດ​ທຸກ​ຍາກ​ທີ່​ສຸດ, ການ​ພັດ​ທະ​ນາ​ຂອງ​ເຂດ​ແຄວ້ນ​ເຫຼົ່າ​ນີ້​ມີ​ຂໍ້​ຈຳ​ກັດຫຼາຍ​ຢ່າງເຊິ່ງ​ລວມ​ທັງ​ພື້ນ​ຖານ​ໂຄງ​ລ່າງ,ການ​ບໍ​ລິ​ການ​ສາ​ທາ​ລະ​ນະ​ແລະ​ອື່ນ​ໆ, ສະ​ນັ້ນ​ຕ້ອງ​ ​ບຸກ​ທະ​ລຸ​ໃນ​ຂອດ​ສຳ​ຄັນ​ຈຳ​ນວນ​ໜຶ່ງ. ນອກ​ຈາກ​ນີ້​ແລ້ວ, ສຳ​ລັບ​ປະ​ຊາ​ກອນ​ຜູ້ທຸກ​ຍາກ​ທີ່​ກັບ​ຄືນ​ສູ່ສະ​ພາບ​ທຸກ​ຍາກ​ຄືນ​ໃໝ່​ແລະ​ປະ​ຊາ​ກອນ​ຜູ້​ທຸກ​ຍາກ​ທີ່​ເພີ່ມ​ຂຶ້ນ​​ມາໃໝ່​ນັ້ນ ຕ້ອງ​ປະ​ສົມ​ປະ​ສານມາດ​ຕະ​ການ​ຮັບ​ປະ​ກັນ​ແລະ​ນະ​ໂຍ​ບາຍ​ທີ່​ມີ​ຢູ່​ໃນ​ປັດ​ຈຸ​ບັນ, ປະ​ດິດ​ສ້າງ​ມາດ​ຕະ​ການ​ທີ່​ແທດ​ເໝາະ​ກັບ​ສະ​ພາບ​ຄວາມ​ເປັນ​ຈິງ​ແລະ​ສາ​ມາດ​ປະ​ຕິ​ບັດ​ໄດ້ ເພື່ອ​ໃຫ້​ການ​ຊ່ວຍ​ເຫຼືອ​ຢ່າງ​ທັນ​ການ,ຮັບ​ປະ​ກັນ​ບໍ່​ໃຫ້​ມີ​ປະ​ຊາ​ກອນ​​ຜູ້ທຸກ​ຍາກ​ເດັດ​ຖານ​ເກີດ​ຂຶ້ນ​ອີກ.

ປະ​ຊາ​ກອນ​ທຸກ​ຍາກ​ຢູ່​ຊົນ​ນະ​ບົດ​ຈີນ​ໄດ້ຫຼຸດ​ລົງ​ຈາກ 98,99 ລ້ານ​ຄົນ​ເມື່ອ​ທ້າຍ​ປີ 2012 ​ຍັງ​ເຫຼືອ​ປະ​ມານ 6 ລ້ານ​ຄົນ​ໃນ​ທ້າຍ​ປີ 2019. ເປົ້າ​ໝາຍ​ຂອງ​ຈີນ​ຄື​ຮອດ​ປີ 2020 ເຮັດ​ໃຫ້​ປະ​ຊາ​ກອນ​ໃນ​ຊົນ​ນະ​ບົດ​ສາ​ມາດຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​​ໄດ້​ທັງ​ໝົດ.

ຄຳ​ເຫັນ

0