吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ພັດທະນາ​ດາວ​ທຽ​ມທາງ​ທຸລະ​ກິ​ດຢ່າງ​ແຂງ​ແຮງ

2020-01-20 17:52:55 cri

​ເມື່ອ​ບໍ່​ດົນ​ມາ​ນີ້, ກຸ່ມບໍລິສັດ​ວິທະຍາສາດ​​ເຕັກນິກການບິນ​ອະວະກາດ​ຈີນ​ຈຳກັດໄດ້​​ເປີດ​ເຜີຍ “ປຶ້ມ​ປົກ​ສີຟ້າ​ກ່ຽວ​ກັບການ​ເຄື່ອນ​ໄຫວ​ວິທະຍາສາດ-​​ເຕັກ​ນິກການບິນ​ອະວະ​ກາດຈີນ​ປີ 2019” ​ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ປັດຈຸບັນ​ນີ້, ຈີນ​ມີທ່ວງທ່າ​ການ​ພັດທະນາ​ດາວ​ທຽ​ມທາງ​ທຸລະ​ກິດຢ່າງ​ແຂງ​ແຮງ. ​ໃນ​ປີ 2019, ຈີນ​ໄດ້​ຄົ້ນຄວ້າ​ຜະລິດ ​ແລະ​ສົ່ງ​ດາວ​ທຽມ​ທາງ​ທຸລະ​ກິດ​ຫຼາຍ​ກວ່າ 40 ດວງ​ທີ່​ກ່ຽວຂ້ອງ​ໃນ​ຫຼາຍ​ຂົງ​ເຂດ ​ເຊັ່ນ: ການ​ສື່ສານ, ການ​ສຳ​ຫຼວດ​ໄລຍະ​ໄກ, ການ​ທົດ​ລອງ​ດ້ານ​ເຕັກນິກ ​ແລະ​ອື່ນໆ.

ທ່ານ​ຢວີ​ໝຽວ ຫົວໜ້າ​ສະ​ຖາ​ບັນ​ຄົ້ນຄວ້າ​ຂໍ້​ມູນຂ່າວສານ​ວິທະຍາສາດ​ເຕັກນິກ​ອະວະ​ກາດນະຄອນຫຼວງປັກ​ກິ່ງ​ກ່າວ​ວ່າ: ​ໄປ​ຄ່ຽງຄູ່​ກັບ​ພື້ນຖານ​ໂຄງ​ລ່າງ​ດ້ານອະວະກາດ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ສົມບູນ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ການ​ບໍລິການທຸລະ​ກິດ​ດາວ​ທຽມ​ໄດ້​ກາຍ​ເປັນ​ຈຸດ​ພົ້ນ​ເດັ່ນ​ໃນ​ການ​ສ້າງ​ມູນ​ຄ່າ​ດ້ານ​ທຸລະ​ກິດ​ການບິນ​ອະວະກາດ​ເທື່ອ​ລະ​ກ້າວ. ວິ​ສາ​ຫະກິດ​ການບິນ​ອະວະກາດ​ທາງ​ທຸລະ​ກິດ​​ໄດ້​ຜ່ານ​ຈາກ​ການ​ດຳ​ເນີນ​ງານ​ຂອງ​ດາວ​ທຽມ​, ​ຊຸກຍູ້​ການ​ບິນອະວະ​ກາດ​​ໃຫ້​ເຊື່ອມ​ໂຍມ​ກັບ​ຂະ​ແໜງ​ການ​ອື່ນໆ, ສ້າງມູນ​ຄ່າ ​ແລະ​ຜົນ​ກຳ​ໄລ​ໃຫ້​ຫຼາຍ​ກວ່າ​ເກົ່າ.

ຄຳ​ເຫັນ

0