何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ຊາ​ຄົມ​ໂລກ​ເຫັນ​ວ່າ ສັນ​ຍາ​ເສດ​ຖະ​ກິດ​ການ​ຄ້າ​ໄລ​ຍະ​ທີ 1 ລະ​ຫວ່າງ​ຈີນ-ອາ​ເມ​ຣິ​ກາ​ໄດ້ສົ່ງ​ສັນ​ຍາ​ນ​ທີ່​ຕັ້ງ​ໜ້າ

2020-01-20 17:19:13 CRI

ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ຈີນ ແລະ ອາ​ເມ​ຣິ​ກາ​ໄດ້​ເຊັນ​ສັນ​ຍາ​ເສດ​ຖະ​ກິດ​ການ​ຄ້າ​ໄລ​ຍະ​ທີ 1 ຢ່າງ​ເປັນ​ທາງ​ການ, ການ​ເຈ​ລະ​ຈາ​ຂອງ​ສອງ​ປະ​ເທດ​ໄດ້​ຮັບ​ໝາກ​ຜົນ​ໃນ​ໄລ​ຍະ​ໜຶ່ງ ເຊິ່ງ​ໄດ້​ຮັບ​ການ​ຕີ​ລາ​ຄາ​ຢ່າງ​ສູງຈາກ​ປະ​ຊາ​ຄົມ​ໂລກ. ບຸກ​ຄົນ​ວົງ​ການ​ຕ່າງໆ​ໃນ​ປະ​ຊາ​ຄົມ​ໂລກ​ເຫັນ​ວ່າ, ​ເຫດ​ການນີ້​ໄດ້​ສົ່ງ​ສັນ​ຍານທີ່​ຕັ້ງ​ໜ້າ ​ເປັນ​ການເພີ່ມ​ຄວາມ​ໝັ້ນ​ທ່ຽງ​ໃຫ້​ແກ່​ຕະຫຼາດ​ສາ​ກົນ, ມີ​ຜົນ​ດີ​ຕໍ່​ການ​ກະ​ຕຸກ​ຊຸກ​ຍູ້​ເສດ​ຖະ​ກິດ​ໂລກ.

 

ທ່ານ​ເອ​ເລັດ ຮາ​ຣິ​ສ, ຫົວ​ໜ້າ​ນັກ​ເສດ​ຖະ​ສາດ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ວ່າ, ການ​ເຊັນ​ສັນ​ຍາ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ - ອາ​ເມ​ຣິ​ກາ​ຈະ​ມີ​ຜົນ​ດີ​ຕໍ່​ການຫຼຸດ​ຜ່ອນ​ຄວາມ​ບໍ່​ແນ່ນອນ​ໃນ​ດ້ານ​ການ​ລົງ​ທຶນ, ແລະ​ເປັນ​ການ​ເລັ່ງ​ລັດຊຸກ​ຍູ້​ການ​ເຄື່ອນ​ໄຫວ​​ດ້ານການ​ຄ້າ​ທີ່​ເຮັດ​ໃຫ້​ເສດ​ຖະ​ກິດ​ຟື້ນ​ຄືນ. ທ່ານ​ກ່າວ​ວ່າ, ຫວັງ​ວ່າ​​ທ່ວງທ່າໃນ​ລັກ​ສະ​ນະ​ນີ້​ຈະ​ມີ​ຄວ​າມ​ເຂັ້ມ​ແຂງ​ຢ່າງ​ພຽງ​ພໍ, ເພື່ອຫຼຸດ​ຜ່ອນ​​ຜົນ​ກະ​ທົບ​ທີ່​ເຮັດ​ໃຫ້ເສດ​ຖະ​ກິດ​ໂລກ​​ຊຸມ​ໂຊມ​ລົງໃນຫຼ​າຍ​ປີ​ຜ່ານ​ມາ.

 

ທ່ານ​ສາ​ສະ​ດາ​ຈານຫຼີ​ຢວນ​ຂອງ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ອາ​ຊີ​ຕາ​ເວັນ​ອອກ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ດູ​ອິ​ສ​ເບີກ-ເອ​ເຊັນ​ເຢຍ​ລະ​ມັນ​ກ່າວ​ວ່າ, ການ​ເຊັນ​ສັນ​ຍາ​ດັ່ງ​ກ່າວ​ຈະ​ມີ​ຜົນ​ດີ​ຕໍ່​ການ​ຮັກ​ສາ​ຄວາມ​ໝັ້ນ​ທ່ຽງ​ຂອງ​ການ​ຄາດຄະ​ເນ​ທາງ​ການ​ຕະຫຼາດ, ສ້າງ​ພະ​ລັງ​ທາງບວກ​ໃຫ້​ແກ່​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ, ທັງ​ມີ​ຜົນ​ດີ​ຕໍ່​ຈີນ ແລະ ອາ​ເມ​ຣິ​ກາ​ໃນ​ການ​ຈັດ​ວາງ​ແຜນ​ການ​ຜະ​ລິດ​​ຕາມ​ຕະຫຼາດ​​ໂລກ​ຢ່າງ​ສົມ​ເຫດ​ສົມ​ຜົນ​ກວ່າ​ເກົ່າ, ຊຸກ​ຍູ້​ໃຫ້​ຕ່ອງ​ໂສ້​ມູນ​ຄ່າ​ຂອງ​ໂລກ​ກັບ​ຄືນ​ສູ່​ສະ​ພາບ​ທີ່​ສົມ​ດຸນ​ກັນ​ທີ່​ສຸດ.

 

ທ່ານ​ອູ​ຢວນ​ຈື່, ສະ​ມາ​ຊິກ​ສະ​ພາ​ລັດເທັກ​ຊັ​ສ​ອາ​ເມ​ຣິ​ກາ​ກ່າວ​ວ່າ, ການ​ຮ່ວມ​ມື​ຈີນ-ອາ​ເມ​ຣິ​ກາ​ເປັນ​ໜຶ່ງ​ໃນ​ສາຍ​ພົວ​ພັນ​ການ​ຮ່ວມ​ມື​ທີ່​ສຳ​ຄັນ​ທີ່​ສຸດ​ຂອງ​ໂລກ, ການ​ເຊັນ​ສັນ​ຍາ​ເສດ​ຖະ​ກິດ​ການ​ຄ້າ​ໄລ​ຍະ​ທີ 1 ເປັນ​ບາດ​ກ້າວ​ທີ່​ຕັ້ງ​ໜ້າ, ໄດ້ຫຼຸດ​ຜ່ອນ​ບັນ​ຍາ​ກາດ​ທີ່​ເຄັ່ງ​ຕຶງ​ຍ້ອນຄວາມ​ຂັດ​ແຍ້ງ​ກັນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ໃນ​ເມື່ອ​ກ່ອນ. ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ-ອາ​ເມ​ຣິ​ກາ​ມີ​ຜົນ​ດີ​ຕໍ່​ເສດ​ຖະ​ກິດ​ຈີນ ​ແລະ ເສດ​ຖະ​ກິດ​ອາ​ເມ​ຣິ​ກາ​ເຊັ່ນ​ດຽວ​ກັນ.

 

ຄຳ​ເຫັນ

0