吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອົງການ​ປົກຄອງ​ຮົງ​ກົງ​ກ່າວ​ປະນາມ​ພວກ​ກໍ່​ຈະລາຈົນ​ໂຈມ​ຕີ​ຕຳຫຼວດ

2020-01-20 17:53:12 cri

​ໃນ​ຕອນ​ບ່າຍ​ວັນ​ທີ 19 ມັງກອນ​ນີ້, ປະຊາຊົນ​ໄດ້​ໂຮມ​ຊຸມນຸມ​ຢູ່​ເມືອງ​ຈົ່ງ​ຮວນ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ, ມີ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ໄດ້​ຖືກ​ພວກ​ກໍ່​ຈະລາຈົນ​ທຳຮ້າຍ ​ເຮັດ​​ໃຫ້​ຫົວ​ໄດ້​ຮັບ​ບາດ​ເຈັບ​ຢ່າງ​ໜັກໜ່ວງ. ​ໂຄສົກ​ອົງການ​ປົກຄອງ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ໄດ້​ກ່າວ​ປະນາມ​ຕໍ່​ການ​ກະທຳ​ໃຊ້​ກຳລັງ​ຮຸນ​ແຮງ​ເຫຼົ່າ​ນີ້​ຢ່າງ​ຮຸນ​ແຮງ​ໃນ​ຕອນ​ຄ່ຳ​ມື້​ດຽວ​ກັນ.

​ໂຄສົກ​ທ່ານ​ນີ້​ກ່າວ​ວ່າ: ​ເມື່ອ​ຕຳຫຼວດ​ເຂົ້າ​ໄປ​ປຶກສາ​ນຳ​ຜູ້​ຈັດ​ງານ​ໂຮມ​ຊຸມນຸມ, ​ແຕ່​ໄດ້​ຖືກ​ພວກ​ກໍ່​ຈະລາຈົນ​ຫຼາຍ​ຄົນ​ທຳຮ້າຍ​ຮ່າງກາຍ ​ເຊິ່ງຕຳຫຼວດ​ບໍ່​ມີ​ອຸປະກອນ​ປ້ອງ​ກັນ​ໂຕ​ໃດໆ ຈິ່ງ​ໄດ້​ຮັບ​ບາດ​ເຈັບ​, ຈຳ​ເປັນ​ຕ້ອງ​ອອກ​ຈາກ​ສະຖານ​ທີ່​ເກີດ​ເຫດ ​ແຕ່​ຍັງ​ຖືກ​ພວກ​ກໍ່​ຈະ​ລາ​ຈົນ​ໄລ່​ເອົາ​ໄມ້ຄ້ອນ ​ແລະ​ອາວຸດ​ອື່ນໆ​ທຳຮ້າຍ.

​ໂຄສົກ​ທ່ານ​ນີ້​ກ່າວ​ເນັ້ນ​ວ່າ: ພວກ​ກໍ່​ຈະລາຈົນ​ໄດ້​ນຳ​ໃຊ້​ການ​ໂຮມ​ຊຸມນຸມ ​ແລະ​ການ​ເດີນ​ຂະ​ບວນຂອງ​ປະຊາຊົນ​ເປັນ​ທີ່​ກຳລັງ ​ເພື່ອ​ທຳລາຍ​ສິ່ງ​ຂອງ ​ແລະ​ໂຈມ​ຕີ​ເຈົ້າ​ໜ້າ​ທີ່​ຕຳຫຼວດ. ທ່ານ​ຮຽກຮ້ອງ​ໃຫ້​ປະຊາຊົນ​ທີ່​ເຂົ້າ​ຮ່ວມ​ການ​ຊຸມນຸມ ​ແລະ​ການ​ເດີນ​ຂະ​ບວນທັງ​ໝົດ​ຈົ່ງ​ຢ່າ​ເຂົ້າ​ຂ້າງ​ພວກ​ກໍ່​ຈະລາຈົນ ​ແລະ​ມີ​ຄວາມ​ລະມັດລະວັງ​ຕໍ່​ຄວາມ​ປອດ​ໄພ​ຂອງ​ຕົນ​ເອງ. ຫຼັງ​ຈາກ​ໂຮມ​ຊຸມນຸມ​ສິ້ນ​ສຸດ​ລົງ​ແລ້ວ ຄວນ​ອອກ​ຈາກ​ສະຖານ​ທີ່​ໂຮມຊຸມນຸມ​ທັນທີ​ຕາມ​ການ​ຊີ້​ນຳ​ຂອງ​ຕຳຫຼວດ ຫຼີກ​ເວັ້ນການ​ກາຍ​ເປັນ​ຜູ້​ຊ່ວຍ​ພວກ​ກໍ່​ຈະລາຈົນ.

ຄຳ​ເຫັນ

0