吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກະຊວງ​ການ​ຕ່າງປະ​ເທດ​ຈີນ​ຈັດ​ງານ​ລ້ຽງຕ້ອນຮັບ​ບຸນ​ກຸດ​ຈີນ 2020

2020-01-21 17:24:13 cri

ວັນ​ທີ 20 ມັງກອນ​ນີ້, ທ່ານ​ຫວາງ​ຢີ້ ທີ່​ປຶກສາ​ແຫ່​ງລັດ ທັງ​ເປັນ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້ຈັດ​ງານ​ລ້ຽງ​ຕ້ອນຮັບບຸນ​ກຸດ​ຈີນ 2020 ຢູ່​ຫໍ​ຮັບ​ແຂກ​​ເມືອງຕຽວ​ຢວີ​ໄທທີ່ນະຄອນຫຼວງ​ປັກ​ກິ່ງ. ​ເອກ​ອັກຄະ​ລັດຖະທູດ​ຂອງ​ແຕ່ລະ​ປະ​ເທດ​ປະຈຳ​ຈີນ ​ກໍ​ຄື​ຜູ້ຕາງໜ້າ​ອົງການ​ຈັດ​ຕັ້ງ​ສາກົນ​ປະຈຳ​ຈີນ ພ້ອມ​ດ້ວຍ​ຄູ່​ສົມລົດ ​ແລະ​ເຈົ້າ​ໜ້າ​ທີ່​ອົງການ​ທີ່​ກ່ຽວຂ້ອງ​ຂອງ​ຈີນ​ປະມານ 400 ທ່ານ​ໄດ້​ເຂົ້າ​ຮ່ວມ​ງານ​ດັ່ງກ່າວ.

ທ່ານ​ຫວາງ​ຢີ້ກ່າວ​ວ່າ: ປີ 2019 ​ແມ່ນ​ປີທີ່​ປະຊາຊົນ​ທົ່ວ​ປະ​ເທດ​ຈີນ​ໄດ້​ສະ​ເຫຼີ​ມສະຫຼອງ​ຫຼາຍ​ເຫດການ​ສຳຄັນ ​ແລະ​ເປັນ​ປີສືບທອດພາລະກິດອັນ​ເກົ່າພັດທະນາອັນ​ໃໝ່. ໃນປີ 2019, ວຽກ​ງານການ​ຕ່າງປະ​ເທດ​ຈີນ​​ໄດ້​ກ້າວ​ໄປ​ໜ້າ​ຢ່າງ​ເດັດດ່ຽວ​ໂດຍ​ບໍ່​ຢ້ານ​ກົວ​ຕໍ່​ຟ້າ​ຝົນ​ລົມ​ແດງ. ກະຊວງ​ການ​ຕ່າງປະ​ເທດ​ຈີນ​​ໄດ້ລົງ​ເລິກ​ການ​ຮ່ວມ​ມືບົນ​ຈິດ​ໃຈ​ມິດຕະພາບ​ກັບ​ບັນດາ​ປະ​ເທດ, ຊຸກຍູ້​ການ​ຮ່ວມ​ກັນສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ດ້ວຍ​ຄຸນ​ນະພາ​ບສູງ, ຍົກ​ສູງ​ຄັນທຸງ​ລັດທິ​ຫຼາຍ​ຝ່າຍ, ຮັກສາ ​ແລະ​ປັບປຸງ​ລະບຽບ​ການ​ສາກົນ​ທີ່ປະຕິບັດ​ຢູ່ໃນ​ປັດຈຸບັນ​ນີ້​ໃຫ້​ສົມບູນ​ຂຶ້ນ, ​​ໄກ່​ເກ່ຍ​ບັນຫາ​ຈຸດ​ເຄັ່ງຮ້ອນ​ຕ່າງ​ໆ ​ແລະ​ປະກອບສ່ວນ​ທີ່​ສຳຄັນ​ເຂົ້າ​ໃນ​ການ​ສ້າງສັນຕິພາບ ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ໂລກ. ​ໃນ​ປີ 2020, ວຽກ​ງານການ​ຕ່າງ​ປະ​ເທດຂອງ​ຈີນ​ຈະ​ສືບ​ຕໍ່ກ້າວ​ເດີນ​ໄປ​ຕາມ​ເສັ້ນທາງ​ການ​ພັດທະນາ​ໂດຍ​ສັນຕິ ​ແລະ​ຍົກ​ສູງ​ຄັນທຸງ​ການ​ສ້າງ​ປະຊາ​ຄົມ​ຮ່ວມ​ຊາຕາກຳ​ຂອງ​ມວນ​ມະນຸດ​ຢ່າງ​ເດັດດ່ຽວ, ສືບ​ຕໍ່​ເປັນ​ຜູ້​ສ້າງສັນຕິພາບ​ຂອງ​ໂລກ​, ຜູ້ປະກອບສ່ວນ​​ໃນ​ການພັດທະນາຂອງ​ໂລກ ​ແລະ​ຜູ້​ຮັກສາ​ລະບຽບ​ການຂອງ​ສາກົນ.

ທ່ານ​ນາງ​ແຂກ ຊີ​ໂດ​ດາ ຜູ້ຕາງໜ້າ​ບັນດາ​ເອກ​ອັກຄະ​ລັດຖະທູດຕ່າງປະ​ເທດ​ປະຈຳ​ຈີນ, ​ເອກ​ອັກ​ຄະ​ລັດຖະທູດ​ກຳປູ​ເຈຍ​ປະຈຳ​ຈີນ​ໄດ້​ຕາງໜ້າ​ບັນດາ​ທ່ານ​ທູດ​ສົ່ງ​ຄຳອວຍພອນ​ໃຫ້​ປະຊາຊົນ​ຈີນຈົ່ງ​ມີ​ແຕ່​ຄວາມສຸກ ​ແລະ​​ໂຊກ​ດີ​ໃນ​ບຸນ​ກຸດ​ຈີນ ​ແລະ​ຊົມ​ເຊີຍ​ໝາກຜົນ​ອັນ​ຍິ່ງ​ໃຫຍ່​ຂອງ​ຈີນ​ໃນ​ຂົງ​ເຂດ​ຕ່າງໆ ​ເຊັ່ນ: ​ເສດຖະກິດ, ວິທະຍາສາດ​ເຕັກນິກ, ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ ​ແລະ​ອື່ນໆ ​ທີ່​ຈີນ​ສາມາດ​ເຮັດ​ສຳ​ເລັດ​ແຕ່​ສປ ຈີນ​ສະຖາປະນາ​ຂຶ້ນ​ມາ​ເປັນ​ເວລາ 70 ປີຜ່ານມານີ້. ທ່ານ​ນາງ​ກ່າວ​ວ່າ: ວຽກ​ງານການ​ຕ່າງປະ​ເທດ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ໄດ້​ບັນລຸ​ໝາກຜົນ​ອັນ​​ໃຫຍ່​ຫຼວງ ​ເຊິ່ງມີຖານະ​ບົດບາດ​ນັບ​ມື້​ນັບ​ສູງ​ຂຶ້ນ​ໃນ​ເວທີ​ສາກົນ ​ແລະ​ມີ​ປະ​ເທດ​ເພື່ອນ​ມິດ​ຫຼາຍ​ກວ່າ​ເກົ່າ. ​ເຊື່ອ​ໝັ້ນ​ວ່າ​ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຈີນ, ຈີນ​ຈະ​ບັນລຸ​ຜົນສຳ​ເລັດ​ຫຼາຍ​ກວ່າ​ເກົ່າ ​ແລະ​ຈະປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຮ່ວມ​ກັນ​ຂອງ​ໂລກ​ຫຼາຍ​ກວ່າ​ເກົ່າ.

 

ຄຳ​ເຫັນ

0