覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອົງ​ການ IMF ປັບ​ການ​ຄາດ​ຄະ​ເນກ​ານ​ຂະ​ຫຍາຍ​ຕົວ​ຂອງ​ເສດ​ຖະ​ກິດ​ຈີນ​ໃນ​ປີ 2020

2020-01-21 17:57:19 cri

ອົງ​ການກອງ​ທຶນ​ເງິນ​ຕາ​ສາ​ກົນຫຼື IMFໄດ້​ເປີດ​ເຜີຍ​ບົດ​ລາຍ​ງານ​ທ່າ​ອ່ຽງ​ເສດ​ຖະ​ກິດ​ໂລກ ສະ​ບັບຫຼ້າ​ສຸດ​ຢູ່​ດາ​ວົ​ສ ປະ​ເທດ​ສວິ​ສ ໃນ​ວັນ​ທີ 20 ມັງ​ກອນ​ນີ້, ໂດຍ​ໄດ້​ປັບ​ການ​ຄາດ​ຄະ​ເນ​ການ​ຂະ​ຫຍາຍ​ຕົວ​ຂອງ​ເສດ​ຖະ​ກິດ​ຈີນ​ຈາກ 5,8%​ທີ່​ເຄີຍ​ໄດ້​ຄາດ​ຄະ​ເນໃນ​ເດືອນ​ຕຸ​ລາ​ປີ 2019 ຜ່ານ​ມາ ​ຂຶ້ນ​ເປັນ 6%.
 

 ບົດ​ລາຍ​ງານ​ດັ່ງ​ກ່າວ​ຄາດ​ຄະ​ເນ​ວ່າ ປີ 2020, ເສດ​ຖະ​ກິດ​ຈີ​ນ​ຈະ​ຂະ​ຫຍາຍ​ຕົວ 6,0%, ປີ 2021ຈະ​ຂະ​ຫຍາຍ​ຕົວ 5,8%. ທ່ານ ກິ​ຕາ ໂກ​ປິ​ນັດ  ​ຫົວ​ໜ້ານັກ​ເສດ​ຖະ​ສາດ IMF ໄດ້​ຢືນ​ຢັນ​ວ່າ ຈັງ​ຫວະ​ການ​ຂະ​ຫຍາຍ​ຕົວ​ຂອງ​ເສດ​ຖະ​ກິດ​ຈີນ​ຊ້າ​ລົງ​ຕົ້ນ​ຕໍ​ແມ່ນ​ເກີດ​ມາ​ຈາກ​ການ​ດຳ​ເນີນ​ການ​ຫັນ​ປ່ຽນ​ໂຄງ​ປະ​ກອບ, ຄາດ​ວ່າ ເສດ​ຖະ​ກິດ​ຈີນ​ຈະ​ຂະ​ຫຍາຍ​ຕົວ​ຊ້າ​ລົງ​ໃນ​ລະ​ດັບ​ອັນ​ເໝາະ​ສົມ​ໃນ​ຫຼາຍ​ປີ​ຕໍ່​ໜ້າ,ສາ​ເຫດ​ຕົ້ນ​ຕໍ​ກໍ​ແມ່ນ​ຍ້ອນ​ວ່າ ຈີນ​ໄດ້​ປັບ​ປຸງ​ໂຄງ​ປະ​ກອບ​ເສດ​ຖະ​ກິດໂດຍ​ຫັນ​ຈາກ​ການ​ເນັ້ນ​ໃສ່​ການ​ສົ່ງ​ອອກ​ກ້າວ​ໄປ​ສູ່​ການ​ກະ​ຕຸ້ນ​ການ​ບໍ​ລິ​ໂພກ​ພາຍ​ໃນ​ເພື່ອ​ເປັນ​ພະ​ລັງ​ຂັບ​ເຄື່ອນ​ຂອງ​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ.
 

ເຖິງວ່າ ໄດ້​ປັບການ​ຄາດ​ຄະ​ເນ​ການ​ຂະ​ຫຍາຍ​ຕົວ​ຂອງ​ເສດ​ຖະ​ກິດ​ຈີນຂຶ້ນ​ຕື່ມ​ກໍ​ຕາມ, ແຕ່​ເວົ້າ​ໃນ​ຂອບ​ເຂດ​ທົ່ວ​ໂລກ​ແລ້ວ, IMFໄດ້​ປັບ​ຫຼຸດ​ການ​ຄາ​ດ​ຄະ​ເນ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ​ໂດຍ​ລວມ. ບົດ​ລາຍ​ງານ​ໄດ້​ຄາດ​ຄະ​ເນ​ວ່າ: ​ຈັງ​ຫວະ​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ໃນ​ປີ​ນີ້​ແລະ​ປີ​ໜ້າ ​ຂອງກຸ່ມ​ເສດ​ຖະ​ກິດ​ທີ່​ພັດ​ທະ​ນາ​ແລ້ວ​ຈະ​ຮັກ​ສາ​ຢູ່​ໃນ​ລະ​ດັບ 1,6% , ​ສ່ວນ​ຕະຫຼາດ​​ຂອງ​ປະ​ເທດ​ຈະ​ເລີນ​ໃໝ່ ​ແລະ​ກຸ່ມ​ເສດ​ຖະ​ກິດ​ທີ່​ກຳ​ລັງ​ພັດ​ທະ​ນາ​ຈະ​ຂະ​ຫຍາຍ​ຕົວ 4,4% ໃນ​ປີ​ນີ້, ​ແລະປີ​ໜ້າ 4,6%.

ຄຳ​ເຫັນ

0