覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປີ 2019 ຜ່ານ​ມາ, ຈີນໄດ້​​ປ້ອນ​ມື​ຖື 5G ​ເຂົ້າ​ໃນ​ຕະຫຼາດຫຼາຍກວ່າ 13.770.000 ແຫ່ງ

2020-01-21 17:53:08 cri

ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຂອງ​ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ລັດ​ຖະ​ບານ​ຈີນ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 20 ມັງ​ກອນ​ນີ້, ທ່ານ​ມຽວ​ເຫວີຍ ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ແລະ​ວິ​ທ​ະ​ຍາ​ສາດ​ເຕັກ​ ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ​ຈີນ​ໃຫ້​ຮູ້​ວ່າ: ປີ 2019 ຜ່ານ​ມາ, ເສດ​ຖະ​ກິດ​ອຸດ​ສາ​ຫະ​ກຳ​ຂອງ​ຈີນ​ໄດ້​​​ຂະ​ຫຍາຍ​ຕົວຢ່າງ​ໝັ້ນ​ທ່ຽງ​ໂດຍ​ລ​ວມ, ​ມູນ​ຄ່າ​ເພີ່ມ​ຂອງອຸດ​ສາ​ຫະ​ກຳ​ຂະ​ໜາດ​ໃຫຍ່​ໄດ້​ເຕີບ​ໂຕ 5,7% ເຊິ່ງ​ຢູ່​ໃນ​ລະ​ດັບ​ທີ່​ສົມ​ເຫດ​ສົມ​ຜົນ. ທ່ານ​ຍັງ​ກ່າວ​ຕື່ມ​ວ່າ: ປີ 2019 ຜ່ານ​ມາ, ຈີນ​ໄດ້​ເພີ່ມ​ທະ​ວີ​ການ​ກໍ່​ສ້າງ​ແລະ​ນຳ​ໃຊ້​ພື້ນ​ຖານ​ໂຄງ​ລ່າງ 5G ແລະ​ປີ​ນີ້​ຈະ​ຊຸກ​ຍູ້​ການ​ພັດ​ທະ​ນາ​ການ​ນຳ​ໃຊ້​ເຕັກ​ນິກ 5G ຕື່ມ​ອີກ, ​ເຜີຍ​ແຜ່ໃຫ້​ເກີດ​ມີ​ການ​ນຳ​ໃຊ້​  5G ​ຢ່າງຫຼວງຫຼາຍໃນ​ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ​ໂດຍ​ກົງ.
 

 ນັບ​ມາ​ຮອດ​ທ້າຍ​ປີ 2019, ປະ​ລິ​ມານ​ມື​ຖື  5G ທີ່​ປ້ອນ​ເຂົ້າ​ຕະຫຼາດ​ພາຍ​ໃນ​ປະ​ເທດ​ຈີນ​ບັນ​ລຸຫຼາຍກວ່າ 13.770.000 ເຄື່ອງ, ແຜ່ນ​ຊິບ​ມື​ຖື  5G ທີ່​ຈີນ​ຜະ​ລິດ​ເອງ​ໄດ້​ຖືກ​ນຳ​ໃຊ້​ໃນ​ດ້ານ​ທຸ​ລະ​ກິດ.
 

 ທ່ານ​ມຽວ​ເຫວີຍ​ຍັງ​ກ່າວ​ຕື່ມ​ວ່າ:  ຈີນ​ຈະ​ເຮັດ​ຄື​ທີ່​ຜ່ານ​ມາ​ໃນ​ການ​ຍິນ​ດີ​ຕ້ອນ​ຮັບ ​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ​ເຂົ້າ​ຮ່ວມ​ການ​ພັດ​ທະ​ນາ  5Gຂອງ​ຈີນ​ຢ່າງ​ຕັ້ງ​ໜ້າ, ເຄົາ​ລົບ​ແລະ​ປະ​ຕິ​ບັດ​ຕາມ​ກົດ​ໝາຍ​ແລະ​ກົດ​ລະ​ບຽບ​ທີ່​ກ່ຽວ​ຂ້ອງ, ຈີນ​ຈະ​ປະ​ຕິ​ບັດ​ຢ່າງ​ສະ​ເໝີ​ພາບ​ຕໍ່​ວິ​ສາ​ຫະ​ກິດ​ແລະ​ນັກ​ທຸ​ລະ​ກິດ​ທັງ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ.

ຄຳ​ເຫັນ

0