吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິ​ງ​ເດີນທາງ​ໄປອວຍພອນ​ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ​ເນື່ອງ​ໃນ​ໂອກາດ​ບຸນ​ກຸດ​ຈີນ

2020-01-21 17:25:30 cri

​​

图片默认标题_fororder_1125486307_15795210815871n

 

ເນື່ອງ​ໃນ​ໂອກາດບຸນ​ກຸດ​ຈີນ​ໃກ້​ຈະ​ມາ​ເຖິງ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ ​ເລຂາ​ທິການ​ໃຫຍ່ຄະນະ​ກຳມະການ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ປະ​ທານ​ປະ​ເທດ​ຈີນ, ປະທານ​ຄະນະ​ກຳມະການການ​ທະຫານ​ສູນ​ກາງ​ໄດ້​ເດີນທາງ​ໄປ​ສຳ​ຫຼວດກວດ​ວຽກຢູ່ແຂວງ​ຢຸນນານ​ໃນ​ວັນ​ທີ 19 ​ແລະ​ວັນ​ທີ 20 ມັງກອນ​ນີ້, ທ່ານ​ໄດ້​ເດີນທາງ​ໄປ​ເຖິງ​ກອງ​ປ້ອງ​ກັນຊາ​ຍ​ແດນ​​ເພື່ອຢ້ຽມຢາມ​ເລົ່າ​ທະຫານ​ຮົບ, ທ່ານ​ໄດ້​ຕາງໜ້າ​​ໃຫ້ສູນ​ກາງ​ພັກກອມ​ມູນິດ​ຈີນ ​ແລະ​ຄະນະ​ກຳມະການການ​ທະຫານ​ສູນກາງ​ອວຍພອນ​ປີ​ໃໝ່​ໃຫ້​ນາຍ ​ແລະ​ພົນທະຫານ​ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ, ກອງຕຳຫຼວດ​ປະກອບ​ອາວຸດ ​ແລະ​ບັນດາ​ທະຫານ​ລາດ​ກອງ​ໜູນ.

ທ່ານສີ​ຈິ້ນ​ຜິ​ງກ່າວ​ເນັ້ນວ່າ: ປີ​ນີ້​ແມ່ນ​ປີທີ່ຈະຍາດເອົາ​ໄຊຊະນະ​ໃນ​ການສ້າງສັງ​ຄົມ​ທີ່​ອິ່ມໜຳ​ສຳ​ລານ​ໃຫ້​ສຳ​ເລັດ​ຢ່າງ​ຮອບ​ດ້ານ ​ແລະ​ບັ້ນ​ແກ້​ໄຂ​ຂໍ້​ຫຍຸ້ງຍາກທີ່​ສຸດ​ເພື່ອບັນລຸ​ເປົ້າໝາຍ​ການ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ, ທັງ​ເປັນ​ປີ​ທີ່​ກອງທັບ​ຈີນ​ຈະບັນລຸ​ເປົ້າ​ໝາຍວ່າ​ດ້ວຍການ​ກໍ່ສ້າງ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ ​ແລະ​ກໍ່ກອງທັບປີ 2020, ບັນດາ​ທະຫານ​ຕ້ອງ​ແບກ​ຫາບ​ພາລະ​ໜ້າ​ທີ່​ອັນ​ໜກໜ່ວງ​ໃນ​ດ້ານ​ຕ່າງໆ. ຕ້ອງ​ຍຶດໝັ້ນ​​ແນວ​​ຄິດ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່​​ເປັນ​ທິດ​ຊີ້​ນຳ, ຈັດ​ຕັ້ງ​ປະຕິບັດຕາມ​ແນວ​ຄິດ​ການ​ສ້າງກອງທັບ​ທີ່ເຂັ້ມ​ແຂງ​ໃນ​ຍຸກ​ໃໝ່​ທີ່ພັກ​ກອມ​ມູນິດ​ຈີນວາງ​ອອກ ກໍ​ຄື​ແນວ​ທາງ​ຍຸດ​ທະ​ສາດ​ການ​ທະຫານ​ຍຸກ​ໃໝ່, ຍຶດໝັ້ນ​ກາ​ນສ້າງ​ກອງທັບ​ທາງ​ການ​ເມືອງ, ​ການ​ສ້າງ​ກອງທັບ​ໃຫ້ເຂັ້ມ​ແຂງ​ດ້ວຍ​ການ​ປະຕິ​ຮູບ, ວິທະຍາສາດ​ເຕັກນິກ ​ແລະ​ຊັບພະຍາກອນ​ມະນຸດ​ທີ່​ດີ​ເດັ່ນ, ການ​ຄຸ້ມ​ຄອງກອງທັບຕາມ​ກົດໝາຍ, ​ເພີ່ມ​ທະວີພາລະ​ໜ້າ​ທີ່​ ​ແລະຄວາມຮັບຜິດຊອບ, ​​​ສຸມ​ກຳລັງ​ແຮງແກ້​ໄຂ​ຄວາມ​ຫຍຸ້ງຍາກ, ກຳ​ແໜ້ນ​ການຈັດ​ຕັ້ງ​ປະຕິ​ບັດ, ​ເດັດດ່ຽວ​ສຳ​ເລັດ​ໜ້າ​ທີ່​ຕ່າງໆ​ທີ່​ພັກ ​ແລະ​ປະຊາຊົນມອບ​ໜາຍ​ໃຫ້.

 

图片默认标题_fororder_1125486307_15795210568871n

 

ຄຳ​ເຫັນ

0