莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປີ 2019, ຈີນ​ຍັງ​ເປັນ​ປະ​ເທດ​ທີ່​ທຶນ​ຕ່າງ​ປະ​ເທດ​ໄຫຼ​ເຂົ້າ​ຫຼາຍ​​ເປັນອັນ​ດັບ 2

2020-01-21 10:48:20 CRI

​ຕາມ​ບົດລາຍ​​ງານ​ຂອງ​ສະ​ພາ​ການ​ຄ້າ​ແລະ​​ການພັດ​ທະ​ນາ​ສະ​ຫະ​ປະ​ຊາ​ຊາດ​ປະ​ກາດ​ໃນ​ວັນ​ທີ 20 ມັງ​ກອນນີ້​ສະ​ແດງ​ໃຫ້​ເຫັນ​ວ່າ: ປີ 2019, ຈີນ​ໄດ້​ດຶງ​ດູດ​ທຶນ​ຕ່າງ​ປະ​ເທດ 140 ຕື້​ໂດ​ລາ​ສະ​ຫະ​ລັດ, ກາຍ​ເປັນ​ປະ​ເທດ​ທີ່​ດຶງ​ດູດ​ທຶນ​ຕ່າງ​ປະ​ເທດຫຼາຍ​ເປັນ​ອັນ​ດັບ​ສອງ​ຂອງ​ໂລກ.

“ບົດ​ລາຍ​ງານຕິດ​ຕາມ​ທ່າອ່ຽງ​ການ​ລົງ​ທຶນ​ຂອງ​ທົ່ວ​ໂລກ” ສະ​ບັບ​ຫຼ້າ​ສຸດ ທີ່​ສະ​ພາ​ການ​ຄ້າ​ແລະ​ການ​ພັດ​ທະ​ນາ​ສະ​ຫະ​ປະ​ຊາ​ຊາດ​ເຜີຍ​ແຜ່ນັ້ນ​ ສະ​ແດງ​ໃຫ້​ເຫັນ​ວ່າ, ປີ 2019, ເຖິງວ່າ​ເສດ​ຖະ​ກິດ​ມະ​ຫາ​ພາກ​ທົ່ວ​ໂລກ​ຍັງ​ອ່ອນ​​ແອ, ​ຄວາມ​ຂັດ​ແຍ້ງ​ດ້ານ​ການ​ຄ້າ​ແລະ​ປັດ​ໃຈ​ອື່ນໆ​ທີ່ເຮັດ​ໃຫ້​ນະ​ໂຍ​ບາຍ​ການ​ລົງ​ທຶນ​ມີ​ລັກ​ສະ​ນະ​ບໍ່​ແນ່ນອນນັ້ນກໍ່​ຕາມ, ແຕ່ຍອດ​ມູນ​ຄ່າ​ການ​ລົງ​ທຶນ​ໂດຍ​ກົງ​​ຂອງ​ຕ່າງ​ປະ​ເທດ(FDI)​ໃນ​ໝົດ​ປີ ຍັງ​ຄົງ​ຮັກ​ສາ​ຄວາມ​ໝັ້ນ​ທ່ຽງ, ເມື່ອ​ທຽບ​ກັບ​ປີ 2018 ແລ້ວ ພຽງ​ແຕ່ຫຼຸດ​ລົງ 1%, ເປັນ1390 ຕື້​ໂດ​ລາ​ສະ​ຫະ​ລັດ.

ໃນ​ນັ້ນ, ທຶນ​ຕ່າງ​ປະ​ເທດ​ທີ່​ໄຫຼ​ເຂົ້າ​ປະ​ເທດ​ທີ່​ພັດ​ທະ​ນາ​ແລ້ວ​ໃນ​ປີ 2019 ຍັງ​ຢູ່​ໃນ​ລະ​ດັບ​ຕ່ຳ​ສຸດ, ເຊິ່ງ​ໄດ້ຫຼຸດ​ລົງ 6%, ເປັນ 643 ຕື້​ໂດ​ລາ; ທືນ​ຕ່າງ​ປະ​ເທດ​ທີ່​ໄຫຼ​ເຂົ້າ​ກຸ່ມ​ເສດ​ຖະ​ກິດ​ທີ່​ກຳ​ລັງ​ພັດ​ທະ​ນານັ້ນ​ຍັງ​ຮັກ​ສາ​ຄວາມ​ໝັ້ນ​ທ່ຽງ, ເປັນ 695 ຕື້​ໂດ​ລາ​ສະ​ຫະ​ລັດ. ​ສ່ວນອາ​ເມ​ຣິ​ກາ​​ສາ​ມາດດຶງ​ດູດ​ທຶນ​ຕ່າງ​ປະ​ເທດ​ໄດ້ 251 ຕື້​ໂດ​ລາ​ສະ​ຫະ​ລັດ, ຍັງ​ເປັນ​ປະ​ເທດ​ທີ່​ມີ​ທຶນ​ຕ່າງ​ປະ​ເທດ​ໄຫຼ​ເຂົ້າຫຼາຍກວ່າ​ໝູ່​ໃນ​ໂລກ.

ຄຳ​ເຫັນ

0