吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈັດ​ພິທີຖະ​ແຫຼ​ງຂ່າວ​ງານ​ລາຕີ​ສະຫຼອງ​ບຸນ​ກຸດ​ຈີນ​ປີ 2020

2020-01-21 17:24:37 cri

ວັນ​ທີ 20 ມັງກອນ​ນີ້, ​ໃນພິທີ​ຖະ​ແຫຼ​ງຂ່າວ “ງານ​ລາຕີ​ສະຫຼອງ​ບຸນ​ກຸ​ດຈີນ​ປີ 2020” ທີ່​ຈັດ​ຂຶ້ນ​​ໂດຍ​ສະຖານີ​ວິທະຍຸໂທລະພາບ​ສູນ​ກາງຈີນ, ​ເຈົ້າ​ໜ້າ​ທີ່​ທີ່​ກ່ຽວຂ້ອງ​ໄດ້​​ໃຫ້​ລາຍ​ລະອຽດ​ກ່ຽວ​ກັບ​ຈຸດ​ເດັ່ນ​ລາຍການ ​ແລະ​ການ​ປະດິດ​ສ້າງ​ໃໝ່​ດ້ານ​ເຕັກນິກ​ຖ່ອຍ​ທອດງານ​ລາຕີ​ສະຫຼອງ​ບຸນ​ກຸດ​ຈີນ​ຄັ້ງ​ນີ້​ຕໍ່​ສື່​ມວນ​ຊົນ ​ແລະ​ໄດ້​ເປີດ​ເຜີຍ​ແຜນການ​ຖ່າຍ​ທອດ​ງານ​ລາຕີ​ຜ່ານ​ສື່​ຕ່າງໆ. ງານ​ລາຕີ​ຄັ້ງນີ້​ຈະ​ສະ​ແດງ​ໃຫ້​ເຫັນ​ລັກສະນະ​ປະຊາຊົນ, ລັກສະນະ​ຊົນ​​ເຜົ່າ, ລັກ​ສະ​ນະ​ຮີດຄອງ​ປະ​ເພນີ, ລັກ​ສະ​ນະ​ສະຫຼອງ​ບຸນ​ກຸດ​ຈີນ, ລັກສະນະຍຸກ​ສະ​ໄໝ, ລັກສະນະ​​ແຟຊິນ ​ແລະ​ລັກສະນະ​ສາກົນ, ທັງ​ມີ​ການບັນລຸ​ການ​ປະດິດ​ສ້າງ​ໃໝ່ ​ແລະ​ບຸກທະລຸ​ໃນ​ດ້ານ​ຕ່າງໆ ​ເຊັ່ນ: ການ​ປະດັບ​ປະດາເວທີ, ການມີ​ສ່ວນ​ຮ່ວມ​ລະຫວ່າງ​ນັກສະ​ແດງ​ກັບ​ຜູ້​ຊົມ, ການ​ນຳ​ໃຊ້​ວິທະຍາສາດ​ເຕັກນິກ​ໃໝ່, ການ​ຖ່າຍ​ທອດ​ແບບ​ປະສົບ​ປະສານ​ສື່​ຕ່າງໆ ​ແລະ​ອື່ນໆ.

ງານ​ລາຕີ​ສະຫຼອງ​ບຸນ​ກຸດ​ຈີນ​ປີ 2020 ຈະ​ມີ​ສີສັນ​ພິ​ເສດ​ທີ່​ສະຫງ່າ​ງາມ, ມີ​ລາຍການ​ໃໝ່ສົດ ​ແລະ​ມີ​ຈຸດ​ເດັ່ນ​ຢ່າງ​ຫຼວງ​ຫຼາຍ ​ເຊິ່ງມີ​ການ​ປະດິດ​ສ້າງ​ໃໝ່​​ແຕ່​ມີ​ລັກສະນະ​ສືບ​ທອດ ​ແລະ​ເຕັມ​ໄປ​ດ້ວຍບັນຍາກາດ​ຄຶກຄື້ນມ່ວນ​ຊື່ນ, ​ເປັນ​ສິລິມຸງຄຸນ ​ແລະ​ມີ​ພະລັງ​ທາງ​ບວກ.

ງານ​ລາຕີ​ຄັ້ງ​ນີ້​ຈະຖ່າຍ​ທອດ​ສົດ​ຜ່ານ​ສື່​ຕ່າງ​ໆ, ຂະນະ​ດຽວ​ກັນກໍ​ຈະ​ສຸມ​ໃສ່​ເປີດ​ກວ້າງ​ແນວ​ຄິດ​ໃໝ່​ດ້ານ​ການຖ່າຍ​ທອດ​ເຜີຍ​ແຜ່, ດຳ​ເນີນ​ການ​ທ່າ​ຍຖອດ​ສົດ​ໄປ​ທົ່ວ​ໂລກ. ສື່​ມວນ​ຊົນ​ຫຼາຍ​ກວ່າ 500 ​ແຫ່ງ​ຈາກ​ຫຼາຍ​ກວ່າ 170 ປະ​ເທດ ​ແລະ​ເຂດ​ແຄວ້ນ ​ເຊັ່ນ: ລາວ, ອາ​ເມຣິກາ, ອັງກິດ, ຍີ່ປຸ່ນ, ຣັດ​ເຊຍ ​ແລະ​ອື່ນໆ ກໍ​ຄື​ໂຮງ​ຮູບ​ເງົາ​ຂອງ​ຫຼາຍ​ກວ່າ 20 ປະ​ເທດ ​ແລະ​ເຂດ​ແຄວ້ນ​ຈະ​ຮັບ​ສັນຍານ​ຖ່າຍ​ທອດ​ສົດ​ງານ​ລາຕີ​ຄັ້ງ​ນີ້.

 

ຄຳ​ເຫັນ

0