何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93
ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ

ອາ​ຊຽນ​ຍິນ​ດີ​ຊຸກ​ຍູ້​ໃຫ້ການ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ອາ​ຊຽນ​-ຈີນ​ຂຶ້ນ​ສູ່​ລະ​ດັບ​ສູງກວ່າ​ເກົ່າ

2020-01-21 10:35:02 CRI

ວັນ​ທີ 20 ມັງ​ກອນ​ນີ້, ທ່ານ​ລິມ​ຈົກ​ໂຮຍ, ເລ​ຂາ​ທິ​ການ​ໃຫຍ່​ອາ​ຊຽນ​ກ່າວ​ຢູ່​ນະ​ຄອນຫຼວງ​ຈາ​ກາຕ​າ​ຂອງ​ອິນ​ໂດ​ເນ​ເຊຍ​ວ່າ, ອາ​ຊຽນ​​ໄດ້ໃຫ້​ຄວາມ​ສຳ​ຄັນ​ຢ່າງ​ສູງ​ຕໍ່​ການ​ພົວ​ພັນ​ອາ​ຊຽນ-ຈີນ, ແລະຖື​ຈີນ​ເປັນ​ປະ​ເທດ​ທີ່​ມີ​ບົດ​ບາດ​ສຳ​ຄັນ​​ໃນ​ການ​ຮ່ວມ​ມື​ຢູ່ອາ​ຊີ​ຕາ​ເວັນ​ອອກ, ​ອາ​ຊຽນຍິນ​ດີ​ຮ່ວມ​ກັນ​ກັບ​ຈີນ​ສຸມ​ຄວາມ​ພະ​ຍາ​ຍາມ, ​ເພື່ອຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ອາ​ຊຽນ​-ຈີນ​ໃຫ້​ຂຶ້ນ​ສູ່​ລະ​ດັບ​ສູງກວ່າ​ເກົ່າ.

 

ວັນ​ທີ 20 ມັງ​ກອນ​ນີ້, ໃນ​ເວ​ລາ​ຮັບສານ​ຕາ​ຕັ້ງ​ຂອງ​ທ່ານ​ເຕີ້ງ​ຊີ່​ຈຸ່ນ ເອ​ກ​ອັກ​ຄະ​ລັດ​ຖະ​ທູດ​ຈີນຄົນ​ໃໝ່​ປະ​ຈຳ​ອາ​ຊຽນຢູ່ກອງ​ເລ​ຂາ​ອາ​ຊຽນ, ທ່ານ​ລິມ​ຈົກ​ໂຮຍ​ກ່າວ​ວ່າ, ທ່ານດີ​ໃຈ​ທີ່​ໄດ້​ເຫັນ​ວ່າ​ການ​ພົວ​ພັນ​ອາ​ຊຽນ-ຈີນ​ໄດ້​ພັດ​ທະ​ນາ​ຢ່າງວ່ອງ​ໄວ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ການ​ຮ່ວ​ມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃໝ່. ທ່ານ​ກ່າວ​ຕື່ມ​ວ່າ, ຈະ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ການ​ດຳ​ເນີນ​ງານ​ຂອງເອ​ກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ອາ​ຊຽນ, ທັງ​ສະ​ໜັບ​ສະ​ໜູນ​ການ​ພົວ​ພັນ​ອາ​ຊຽນ-ຈີນ​​ໃຫ້ມີ​ການ​ພັດ​ທະ​ນາ​ຕື່ມ​ອີກ.

 

ທ່ານ​ເຕີ້ງ​ຊີ່​ຈຸ່ນ​ກ່າວ​ວ່າ, ປະ​ຈຸ​ບັນ, ການ​ພົວ​ພັນ​ຈີນ-ອາ​ຊຽນ​ໄດ້​ຮັກ​ສາ​ທ່ວງ​ທ່າ​ການ​ພັດ​ທະ​ນາ​ຢ່າງ​ແຂງ​ແຮງ, ໄດ້​ເຂົ້າ​ສູ່​ໄລ​ຍະ​ໃໝ່​ທີ່​ພັ​ດ​ທະ​ນາ​ຢ່າງ​ຮອບ​ດ້ານ, ປີ​ໜ້າ​ແມ່ນ​ປີ​ທີ່​ຈີນ ແລະ ອາ​ຊຽນ​ສ້າງ​ຕັ້ງການ​ພົວ​ພັນ​ຄູ່​ເຈ​ລະ​ຈາຄົບ​ຮອບ 30ປີ. ໃນ​ຖາ​ນະ​ເປັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ທີ່​ສຳ​ຄັນ​ຂອງ​ອາ​ຊຽນ, ຈີນ​ຈະ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ການ​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ​ຢ່າງ​ເດັດ​ດ່ຽ​ວ​ໜຽວ​ແໜ້ນ, ສະ​ໜັບ​ສະ​ໜູນ​ຖາ​ນະ​ບົດ​ບາດ​ແກນ​ກາງ​ຂອງ​ອາ​ຊຽນ​ໃນ​ການ​ຮ່ວມ​ມື​ພາກ​ພື້ນ, ທັງ​ສະ​ໜັບ​ສະ​ໜູນ​ອາ​ຊຽນ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຫຼາຍກວ່າ​ເກົ່າ​ໃນ​ການ​ສ້າງ​ໂຄງ​ປະ​ກອບ​ພາກ​ພື້ນ​ທີ່​ມີ​ລັກ​ສະ​ນະ​ເປີດກວ້າງ ແລະ ກວມ​ລວມ.

ຄຳ​ເຫັນ

0