莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປີ 2019ຈີນ​ນຳ​ໃຊ້​ທຶນ​ຕ່າງ​ປະ​ເທດ​ເພີ່ມ​ຂຶ້ນຫຼາຍກວ່າ​​ປີ 2018ໃນ​ລະ​ດັບ 5,8% ສ້າງ​ສະ​ຖິ​ຕິ​ໃໝ່​ສຸດ​ໃນ​ປະ​ຫວັດ​ສາດ

2020-01-22 10:41:43 CRI

ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ຄະ​ນະ​ລັດ​ຖະ​ບານ​ຈີນ​ຈັດ​ຂຶ້ນ​ໃນວັນ​ທີ 21 ມັງ​ກອນນີ້, ທ່ານ​ສຽນ​ເຄີ້​ມິງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ, ​ປີ 2019, ການ​​ເຄື່ອນ​ໄຫວ​ດ້ານ​ການ​ຄ້າ​ຂອງ​ຈີນ​ໝັ້ນ​ທ່ຽງ​ໂດຍ​ລວມ, ການ​ນຳ​ໃຊ້​ທຶນ​ຕ່າງ​ປະ​ເທດ​ໃນ​ໝົດ​ປີ 2019 ບັນ​ລຸ​ໄດ້ 941,5 ຕື້ຢວນ, ເພີ່​ມ​ຂຶ້ນຫຼາຍກວ່າ​ປີ 2018​ນັ້ນ 5,8%, ເປັນ​ອັນ​ດັບ 2 ​ຂອງ​ໂລກ. ທ່ານ​ຊີ້​ອອກວ່າ, ​ອົງ​ປະ​ກອບ​ການນຳ​ໃຊ້​ທຶນ​ຕ່າງ​ປະ​ເທດ​ຂອງ​ຈີນ​ສືບ​ຕໍ່​ດີ​ຂຶ້ນ, ກຸ່ມ​ເສດ​ຖະ​ກິດ​ທີ່​ພັດ​ທະ​ນາ​ແລ້ວ​ສ່ວນ​ໜຶ່ງ​ໄດ້​ລົງ​ທຶນ​​ຢູ່ຈີນ​ຂ້ອນ​ຂ້າງຫຼາຍ​ຂຶ້ນ.

ປັດ​ຈຸ​ບັນ, ​ຈັງ​ຫວະ​ຄວາມ​ໄວ​ຂອງ​ການ​ເຕີບ​ໂຕ​ຂອງເສດ​ຖະ​ກິດ​ໂລກຊ້າ​ລົງ, ການ​ລົງ​ທຶນ​ຂ້າມ​ຊາດ​ສືບ​ຕໍ່ມີ​ທ່ວງ​ທ່າ​ຫຼຸດ​ລົງ. ຕາມ “ບົດ​ລາຍ​ງານ​ຕິດ​ຕາມ​ທ່າ​ອ່ຽງ​ການ​ລົງ​ທຶນ​ທົ່ວ​ໂລກ​” ທີ່​ສະ​ພາ​ການ​ຄ້າ​ແລະ​ການ​ພັດ​ທະ​ນາ​ສະ​ຫະ​ປະ​ຊາ​ຊາດ​ເຜີຍ​ແຜ່​ໃນ​ຫວ່າງມໍ່ໆ​ນີ້ ສະ​ແດງ​ໃຫ້​ເຫັນ​ວ່າ, ປີ 2019, ການ​ລົງ​ທຶນ​​ຂ້າມ​ຊາດໂດຍ​ກົງ​​ໃນ​ທົ່ວ​ໂລກ​ປີ 2019 ແມ່ນ 1390 ຕື້​ໂດ​ລາ​ສະ​ຫະ​ລັດ, ໄດ້ຫຼຸດ​ລົງ 1%. ໃນ​ສະ​ພາບ​ດັ່ງ​ກ່າວນີ້, ​ຈີນ​ຍັງ​​ສາ​ມາດດຶງ​ດູດທຶນ​ຕ່າງ​ປະ​ເທດ​ໄດ້ຫຼາຍ​​ປານນີ້ກໍ່​ຖື​ວ່າ​ແມ່ນ​ຜົນ​ງານ​ທີ່​ດີ.

ຄຳ​ເຫັນ

0