赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ປະ​ກອບ​ຄຳ​ເຫັນ​ໃນ​ງານອວຍ​ພອນ​ປີ​ໃໝ່​ທີ່​ຈັດ​ຂຶ້ນ​ໂດຍ​ຄະ​ນະ​ລັດ​ຖ​ະ​ບານ​ຈີນ

2020-01-23 20:50:11 cri

图片默认标题_fororder_1
( ທ່ານ​ສີ​ຈິ້ນ​ຜິງ​ປະ​ກອບ​ຄຳ​ເຫັນ​ໃນ​ງານອວຍ​ພອນ​ປີ​ໃໝ່​ທີ່​ຈັດ​ຂຶ້ນ​ໂດຍ​ຄະ​ນະ​ລັດ​ຖ​ະ​ບານ​ຈີນ)

图片默认标题_fororder_2
( ທ່ານ​ສີ​ຈິ້ນ​ຜິງ​ປະ​ກອບ​ຄຳ​ເຫັນ​ໃນ​ງານອວຍ​ພອນ​ປີ​ໃໝ່​ທີ່​ຈັດ​ຂຶ້ນ​ໂດຍ​ຄະ​ນະ​ລັດ​ຖ​ະ​ບານ​ຈີນ)

ຕອນ​ເຊົ້າ​ວັນ​ທີ 23 ມັງ​ກອນນີ້ ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ຄ​ະ​ນະ​ລັດ​ຖະ​ບານ​ຈີນ​ໄດ້​ຈັດ​ງານອວຍ​ພອນ​ປີ​ໃໝ່​ກຸດ​ຈີນ 2020 ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ ໂດຍ​ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​ກ່າວ​ຄຳ​ເຫັນ ຕາງ​ໜ້າ​ສູນ​ກາງ​ພັກ​ກອມມູ​ນິດ​ຈີນ ຄະ​ນະ​ລັດ​ຖະ​ບານ ສົ່ງ​ຄຳ​ອວຍ​ພອນ​ອັນ​ປະ​ເສີດ​ມາ​ຍັງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ທົ່ວ​ປະ​ເທດ​ຈີນ, ພີ່​ນ້ອງ​ຮ່ວມ​ຊາດ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ ມາ​ກາວ ພີ່​ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ ແລະ​ຊາວ​ຈີນ​ທີ່​ຢູ່​ຕ່າງ​ປະ​ເທດ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ, ການ​ເວ​ລາ​ບໍ່​ລໍ​ຖ້າ​ຄົນ, ປະ​ຫວັດ​ສາດ​ບໍ່​ລໍ​ຖ້າ​ຄົນ. ການ​ເວ​ລາ​ແມ່ນ​ເປັນ​ຂອງ​ຜູ້​​ບຸກ​ບືນ​ສູ້​ຊົນ! ປະ​ຫວັດ​ສາດ​ກໍ່​ເປັນ​ຂອງ​ຜູ້​​ບຸກ​ບືນ​ສູ້​ຊົນ! ເພື່ອ​ບັນ​ລຸ​ຄວາມ​ໄຝ່​ຝັນ​ຈີນ​ໃນ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ແຫ່ງ​ຊົນ​ຊາດ​ຈີນ, ພວກ​ເຮົາ​ຕ້ອງ​ແຂ່ງ​ກັບ​ເວ​ລາ ແລະ​ກ້າວ​ເດີນ​ໄປ​ພ້ອມ​ກັບ​ປະ​ຫວັດ​ສາດ. ​ພາຍ​ໃຕ້​ການ​ນຳ​ພາ​ອັນ​ແຂງ​ແກ່ນ​ຂອງ​ພັກ​ກອມ​ມູ​ນິດ​ຈີນ, ທົ່ວ​ພັກ ທົ່ວ​ກອງ​ທັບ​ແລະ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ຂອງ​ທົ່ວ​ປະ​ເທດ​ຕ້ອງບໍ່​ລືມ​ອຸ​ດົມ​ການ​ແຕ່​ຫົວ​ທີ, ຈົດ​ຈຳ​ພາ​ລະ​ໜ້າ​ທີ່​ໄວ້, ບໍ່​ຢ້ານ​ຟ້າ​ຝົນ​ລົມ​ແດງ, ຜະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ, ສືບ​ຕໍ່​ບຶດ​ບືນ​ຕົວ​ໄປ​ສູ່​ການ​ບັນ​ລຸ​ເປົ້າ​ມາຍ​ອັນ​ສະ​ຫວ່າງ​ສະ​ໄຫວ​ທີ່​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ແຫ່ງຊົນ​ຊາດ​ຈີນ, ສືບ​ຕໍ່​ບຸກ​ບຶນ​ໄປ​ສູ່​ອະ​ນາ​ຄົດ​ອັນ​ດີ​ງາມ​ແຫ່ງ​ການ​ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ກຳ, ສືບ​ຕໍ່​ສ້າງ​ປະ​ຫວັດ​ສາດ​ອັນ​ຍິ່ງ​ໃຫຍ່​ຂອງ​ຊາດ​ຈີນ​ໃນ​ທ່າມ​ກາງ​ປະ​ຫວັດ​ສາດ​ອັນ​ຍິ່ງ​ໃຫຍ່​ຂອງ​ທົ່ວ​ມວນ​ມະ​ນຸດ.

ໃນ​ເວ​ລາ​ປະ​ກອບ​ຄຳ​ເຫັນ​, ທ່ານ​ສີຈິ້​ນ​ຜິງ​ຊີ້​ອອກວ່າ, ໃນ​ປີ​ໃໝ່​ນີ້ ພວກ​ເຮົາ​ຕ້ອງ​ເອົາ​ຊະ​ນະ​ໃນ​ການ​ສູ້​ຊົນ​ສ້າງ​ເປັນ​ສັງ​ຄົມ​ທີ່​ອີ່ມ​ໜຳ​ສຳ​ລານ​ຢ່າງ​ຮອບ​ດ້ານ, ເອົາ​ຊະ​ນະ​ໃນ​ການ​ແກ້​ໄຂ​ບັນ​ຫາ​ຍາກ​ທີ່​ເກີດ​ຂຶ້ນ​ໃນ​ການ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ, ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ສູ້​ຊົນ 100 ປີ​ປະ​ການ​ທີ​ໜຶ່ງ, ຄວາມ​ໃຟ່​ຝັນ​ຂອງ​ຊົນ​ຊາດ​ຈີນ​ທີ່​ຢາກ​ໃຫ້​ມີ​ຊີ​ວິດ​ທີ່​ອີ່ມ​ໜຳ​ສຳ​ລານ​ໂດຍ​ຜ່ານ​ຈາກ​ການ​ອອກ​ແຮງ​ງານ​ຢ່າງ​ຫ້າວ​ຫັນ​ລຳ​ບາກ​ຂອງ​ຊົນ​ຊາດ​ຈີນ​ທີ່​ມີ​ມາ​ແຕ່​ພັນ​ປີ​ນັ້ນ ຈະ​ບັນ​ລຸ​ຜົນ​ເປັນ​ຈິງ​ແລ້ວ ເຊິ່ງ​ເປັນ​ຫຼັກ​ໝາຍ​ທາງ​ທີ່​ມີ​ຄວາມ​ໝາຍ​ທີ່​ສຸດ​ໃນ​ປະ​ຫວັດ​ແຫ່ງ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ແຫ່ງ​ຊາດ​ຈີນ​ຢ່າງ​ຍິ່ງ​ໃຫຍ່.

ຄຳ​ເຫັນ

0